ສປປ ລາວ ເຂົ້າຮ່ວມພິທີລົງນາມເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້

28/07/2026 09:27
Email Print 1745
ຂປລ ໃນອາທິດຜ່ານມາ, ທີ່ມະນີລາ, ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂ້ົາຮ່ວມພິທີລົງນາມເອກະສານ ເພື່ອເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ໂດຍປະເທດໂປໂລຍ, ລິດຕົວນີ, ຣູມານີ ແລະ ຊູແອດ.

      ຂປລ. ການເຂ້ົາເປັນພາຄີຂອງສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີ ຕາເວັນສ່ຽງໃຕ້ ຢ່າງເປັນທາງການ ໂດຍ 4 ປະເທດດັ່ງກ່າວເຮັດໃຫ້ຈໍາ ນວນພາຄີຂອງສົນທິສັນຍາເພີ່ມ ເປັນທັງໝົດ 62 ພາຄີໃນປັດຈຸບັນ. ໃນວັນດຽວກັນ , ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລະດັບສູງ ຂອງພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຊຶ່ງເປັນໜຶ່ງໃນກິດຈະກຳເພື່ອສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສົນທິສັນຍາດັ່ງກ່າວ.

     ກອງປະຊຸມແບ່ງອອກເປັນ 3 ພາກຍ່ອຍຄື: ການປ້ອງກັນຂໍ້ຂັດແຍ່ງ ແລະ ການທູດປ້ອງກັນເຫດ, ການເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງທາງທະເລ ແລະ ການເພີ່ມທະວີການຮ່ວມມືເພື່ອຮັບມືກັບໄພຂົ່ມຂູ່ ແລະ ສີ່ງທ້າທາຍຕ່າງໆ ທີ່ອາດເກີດຂ້ຶນ ເປັນຕ້ົນອາຊະຍາກໍາຂ້າມຊາດ, ການສໍ້ໂກງຫລອກລວງທາງອອນລາຍ, ການຄ້າຢາເສບຕິດ ແລະ ການຄ້າມະນຸດ, ໄພພິບັດທາງທໍາມະຊາດ ແລະ ອື່ນໆ ຊຶ່ງຄະນະຜູ້ແທນລາວໄດ້ເຂົ້າຮ່ວມກ່າວຄໍາເຫັນໃນກອງປະຊຸມລະດັບສູງດັ່ງກ່າວ ໃນພາກທີ 3. ການຈັດກອງປະຊຸມລະດັບສູງຂອງພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຄັ້ງນີ້ຍັງເປັນການຢໍ້າຄືນຄວາມໝາຍຄວາມສຳຄັນຂອງສົນທິສັນຍາດັ່ງກ່າວ ທີ່ໄດ້ເປັນເອກະສານພື້ນຖານສຳຄັນ ປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມືໃນພາກພື້ນ ແລະ ໃນໂລກ, ສົ່ງເສີມສັນຕິພາບ ແລະ ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ. ພ້ອມນີ້, ໃນພາກສົນທະນາຍ່ອຍຕ່າງໆບັນດາປະເທດພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ຢໍ້າຄືນການຍຶດໝັ້ນຫລັກການພື້ນຖານຂອງສົນທິສັນຍາ ກໍຄືການເຄົາລົບອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ການບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບໍ່ໃຊ້ການຂົ່ມຂູ່ ຫລື ໃຊ້ກຳລັງ ແລະ ການຮ່ວມມືເພື່ອການພັດທະນາຂອງພາກພື້ນ.

KPL

ຂ່າວອື່ນໆ

ads
ads

Top