ກົມໂຄສະນາ ຄອສພ ຈັດຝຶກອົບຮົມເພີ່ມທັກສະຄວາມຮູ້ພື້ນຖານການຜະລິດສາລັກຄະດີ

30/07/2026 13:36
ຂປລ ກົມໂຄສະນາຄະນະໂຄ ສະນາອົບຮົມສູນກາງພັກ (ຄອສພ) ເປີດຝຶກອົບຮົມກ່ຽວກັບຄວາມຮູ້ ຟື້ນຖານການຜະລິດສາລະຄະດີ (ການຂຽນບົດ, ການຖ່າຍທໍາ ແລະ ຕັດຕໍ່) ໃນວັນທີ 28-31 ກໍລະກົດ 2026 ທີ່ຫ້ອງປະຊຸມ ຄອສພ ໂດຍ ທ່ານ ບົວໄລ ພານຸວົງ ຄະນະພັກ, ຫົວໜ້າກົມໂຄສະນາ ຄອສພ, ມີ ຫົວໜ້າກົມ-ຮອງກົມອ້ອມຂ້າງຄອສພ, ພ້ອມດ້ວຍວິທະ ຍາກອນສໍາມະນາກອນ ແລະ ພາກ ສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ບົວໄລ ພານຸວົງ ໄດ້ກ່າວ ວ່າ: ຈຸດປະສົງໃນການເປີດຝຶກອົບ ຮົມຄັ້ງນີ້ ແນໃສ່ຍົກສູງຄວາມຮູ້ ຟື້ນຖານທາງດ້ານທິດສະດີ ແລະ ເຕັກນິກກ່ຽວກັບການຖ່າຍພາບ, ການຖ່າຍວິດີໂອການຜະລິດສາລະ ຄະດີໃຫ້ແກ່ພະນັກງານກົມໂຄສະນາ ແລະ ເພື່ອນຮ່ວມງານ, ທັງເປັນການ ຍົກລະດັບຄວາມຮູ້, ຄວາມສາມາດ ໃນການຂຽນບົດ, ການສ້າງ ແລະ ການຕັດຕໍ່ສາລະຄະດີທັງແບບສັ້ນ ແລະ ແບບຍາວກ່ຽວກັບແນວທາງ ແຜນນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ບົດຮຽນໃນ ການສ້າງເສດຖະກິດຄອບຄົວ ແລະ ສາລະຄະດີອື່ນໆຮັບໃຊ້ໃຫ້ແກ່ ວຽກງານໂຄສະນາເຄື່ອນທີ່, ເຜີຍ ແຜ່ຜ່ານສື່ອອນລາຍຕ່າງໆ; ເພື່ອ ສ້າງການຫັນປ່ຽນຮູບແບບໃນການ ໂຄສະນາແນວທາງແຜນນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ ກໍຄື ບັນດາມະຕິ-ຄໍາສັ່ງຕ່າງໆ ຂອງພັກ-ລັດວາງອອກ ໃຫ້ມີຫລາຍ ສີສັນ, ຫລາຍແພລດຟອມ ເປັນຕົ້ນ Facebook, Youtube, Tiktok ໃຫ້ສາມາດເຂົ້າເຖິງເປົ້າໝາຍຕ່າງໆ ໃນທົ່ວສັງຄົມໄດ້ຢ່າງກວ້າງຂວາງ ແລະ ວ່ອງໄວ. ໂອກາດນີ້, ທ່ານຫົວໜ້າກົມ ໂຄສະນາຍັງໄດ້ຮຽກຮ້ອງມາຍັງ ສໍາມະນາກອນທຸກທ່ານຈົ່ງພ້ອມ ກັນເອົາໃຈໃສ່ຮໍ່າຮຽນ, ແລກປ່ຽນ ບົດຮຽນ, ຊັກຖາມບັນດາຂໍ້ຂ້ອງໃຈ ແລະ ນໍາເອົາຄວາມຮູ້ທີ່ໄດ້ຈາກ ການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າ ໃນການປະຕິບັດວຽກງານຕົວຈິງ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

ads
ads

Top