ຮອງປະທານປະເທດ ຕ້ອນຮັບທູດອັງກິດ ເຂົ້າຢ້ຽມອຳລາ

29/07/2026 10:17
ຂປລ ໃນວັນທີ 28 ກໍລະກົດ 2026 ນ້ີ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມລານີ ລຸຍສ໌ ບາໂລ ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

         ຂປລ. ໂອກາດດ່ັງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕ່ໍຜົນສຳເລັດໃນການປະຕິບັດໜ້າທ່ີການທູດຂອງທ່ານ ນາງ ເມລານີລຸຍສ໌ ບາໂລ ຊ່ຶງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄືສ່ົງເສີມການຮ່ວມມືທາງດ້ານຕ່າງໆລະຫວ່າງລັດຖະບານ ກໍຄືປະຊາຊົນ ຂອງສອງປະເທດລາວ-ອັງກິດ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ອັນມີກຽດຂອງທ່ານ.

      ທ່ານ ນາງ ເມລານີ ລຸຍສ໌ ບາໂລ ກໍໄດ້ສະແດງຄວາມຂອບໃຈຕ່ໍທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕ່ລັດຖະບານ ກໍຄືບັນດາການນຳພັກ, ລັດຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກ ຢ່າງຕະຫລອດໄລຍະການປະຕິບັດ ໜ້າທີ່ການທູດຂອງຕົນຈົນໄດ້ຮັບ ຜົນສຳເລັດຢ່າງຈົບງາມ. ສປປ ລາວ ແລະ ສະຫະຣາ ຊະອານາຈັກອັງກິດ ສ້າງຕັ້ງສາຍ ພົວພັນການທູດຮ່ວມກັນແຕ່ວັນທີ 5 ກັນຍາ 1955.

        ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top