ຂປລ
ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.
ຂປລ. ໂດຍການເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ບາ ໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດປະຈໍາສປປ ລາວ, ພ້ອມດ້ວຍສຳມະນາກອນຈາກບັນດາກະຊວງ, ສະຖາບັນການສຶກສາ, ຜູ້ປະກອບທຸລະກິດເຂົ້າຮ່ວມ.
ການຈັດຝຶກອົບຮົມໃນ 2 ຫົວຂໍ້ດັ່ງກ່າວ, ແມ່ນສອດຄ່ອງໂດຍກົງກັບວິໄສທັດແຫ່ງຊາດວ່າດ້ວຍການພັດທະນາເສດຖະກິດດີຈິຕອນ ໄລຍະ 20 ປີ (2021-2040); ຍຸດທະສາດແຫ່ງຊາດວ່າດ້ວຍການພັດທະນາເສດຖະກິດດີຈິຕອນ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈິ ຕອນ 5 ປີ (2021-2025) ຊຶ່ງໄດ້ກຳນົດທິດທາງການພັດທະນາລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ ແລະ ວາງພື້ນຖານສຳຄັນໃຫ້ແກ່ການສ້າງໂຄງລ່າງ, ທັກສະ, ການບໍລິການ ແລະ ກົນໄກຄຸ້ມຄອງດີຈິຕອນຂອງປະເທດ. ສຳລັບຫົວຂ້ໍຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນເນັ້ນໃສ່ການຄຸ້ມຄອງ, ການວາງນະໂຍບາຍ, ການປ້ອງກັນໄພຂົ່ມຂູ່ທາງໄຊເບີ ແລະ ການລະເມີດຂໍ້ມູນທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ, ເສດຖະກິດ ແລະ ຄວາມເປັນສ່ວນຕົວຂອງປະຊາຊົນ. ສ່ວນຫົວຂໍ້ການເພີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການຫັນເປັນດີຈິຕອນແມ່ນສົ່ງເສີມຜູ້ປະກອບການແມ່ຍິງ (ໂດຍສະເພາະ MSMEs) ໃນການນຳໃຊ້ເຄື່ອງມືດີຈິຕອນ ເພ່ືອຂະຫຍາຍຕະຫລາດ, ສ້າງຕົວຕົນອອນລາຍ, ບໍລິຫານຕົ້ນທຶນ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ.
ການຈັດຝຶກອົບຮົມໃນຄັ້ງນີ້, ບ່ພຽງແຕ່ສະທ້ອນເຖິງການປະສານງານທີ່ດີລະຫວ່າງສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບສູນຝຶກອົບຮົມເຕັກໂນໂລຊີການສ່ືສານຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີ ແລະ ປາຊີຟິກ (APCICT) ເທົ່ານັ້ນ, ແຕ່ຍັງສະທ້ອນເຖິງວິໄສທັດຮ່ວມກັນໃນການສ້າງສັງຄົມ ແລະ ເສດຖະກິດດີຈິຕອນທີ່ທົ່ວເຖິງ, ປອດໄພ ແລະ ຍືນຍົງ.
ຂ່າວ: ສູນສ່ົງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ
KPL