ໄຟຟ້າຫົງສາ ຈັດກິດຈະກຳປູກຕົ້ນໄມ້ອະນຸລັກຊັບພະຍາກອນທຳມະຊາດ

30/07/2026 13:40
ຂປລ ເມື່ອບໍ່ດົນມານີ້, ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຈັດກິດຈະກຳ ປູກຕົ້ນໄມ້ສອງແຜ່ນດິນ ເພື່ອສະ ເຫລີມພະກຽດພະບາດສົມເດັດພະ ເຈົ້າຢູ່ຫົວ ພາຍໃຕ້ໂຄງການເສີມ ສ້າງຄວາມສໍາພັນ ແລະ ຄວາມ ເຂົ້າໃຈອັນດີກັບປະເທດເພື່ອນບ້ານ ໃນລະດັບພື້ນທີ່ ປະຈໍາປີ 2026 ຢູ່ ບໍລິເວນຊາຍແດນບ້ານຫ້ວຍໂກ໋ນ ເມືອງສະເຫລີມພະກຽດແຂວງ ນ່ານ ຮ່ວມກັບຜູ້ແທນຈາກລາຊະ ອານາຈັກໄທ ແລະ ສປປ ລາວ.

 ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ຮ່ວມມອບເບ້ຍໄມ້ ຈໍານວນ 1.000 ເບ້ຍ ເພື່ອສະໜັບສະໜູນ ກິດຈະກໍາປູກຕົ້ນໄມ້ສອງແຜ່ນດິນ ໃນຄັ້ງນີ້, ການມອບເບ້ຍໄມ້ດັ່ງກ່າວ ສະແດງເຖິງຄວາມຕັ້ງໃຈຂອງອົງ ກອນໃນການມີສ່ວນຮ່ວມອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້ທີ່ ບໍລິເວນພື້ນທີ່ຊາຍແດນ ໄທ-ລາວ ສອດຄ່ອງກັບວິໄສທັດໃນການເປັນ ຜູ້ຜະລິດພະລັງງານໄຟຟ້າທີ່ດີທີ່ສຸດ ໃນ ສປປ ລາວ ຄວບຄູ່ກັບການເປັນເລີດໃນການດໍາເນີນງານ ເພື່ອສ້າງ ຄວາມສຸກໃຫ້ກັບຜູ້ມີສ່ວນໄດ້ສ່ວນ ເສຍທຸກຝ່າຍ ແລະ ຍັງເປັນການ ສົ່ງເສີມໃຫ້ຕົ້ນໄມ້ທຸກຕົ້ນທີ່ປູກເຕີບ ໃຫຍ່ເປັນສັນຍະລັກແຫ່ງມິດຕະພາບ ແລະ ຄວາມຮ່ວມມືອັນແໜ້ນແຟ້ນ ລະຫວ່າງປະເທດ. ການເຂົ້າຮ່ວມກິດຈະກໍາຂອງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໃນ ຄັ້ງນີ້, ສະທ້ອນເຖິງຄວາມມຸ່ງໝັ້ນ ຂອງອົງກອນໃນຖານະຜູ້ປະກອບ ກິດຈະການພະລັງງານທີ່ດໍາເນີນ ງານໃນ ສປປ ລາວ ໃນການສະ ນັບສະໜູນຄວາມຮ່ວມມືລະຫວ່າງ ປະເທດໄທ ແລະ ສປປ ລາວ. ການ ສ້າງຄວາມສໍາພັນອັນດີກັບພາກ ລັດ ແລະ ຊຸມຊົນໃນພື້ນທີ່ຊາຍແດນ ຕະຫລອດເຖິງການມີສ່ວນຮ່ວມ ຢ່າງເປັນຮູບປະທໍາໃນການອະນຸລັກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມຢ່າງຍືນຍົງສອດຄ່ອງກັບ ພະຣາດຊະນິທານໃນການຮັກສາ ສົມດຸນຂອງລະບົບນິເວດ ແລະ ພັດ ທະນາຄຸນນະພາບຊີວິດຂອງປະຊາ ຊົນທັງສອງປະເທດ.

KPL

ຂ່າວອື່ນໆ

ads
ads

Top