ຂປລ
ຫ້ອງການສະພາວິທະຍາ ສາດແຫ່ງຊາດ ຈັດກອງປະຊຸມ ລະດົມຄຳຄິດຄຳເຫັນໃສ່ (ຮ່າງ) ຄຳແນະນຳ ວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາ ວິທະຍາສາດແຫ່ງຊາດ ໃນວັນທີ 21 ກໍລະກົດ 2026 ໂດຍການເປັນ ປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການ ສະພາວິທະຍາສາດແຫ່ງຊາດ, ມີ ຜູ້ຕາງໜ້າຈາກບັນດາກະຊວງ,ອົງການທຽບເທົ່າ, ອົງການປົກ ຄອງທ້ອງຖິ່ນ, ສະຖາບັນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ແກ້ວອຸ
ທອນ ລຸນແສງຈັນ ໄດ້ຍົກໃຫ້ເຫັນ
ເຖິງຄວາມສຳຄັນ ໃນການປັບປຸງ
ນິຕິກຳ ເພື ່ອຜັນຂະຫຍາຍເນື້ອໃນ
ມາດຕາ 34 ຂອງກົດໝາຍ ວ່າດ້ວຍ
ວິທະຍາສາດ ແລະ ເຕັກໂນໂລຊີ (ສະ
ບັບປັບປຸງ ເລກທີ 26/ສພຊ, ລົງ
ວັນທີ 29 ທັນວາ 2022) ແລະ ດຳ
ລັດວ່າດ້ວຍການຈັດຕັ້ງ ແລະ ການ
ເຄື ່ອນໄຫວ ຂອງສະພາວິທະຍາສາດ
ແຫ່ງຊາດ (ສະບັບເລກທີ 375/
ນຍ, ລົງວັນທີ 12 ທັນວາ 2023)
ໃຫ້ມີຄວາມລະອຽດ, ຈະແຈ້ງ, ຮັດ
ກຸມ ແລະ ແທດເໝາະກັບສະພາບ
ການພັດທະນາໃນປັດຈຸບັນ.
ທ່ານ ສຸວັນ ການສິນໄຊ ຮອງ
ຫົວໜ້າຫ້ອງການສະພາວິທະຍາ
ສາດແຫ່ງຊາດ ໄດ້ສະເໜີຮ່າງຄຳ
ແນະນຳ ວ່າດ້ວຍການສ້າງຕັ້ງ ແລະ
ການເຄື່ອນໄຫວຂອງສະພາວິທະ
ຍາສາດແຫ່ງຊາດ ຊຶ່ງເນື້ອໃນຕົ້ນ
ຕໍຂອງ ຮ່າງຄຳແນະນຳສະບັບນີ ້ ໄດ້
ກໍານົດຢ່າງຈະແຈ້ງກ່ຽວກັບຈຸດປະ
ສົງ ເພື່ອເປັນບ່ອນອີງໃນການກຳ
ນົດມາດຕະຖານ, ຫລັກການ ແລະ
ຂັ້ນຕອນການສ້າງຕັ້ງສະພາວິທະ
ຍາສາດຂອງຂະແໜງການ ໃຫ້ເປັນ
ເອກະພາບກັນໃນຂອບເຂດທົ່ວປະ
ເທດ; ທີ່ຕັ້ງ ແລະ ພາລະບົດບາດ
ເປັນອົງການຈັດຕັ້ງວິຊາການ ຢູ່ບັນ
ດາກະຊວງ, ອົງການທຽບເທົ່າ
ແລະ ອົງການປົກຄອງທ້ອງຖິ່ນ ເຮັດ
ໜ້າທີ ່ເປັນເສນາທິການ ແລະ ໃຫ້ຄຳ
ປຶກສາດ້ານການຄົ ້ນຄວ້າ, ພິຈາ
ລະນາຮັບຮອງຫົວຂໍ້/ໂຄງການຄົ້ນ
ຄວ້າ, ການໃຫ້ຕຳແໜ່ງ, ນາມມະ
ຍົດ ແລະ ລາງວັນນັກຄົ້ນຄວ້າ;
ເງື່ອນໄຂ ແລະ ໂຄງປະກອບບຸກຄະ
ລາກອນ ຕ້ອງມີສະມາຊິກຢ່າງໜ້ອຍ
7 ທ່ານ. ໃນນັ້ນ, ມີຄຸນວຸທິລະດັບປະ
ລິນຍາເອກຢ່າງໜ້ອຍ 6 ທ່ານ (ມີ
ວິຊາສະເພາະກົງກັບຂະແໜງການ
ບໍ່ຫລຸດ 4 ທ່ານ ແລະ ກ່ຽວຂ້ອງ 2
ທ່ານ), ມີປະທານ 1 ທ່ານ, ຮອງ
ປະທານ 1-2 ທ່ານ ແລະ ຄະນະກຳ
ມະການ 5 ທ່ານຂຶ້ນໄປ ໂດຍມີອາ
ຍຸການ 5 ປີ; ໜ້າທີ່, ຂອບເຂດສິດ
ແລະ ແບບແຜນວິທີເຮັດວຽກດຳຮອງລັດຖະມົນຕີ ກະຊວງແຮງງານ
ແລະ ສະຫວັດດີການສັງຄົມ, ມີຫົວ
ໜ້າກົມ-ຮອງກົມ, ຫົວໜ້າພະແນກ
ຮອງພະແນກ ຕະຫລອດຮອດພະ
ນັກງານວິຊາການເຂົ ້າຮ່ວມຮັບຟັງ.
ທ່ານ ຄໍາມອນ ຈັນທະຈິດ ໄດ້
ກ່າວວ່າ: ເພື ່ອລະນຶກເຖິງຜົນງານ,
ຄຸນງາມຄວາມດີຂອງປະທານ
ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ
ຂອງຊາດລາວໃນພາລະກິດຕໍ່ສູ້ປົດ
ປ່ອຍປະເທດຊາດ ກໍຄື ການປະຕິບັດ
2 ໜ້າທີ່ຍຸດທະສາດ ຄື ປົກປັກຮັກ
ສາ ແລະ ສ້າງສາພັດທະນາປະເທດ
ຊາດ ແລະ ຮ່ວມກັນຜັນຂະຫຍາຍວັນ
ເຊັນສົນທິສັນຍາມິດຕະພາບ ແລະ
ການຮ່ວມມື ລາວ-ຫວຽດນາມ ຄົບ
ຮອບ 49 ປີ ແລະ ວັນສ້າງຕັ້ງສາຍ
ພົວພັນການທູດລາວ-ຫວຽດນາມ
ຄົບຮອບ 64 ປີ; ເພື່ອໂຄສະນາ
ສຶກສາອົບຮົມໃຫ້ສະມາຊິກພັກ, ພະ
ນັກງານ-ລັດຖະກອນ ໃຫ້ເຂົ້າໃຈ
ຕໍ່ມູນເຊື້ຶອອັນດີງາມຂອງປະທານ
ສຸພານຸວົງ ແລະ ຍົກສູງສະຕິ, ຕື່ນ
ຕົວ ເປັນເຈົ້າການເສີມຂະຫຍາຍມູນ
ເຊື ້ອຄວາມສາມັກຄີລະຫວ່າງ ລາວ
ຫວຽດນາມ ແລະ ຄວາມສາມັກຄີລະ
ຫວ່າງປະຊາຊົນບັນດາເຜົ່າພາຍ
ໃນຊາດ, ເສີມຂະຫຍາຍມູນເຊື້ອຮັກ
ຊາດ, ຮັກລະບອບປະຊາທິປະໄຕ
ປະຊາຊົນ, ສ້າງຄວາມສາມັກຄີ
ປອງດອງ, ມີສະຕິລະວັງຕົວຕໍ່ກົນ
ອຸບາຍທໍາລາຍມ້າງເພຂອງອິດທິ
ກໍາລັງປໍລະປັກ; ເພື່ອສະແດງຄວາມ
ກະຕັນຍູຮູ້ບຸນຄຸນຕໍ່ຜູ້ນໍາພັກ ແລະ
ລັດຖະບານຮຸ ່ນກໍ່ຕັ້ງ, ຍ້ອນມີເພິ່ນ
ໃນມື້ນັ້ນຈຶ່ງມີພວກເຮົາໃນມື້ນີ້, ຖື
ເອົາໂອກາດນີ ້ໂຄສະນາປຸກລະດົມ
ໃຫ້ພະນັກງານ, ສະມາຊິກພັກ ພ້ອມ
ກັນຮໍ່າຮຽນເອົາຄຸນສົມບັດສິນທໍາ
ປະຕິວັດອັນສູງສົ່ງ ໂດຍສະເພາະ
ແມ່ນຈິດໃຈຮັກຊາດອັນສູງສົ ່ງ
ຍອມເສຍສະລະທຸກສິ່ງທຸກຢ່າງ
ເພື່ອປະເທດຊາດ ແລະ ປະຊາຊົນ
ຂອງປະທານ ສຸພານຸວົງ, ພ້ອມທັງ
ເປັນເຈົ ້າການໃນການເສີມຂະຫຍາຍ
ສາຍພົວພັນພິເສດ ແລະ ການຮ່ວມ
ມືຮອບດ້ານລາວ-ຫວຽດນາມ ໃຫ້
ນັບມື້ເຂົ້າສູ່ລວງເລິກ, ປະກອບສ່ວນ
ໃນການແກ້ໄຂບັນຫາຄວາມຫຍຸ້ງ
ຍາກທາງດ້ານເສດຖະກິດ, ບົນພື້ນ
ຖານການສ້າງເສດຖະກິດເອກະ
ລາດເປັນເຈົ້າຕົນເອງໃນໄລຍະໃໝ່.
ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL