ຄອສພ ສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ

24/07/2026 10:25
Email Print 107
ຂປລ ຄະນະບໍລິຫານງານສະ ຫະພັນແມ່ຍິງ ຄະນະໂຄສະນາອົບ ຮົມສູນກາງພັກ (ຄອສພ) ຈັດພິທີສະເຫລີມສະຫລອງວັນສ້າງຕັ ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ແລະ ສະຫລຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ທິດທາງແຜນການໃນຕໍ່ໜ້າ ໃນວັນທີ 23 ກໍລະກົດ 2026

 ໂດຍການເປັນປະທານຂອງ ທ່ານ ວັນສີ ກົວມົວ ຮອງຫົວໜ້າ ຄອສພ, ທ່ານ ນາງ ທຳມາ ເພັດວິໄຊ ຮອງ ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວ, ປະ ທານ, ຮອງປະທານສະຫະພັນແມ່ ຍິງ ຄອສພ; ພ້ອມດ້ວຍສະມາຊິກ ແມ່ຍິງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ຈັນສຸກ ພິມມະວັນ ຮອງຫົວໜ້າກົມ ຈັດຕັ ້ງ, ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ປະທານສະ ຫະພັນແມ່ຍິງ ຄອສພ ໄດ້ສະຫລຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ. ໃນໄລຍະ 5 ປີຜ່ານມາ, (2021 2025) ສະມາຊິກສະຫະພັນແມ່ ຍິງ ໄດ້ຕັ້ງໜ້າຄົ້ນຄວ້າຮໍ ່າຮຽນ ແລະ ພັດທະນາຕົນເອງຢ່າງຮອບ ດ້ານ ໂດຍສະເພາະແມ່ນດ້ານແນວຄິດ, ຄຸນສົມບັດສິນທຳປະຕິວັດ, ການຍົກລະດັບຄວາມຮູ້ດ້ານວິຊາ ສະເພາະ, ດ້ານໄອທີ, ພາສາຕ່າງປະ ເທດ, ສ້າງຄວາມສາມາດ-ຄວາມຊຳນານງານ ດ້ວຍການຮຽນຮູ ້ຈາກ ຂະບວນການວຽກງານຕົວຈິງກັບ ທີ່, ແລກປ່ຽນຖອດຖອນບົດຮຽນ ຈາກຜູ້ມີປະສົບການ ແລະ ຊອກຮູ້ຮໍ່າ ຮຽນດ້ວຍຕົນເອງ ຜ່ານການຝຶກຝົນ ຫລໍ ່ຫລອມ, ບຳລຸງ-ກໍ່ສ້າງນັ້ນ ເຮັດ ໃຫ້ສະມາຊິກແມ່ຍິງຫລາຍທ່ານ ໄດ້ກາຍເປັນພະນັກງານທີ່ມີຄວາມ ພົ້ນເດັ່ນ, ມີຄວາມຮູ້-ຄວາມສາ ມາດ, ມີຄວາມຊໍານິຊໍານານ. ນອກ ຈາກນີ້, ສະມາຊິກສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ສະແດງ ອອກໃນການປະຕິບັດໜ້າທີ່ການ ເມືອງຂອງ ຄອສພ ໂດຍສະເພາະ ແມ່ນໜ້າທີ່ຂອງແຕ່ລະກົມກອງ, ແຕ່ລະບຸກຄົນ ໃນຖານະເປັນເສນາ ທິການໃຫ້ແກ່ຄະນະບໍລິຫານງານ ສູນກາງພັກ, ຄະນະພັກ-ຄະນະນໍາ ຄອສພ ໃນການເຮັດວຽກງານການ ເມືອງ-ແນວຄິດ, ວຽກງານຄົ້ນຄວ້າ ທິດສະດີ ແລະ ສະຫລຸບພຶດຕິກຳ, ວຽກງານໂຄສະນາອົບຮົມ ແລະ ວຽກງານສື່ມວນຊົນ ຊຶ່ງເປັນວຽກ ໜຶ່ງທີ່ມີບົດບາດສຳຄັນໃນການໂຄ ສະນາ, ສຶກສາອົບຮົມ, ສ້າງຄວາມ ຮັບຮູ້-ເຂົ້າໃຈທີ່ຖືກຕ້ອງ, ປຸກລະ ດົມຊວນເຊື່ອມະຫາຊົນເຄື່ອນໄຫວ ຢ່າງຕັ ້ງໜ້າ, ປະດິດສ້າງໃນການຈັດ ຕັ້ງປະຕິບັດແນວທາງ, ນະໂຍບາຍ ຂອງພັກໃຫ້ປະກົດຜົນເປັນຈິງ; ເກັບ ກໍາຫາງສຽງທັງອັນດີ ແລະ ອັນບໍ່ດີ, ທັງຊີ້ແຈງອະທິບາຍ ແລະ ແກ້ໄຂ ບັນຫາຕ່າງໆທີ່ເກີດຂຶ້ນຈາກການ ເຄື່ອນໄຫວນຳພາຂອງພັກ ຕໍ່ການ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ, ປະກອບສ່ວນໃນການ ປັບປຸງບູລະນະແນວທາງ, ແຜນນະ ໂຍບາຍຂອງພັກໃນແຕ່ລະໄລຍະ. ຫລັງຈາກນັ້ນ, ກໍໄດ້ມອບໃບຍ້ອງ ຍໍໃຫ້ສະຫະພັນແມ່ຍິງ ຄະນະໂຄ ສະ ນາອົບຮົມສູນກາງພັກ, ພ້ອມທັງ ມອບໃບຍ້ອງຍໍແມ່ຍິງສາມ 3 ດີ ໃຫ້ ຄະນະໜ່ວຍແມ່ຍິງຕື່ມອີກ. ໂອກາດດຽວກັນ, ທ່ານ ນາງ ທຳມາ ເພັດວິໄຊ ໄດ້ຫວນຄືນປະ ຫວັດມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວ ແລະ ຜົນງານຕະຫລອດ ໄລຍະ 71 ປີ ຊຶ່ງແມ່ຍິງລາວໃນເມື່ອ ກ່ອນໄດ້ປະກອບສ່ວນອຸທິດເຫື່ອ ແຮງ, ສະຕິປັນຍາເຂົ້າໃນພາລະ ກິດຕໍ ່ສູ ້ກູ ້ຊາດ, ຄຽງບ່າຄຽງໄຫລ່ ກັບເພດຊາຍດ້ວຍນໍ້າໃຈເສຍສະລະ ສູງສົ່ງ, ເດັດດ່ຽວຕໍ່ສູ້ຢ່າງພິລະ ອາດຫານ, ຕີສັດຕູໃຫ້ປະລາໄຊໃນ ຫລາຍບັ້ນຮົບ ແລະ ໄດ້ສ້າງມູນເຊື້ອ ໃຫ້ເປັນທີ ່ຈັກປະຕາຂອງເອື ້ອຍນ້ອງ ແມ່ຍິງ. ພາຍຫລັງປະເທດຊາດ ໄດ້ ຮັບການປົດປ່ອຍແມ່ຍິງລາວ ກໍໄດ້ ສືບຕໍ່ເສີມຂະຫຍາຍມູນເຊື້ອດຸໝັ່ນ ຂະຫຍັນພຽນ, ຕັ້ງໜ້າປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດຈົນເຖິງປັດຈຸບັນ. ທ່ານ ວັນສີ ກົວມົວ ໄດ້ເນັ້ນໃຫ້ ຄະນະສະຫະພັນແມ່ຍິງ ແລະ ເອື້ອຍ ນ້ອງແມ່ຍິງ ຄອສພ ພ້ອມກັນນຳ ເອົາເນື້ອໃນຈິດໃຈ ຂອງການປາຖະ ກະຖາຄັ້ງນີ ້ ໄປຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າໃນແຜນ ການເຄື່ອນໄຫວວຽກງານຕົວຈິງໃຫ້ປະກົດຜົນເປັນຈິງຢ່າງຈົບງາມ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ, ເພີ່ມທະວີຄວາມ ຮັບຜິດຊອບໃນຖານະເປັນອົງການ ເສນາທິການດ້ານແນວຄິດຂອງພັກ ຕໍ່ແມ່ຍິງ, ສືບຕໍ ່ເປັນກຳລັງແຮງ ສຳຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເອົາໃຈໃສ່ພັດທະນາຕົນເອງຢ່າງ ບໍ່ຢຸດຢັ້ງທັງດ້ານທິດສະດີ, ວິຊາ ສະເພາະ, ເຕັກໂນໂລຊີ ແລະ ພາສາ ຕ່າງປະເທດ, ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ການຫັນປ່ຽນວຽກງານສື່ມວນຊົນ ສູ່ຄຸນນະພາບໃໝ່ ທີ່ທັນສະໄໝ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ຜູ ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ IX ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ຄະນະສະຫະພັນແມ່ຍິງ ຄອສພ ໃຫ້ ປະກົດຜົນເປັນຈິງ. ຂ່າວ: ກິດຕາ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຮສສ ປາຖະກະຖາວັນສຳຄັນຂອງພັກ-ຂອງລັດວັດທະນະທຳ-ສັງຄົມ

      ຮສສ ປາຖະກະຖາວັນສຳຄັນຂອງພັກ-ຂອງລັດ

      7/24/2026 10:35:45 AM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບ ຮອບ 49 ປີ ແລະ ວັນສ້າງຕັ້ງສາຍ ພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ໃນວັນທີ 22 ກໍລະກົດ 2026

    • ລະດົມຄຳເຫັນໃສ່ຮ່າງຄຳແນະນຳການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດວັດທະນະທຳ-ສັງຄົມ

      ລະດົມຄຳເຫັນໃສ່ຮ່າງຄຳແນະນຳການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ

      7/24/2026 10:29:54 AM

      ຫ້ອງການສະພາວິທະຍາ ສາດແຫ່ງຊາດ ຈັດກອງປະຊຸມ ລະດົມຄຳຄິດຄຳເຫັນໃສ່ (ຮ່າງ) ຄຳແນະນຳ ວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາ ວິທະຍາສາດແຫ່ງຊາດ ໃນວັນທີ 21 ກໍລະກົດ 2026 ໂດຍການເປັນ ປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການ ສະພາວິທະຍາສາດແຫ່ງຊາດ, ມີ ຜູ້ຕາງໜ້າຈາກບັນດາກະຊວງ,ອົງການທຽບເທົ່າ, ອົງການປົກ ຄອງທ້ອງຖິ່ນ, ສະຖາບັນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ llວັດທະນະທຳ-ສັງຄົມ

      ກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ ll

      7/24/2026 10:25:06 AM

      ກອງປະຊຸມປຶກສາຫາລື ສອງຝ່າຍລະຫວ່າງ ສອງກະຊວງ ການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຈັດຂຶ້ນໃນວັນທີ 21 ກໍລະ ກົດ 2026 ຢູ່ກະຊວງການຕ່າງ ປະເທດສິງກະໂປ, ຕາງໜ້າຝ່າຍລາວ ນໍາ ພາຄະນະເຂົ ້າຮ່ວມໂດຍ ທ່ານ ອານຸ ພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານ ນາງ ຟູ ຈີ ເຊຍ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.

    • ລາວ ແລະ ອົດສະຕຣາລີ ເພີ່ມທະວີຮ່ວມມືສອງຝ່າຍວັດທະນະທຳ-ສັງຄົມ

      ລາວ ແລະ ອົດສະຕຣາລີ ເພີ່ມທະວີຮ່ວມມືສອງຝ່າຍ

      7/24/2026 9:47:21 AM

      ໃນວັນທີ 21 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງ ຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 59 ແລະ ບັນ ດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງຈັດ ຂຶ້ນໃນລະຫວ່າງວັນທີ 19-25 ກໍ ລະກົດ 2026 ທີ່ນະຄອນຫລວງມະ ນິລາສາທາລະນະລັດ ຟິລິບປິນ.

    • ຍົກລະດັບຄວາມຮູ້ກ່ຽວກັບບັນຫລັກສູດການບັນຊີຂັ້ນພື້ນຖານວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ກ່ຽວກັບບັນຫລັກສູດການບັນຊີຂັ້ນພື້ນຖານ

      7/24/2026 9:29:21 AM

      ກະຊວງການເງິນ ໄດ້ ຈັດຝຶກອົບຮົມຍົກລະດັບຄວາມຮູ້ ກ່ຽວກັບການບັນຊີຂັ້ນພື້ນຖານ ໃຫ້ ພະນັກງານ-ລັດຖະກອນ ຫ້ອງການ ກະຊວງການເງິນ ໃນວັນທີ 21 ກໍລະກົດ 2026 ໂດຍສໍາມະນາ ກອນໄດ້ຮຽນຮູ້ກ່ຽວກັບຫລັກສູດ ບັນຊີຂັ້ນພື້ນຖານ ຊຶ່ງປະກອບມີ 3 ຫົວຂໍ້ຄື: ການບັນຊີຄັງເງິນ (ການ ສ້າງເອກະສານລາຍງານການ ເງິນ), ບັນຊີອົງການຈັດຕັ້ງລັດ (ການສ້າງເອກະສານລາຍງານ ການເງິນ) ແລະ ການວາງແຜນ ແລະ ງົບປະມານ.

ads
ads

Top