ກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ ll

24/07/2026 10:25
Email Print 113
ຂປລ ກອງປະຊຸມປຶກສາຫາລື ສອງຝ່າຍລະຫວ່າງ ສອງກະຊວງ ການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຈັດຂຶ້ນໃນວັນທີ 21 ກໍລະ ກົດ 2026 ຢູ່ກະຊວງການຕ່າງ ປະເທດສິງກະໂປ, ຕາງໜ້າຝ່າຍລາວ ນໍາ ພາຄະນະເຂົ ້າຮ່ວມໂດຍ ທ່ານ ອານຸ ພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານ ນາງ ຟູ ຈີ ເຊຍ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.
ກອງປະຊຸມດັ່ງກ່າວ, ໄດ້ທົບ ທວນຄືນການພົວພັນຮ່ວມມືສອງ ຝ່າຍ ຕະຫລອດໄລຍະກວ່າ 5 ທົດ ສະວັດ ຜ່ານມາ ໂດຍສືບຕໍ່ຈັດຕັ້ງປະ ຕິບັດຜົນຂອງກອງປະຊຸມປຶກສາ ຫາລືສອງຝ່າຍ ຄັ້ງທີ I ທີ ່ ສປປ ລາວ ເປັນເຈົ້າພາບໃນປີ 2023 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີ ລະຫວ່າງ ສອງປະເທດ ລາວ ສິງກະໂປ ໃຫ້ມີບາດກ້າວຂະຫຍາຍ ຕົວໃໝ່ໃນອະນາຄົດ. ໃນການພົບ ປະຄັ້ງນີ້, ສອງຝ່າຍເຫັນດີເປັນເອ ກະພາບໃນການສືບຕໍ່ຮັດແໜ້ນ ການພົວພັນຮ່ວມມື ແລະ ຊຸກຍູ້ການ ແລກປ່ຽນການຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນສູງສອງປະເທດ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນຂອງທັງສອງ ຊາດ, ການພົວພັນຮ່ວມມືຂອງບັນດາຫົວໜ່ວຍທຸລະກິດ, ການຮ່ວມ ມືດ້ານການຄ້າ-ການລົງທຶນ, ການ ສຶກສາ, ການພັດທະນາຊັບພະຍາ ກອນມະນຸດ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ພ້ອມກັນນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີຕໍ່ຜົນ ສໍາເລັດຂອງການສະເຫລີມສະ ຫລອງ ຄົບຮອບ 50 ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວ ສິງກະໂປ ໃນປີ 2024 ຜ່ານມາ ຊຶ ່ງ ເປັນການປະກອບສ່ວນສໍາຄັນເຂົ ້າ ໃນການສົ ່ງເສີມ ແລະ ຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍໃຫ້ ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ ໂດຍສະເພາະຂົງເຂດການຄ້າ ການລົງທຶນ ຊຶ່ງປັດຈຸບັນ ບັນດາ ໂຄງການລົງທຶນຂອງສິງກະໂປ ຢສປປ ລາວ ກວມເອົາຂະແໜງການ ຕ່າງໆທີ່ສຳຄັນ ເຊັ່ນ: ພະລັງງານ ສະອາດ, ກະສິກຳ, ການກໍ່ສ້າງ, ໂຮງແຮມ ແລະ ການບໍລິການອື່ນໆ(ຈັດຢູ່ອັນດັບ 9 ການລົງທຶນ ໂດຍກົງຂອງຕ່າງປະເທດຢູ່ ສປປ ລາວ), ໃນໄລຍະ 5 ປີ ຜ່ານມາ ການຄ້າສອງຝ່າຍ ສາມາດບັນລຸ ໄດ້ 870 ລ້ານໂດລາສະຫະລັດ. ພ້ອມດຽວກັນ, ຝ່າຍລາວ ກໍໄດ້ສະ ເໜີໃຫ້ຝ່າຍສິງກະໂປ ສືບຕໍ່ຊຸກຍູ້ ບັນດານັກທຸລະກິດຂອງສິງກະໂປ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ ຫລາຍຂຶ້ນຕື່ມໃນອະນາຄົດ ໂດຍ ສະເພາະໃນຂະແໜງການຕ່າງໆ ທ ີ່ ສອງຝ່າຍມີທ່າແຮງຮ່ວມກັນ ເປັນ ຕົ້ນ ການຜະລິດກະສິກຳ, ພະລັງ ງານສີຂຽວ (ພະລັງງານນໍ້າ, ແສງຕາເວັນ ແລະ ລົມ), ການຊື້ຂາຍສິນເຊື່ອກາກບອນ, ການທ່ອງທ່ຽວ, ການບໍລິການໂຮງແຮມ, ການຂົນ ສົ່ງໂລຈິສຕິກ ແລະ ອື່ນໆ. ສອງ ຝ່າຍໄດ້ສະແດງຄວາມຍິນດີຕໍ່ການ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ດ້ານການພັດທະນາ ແບບຍືນຍົງທາງດ້ານສິ່ງແວດ ລ້ອມ, MOU ການຮ່ວມມືຕ້ານອາ ຊະຍາກໍາຂ້າມຊາດ ທີ່ໄດ້ລົງນາມ ຮ່ວມກັນ ລະຫວ່າງກະຊວງກ່ຽວ ຂ້ອງໃນທ້າຍປີຜ່ານມາ ທີ່ນະຄອນ ຫລວງວຽງຈັນ ຊຶ່ງທັງສອງຝ່າຍ ເຫັນດີອຳນວຍຄວາມສະດວກໃນ ການປະສານງານ, ການລົງທຶນ ແລະ ການແລກປ່ຽນວິຊາການ ເພື່ອຈັດຕັ້ງປະຕິບັດ MOU ສະບັບ ດັ່ງກ່າວໃຫ້ປະກົດຜົນເປັນຈິງໃນຕໜ້າ, ຝ່າຍສິງກະໂປ ຍິນດີໃຫ້ຄໍາປຶກ ສາ ແລະ ຖ່າຍຖອດບົດຮຽນໃຫ້ໃນ ດ້ານຕ່າງໆທີ່ກ່ຽວຂ້ອງໃຫ້ແກ່ຝ່າຍ ລາວ ລວມທັງການຊຸກຍູ້ສົ່ງເສີມ ບັນດານັກທຸລະກິດໃຫ້ຫັນເຂົ້າມາ ລົງທຶນຢູ່ໃນ ສປປ ລາວ ຫລາຍຍິ່ງ ຂຶ້ນໃນອະນາຄົດ. ໂອກາດນີ້, ທ່ານ ອານຸພາບ ວົງ ໜ ໍ່ແກ້ວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈມາຍັງ ລັດຖະບານ ແລະ ປະ ຊາຊົນ ສິງກະໂປ ຕໍ່ການຊ່ວຍເຫລືອ ອັນລໍ້າຄ່າໃນໄລຍະຜ່ານມາ ເປັນ ຕົ້ນ ການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາ ອັງກິດ ແລະ ວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ບັນດາພະນັກງານລັດຖະ ກອນ, ນັກການທູດ ຈົນເຖິງການ ນໍາຂັ້ນສູງຂອງ ສປປ ລາວ, ການ ພັດທະນາສີມືແຮງງານ ລວມທັງ ການສົ່ງອາສາສະໝັກ ຄູ-ອາຈານ ແລະ ຜູ້ຊ່ຽວຊານ ເຂົ້າມາຊ່ວຍ ເຫລືອ ສປປ ລາວ ໃນຂະແໜງການ ຕ່າງໆຢ່າງຫລວງຫລາຍ ແລະ ການຊ່ວຍເຫລືອຢ່າງທັນການໃຫ້ ແກ່ ສປປ ລາວ ໃນການຮັບມືກັບ ການແພ່ລະບາດຂອງພະຍາດໂຄ ວິດ-19 ໃນໄລຍະຜ່ານມາ, ພິເສດ ກໍຄື ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນການເປັນປະ ທານອາຊຽນ ໃນປີ 2024 ໃຫ້ໄດ້ ຮັບຜົນສໍາເລັດຢ່າງຈົບງາມ. ທ່ານ ຟູ ຈີ ເຊຍ ໄດ້ສະແດງ ຄວາມຍິນດີໃນການຊຸກຍູ້ໃຫ້ພາກ ສ່ວນກ່ຽວຂ້ອງຂອງສິງກະໂປ ປະ ສານສົມທົບກັນຢ່າງໃກ້ຊິດກັບຝ່າຍ ຊິມ ອານ ກໍໄດ້ສະແດງຄວາມຍິນດີ ລາວ ເພື ່ອເສີມຂະຫຍາຍການພົວ ພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍລະຫວ່າງສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາ ສູ່ປະຊາຊົນສອງຊາດ. ພ້ອມກັນນີ້, ກໍສະແດງຄວາມຍິນດີ ທີ່ຈະສືບຕໍ່ໃຫ້ ການສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນລະດັບເວທີພາກ ພື້ນ ແລະ ສາກົນ ເປັນຕົ້ນ ໃນຂອບ ການຮ່ວມມື ອົງການສະຫະປະຊາ ຊາດ, ອາຊຽນ ແລະ ອື່ນໆ. ໃນວັນດຽວກັນ, ທ່ານ ອານຸພາບ ວົງໜໍ່ແກ້ວ ແລະ ຄະນະ ກໍໄດ້ເຂົ້າ ຢ້ຽມຂໍ່ານັບ ທ່ານ ນາງ ຊິມ ອານ ລັດຖະມົນຕີອາວຸໂສ ປະຈໍາກະຊວງ ການຕ່າງປະເທດ ແລະ ກະຊວງ ພາຍໃນ ແຫ່ງ ສາທາລະນະລັດ ສິງ ກະໂປ ໂດຍໄດ້ແຈ້ງໃຫ້ຊາບກ່ຽວ ກັບຈຸດປະສົງຂອງການມາຢ້ຽມ ຢາມເຮັດວຽກຢູ່ ສິງກະໂປ ໃນຄັ້ງ ນ ີ້.ໃນໂອກາດດຽວກັນ, ທ່ານ ນາງ ຕ້ອນຮັບຄະນະຜູ້ແທນຝ່າຍລາວ ແລະ ສະແດງຄວາມຊົມເຊີຍຕໍ່ ຄວາມເອົາໃຈໃສ່ຂອງທັງສອງ ຝ່າຍ ທີ່ໄດ້ເຮັດວຽກຮ່ວມກັນຢ່າງ ໃກ້ຊິດ ແລະ ສາມາດຈັດຕັ້ງປະຕິບັດ ກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງສອງກະຊວງການຕ່າງ ປະເທດ ລາວ-ສິງກະໂປ ຄັ້ງທີ II ຂຶ້ນຢ່າງເປັນທາງການ ເພື່ອສືບຕໍ່ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ສອງຝ່າຍ ລາວ-ສິງກະໂປ ໃຫ້ມີ ບາດກ້າວຂະຫຍາຍຕົວ ແລະ ແໜ້ນ ແຟ້ນຍິ່ງຂຶ້ນກວ່າເກົ່າ. ພ້ອມກັນນີ້, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບຝ່າຍສິງ ກະໂປ ມີຄວາມພ້ອມໃນການຕ້ອນ ຮັບການເຄື່ອນໄຫວຢ້ຽມຢາມທາງ ລັດຖະກິດ ຢູ່ ສ ສິງກະໂປ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ພາຍຫລັງທີ່ໄດ້ຮັບເລືອກດໍາ ລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສປປ ລາວ ສະໄໝທີ 2.<br />
KPL

ຂ່າວອື່ນໆ

    • ຮສສ ປາຖະກະຖາວັນສຳຄັນຂອງພັກ-ຂອງລັດວັດທະນະທຳ-ສັງຄົມ

      ຮສສ ປາຖະກະຖາວັນສຳຄັນຂອງພັກ-ຂອງລັດ

      7/24/2026 10:35:45 AM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບ ຮອບ 49 ປີ ແລະ ວັນສ້າງຕັ້ງສາຍ ພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ໃນວັນທີ 22 ກໍລະກົດ 2026

    • ລະດົມຄຳເຫັນໃສ່ຮ່າງຄຳແນະນຳການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດວັດທະນະທຳ-ສັງຄົມ

      ລະດົມຄຳເຫັນໃສ່ຮ່າງຄຳແນະນຳການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ

      7/24/2026 10:29:54 AM

      ຫ້ອງການສະພາວິທະຍາ ສາດແຫ່ງຊາດ ຈັດກອງປະຊຸມ ລະດົມຄຳຄິດຄຳເຫັນໃສ່ (ຮ່າງ) ຄຳແນະນຳ ວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາ ວິທະຍາສາດແຫ່ງຊາດ ໃນວັນທີ 21 ກໍລະກົດ 2026 ໂດຍການເປັນ ປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການ ສະພາວິທະຍາສາດແຫ່ງຊາດ, ມີ ຜູ້ຕາງໜ້າຈາກບັນດາກະຊວງ,ອົງການທຽບເທົ່າ, ອົງການປົກ ຄອງທ້ອງຖິ່ນ, ສະຖາບັນ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ຄອສພ ສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວວັດທະນະທຳ-ສັງຄົມ

      ຄອສພ ສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ

      7/24/2026 10:25:10 AM

      ຄະນະບໍລິຫານງານສະ ຫະພັນແມ່ຍິງ ຄະນະໂຄສະນາອົບ ຮົມສູນກາງພັກ (ຄອສພ) ຈັດພິທີສະເຫລີມສະຫລອງວັນສ້າງຕັ ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ແລະ ສະຫລຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ທິດທາງແຜນການໃນຕໍ່ໜ້າ ໃນວັນທີ 23 ກໍລະກົດ 2026

    • ລາວ ແລະ ອົດສະຕຣາລີ ເພີ່ມທະວີຮ່ວມມືສອງຝ່າຍວັດທະນະທຳ-ສັງຄົມ

      ລາວ ແລະ ອົດສະຕຣາລີ ເພີ່ມທະວີຮ່ວມມືສອງຝ່າຍ

      7/24/2026 9:47:21 AM

      ໃນວັນທີ 21 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງ ຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 59 ແລະ ບັນ ດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງຈັດ ຂຶ້ນໃນລະຫວ່າງວັນທີ 19-25 ກໍ ລະກົດ 2026 ທີ່ນະຄອນຫລວງມະ ນິລາສາທາລະນະລັດ ຟິລິບປິນ.

    • ຍົກລະດັບຄວາມຮູ້ກ່ຽວກັບບັນຫລັກສູດການບັນຊີຂັ້ນພື້ນຖານວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ກ່ຽວກັບບັນຫລັກສູດການບັນຊີຂັ້ນພື້ນຖານ

      7/24/2026 9:29:21 AM

      ກະຊວງການເງິນ ໄດ້ ຈັດຝຶກອົບຮົມຍົກລະດັບຄວາມຮູ້ ກ່ຽວກັບການບັນຊີຂັ້ນພື້ນຖານ ໃຫ້ ພະນັກງານ-ລັດຖະກອນ ຫ້ອງການ ກະຊວງການເງິນ ໃນວັນທີ 21 ກໍລະກົດ 2026 ໂດຍສໍາມະນາ ກອນໄດ້ຮຽນຮູ້ກ່ຽວກັບຫລັກສູດ ບັນຊີຂັ້ນພື້ນຖານ ຊຶ່ງປະກອບມີ 3 ຫົວຂໍ້ຄື: ການບັນຊີຄັງເງິນ (ການ ສ້າງເອກະສານລາຍງານການ ເງິນ), ບັນຊີອົງການຈັດຕັ້ງລັດ (ການສ້າງເອກະສານລາຍງານ ການເງິນ) ແລະ ການວາງແຜນ ແລະ ງົບປະມານ.

ads
ads

Top