ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026

28/07/2026 09:15
Email Print 102
ຂປລ ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ກໍລະກົດ 2026 ໄຂຂຶ້ນໃນວັນທີ 27 ກໍລະກົດ 2026 ຢູ່ສໍານັກງານນາຍົກລັດຖະມົນຕີ,

       ຂປລ. ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານຄະນະກຳມະການປົກຄອງນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມປະຈຳ ເດືອນສິງຫາ 2026.

      ກອງປະຊຸມໄດ້ໄຂຂ້ຶນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທ່ົວປວງຊົນລາວບັນດາເຜ່ົາ ກຳລັງຂຸ້ນຂ້ຽວຈັດຕ້ັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄ້ັງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄ້ັງທີ X ແລະ ຢູ່ໃນໄລຍະກະກຽມວຽກງານຮອບດ້ານ ເພ່ືອຍົກລະດັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນວາລະແຫ່ງຊາດ. ຄຽງຄູ່ກັນນັ້ນ, ກໍໃນ ທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນບັນຫາຂໍ້ຂັດແຍ່ງຢູ່ເຂດຕາເວັນອອກກາງ, ບັນຫາອູແກຣນ, ບັນຫາທະເລຈີນໃຕ້, ບັນຫາຄວາມເຄັ່ງຕຶງຢູ່ປະເທດໃກ້ຄຽງ ແລະ ອື່ນໆ ຊຶ່ງສົ່ງຜົນກະທົບເຮັດໃຫ້ສະພາບເສດຖະກິດໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ. ສໍາລັບປະເທດລາວເຮົາກໍໄດ້ຮັບຜົນກະທົບຈາກສະພາບດັ່ງກ່າວ ໂດຍສະເພາະຫາກສະພາບຍັງສືບຕ່ໍຍືດເຍ້ືອຕ່ໍໄປ ອາດຈະເຮັດໃຫ້ລາຄານ້ຳມັນເຊື້ອໄຟສູງຂຶ້ນ, ເຮັດໃຫ້ຕົ້ນທຶນການນຳເຂົ້າ, ການຂົນສົ່ງ, ການຜະລິດ ແລະ ການບໍລິການພາຍໃນປະເທດ ສູງຂຶ້ນ. ພ້ອມກັນນັ້ນ, ການຜັນຜວນຂອງອັດຕາແລກປ່ຽນຈາກການແຂງຄ່າຂອງເງິນຕາຕ່າງປະເທດ ແລະ ຜົນກະທົບຈາກໄພພິບັດທຳມະຊາດອາດຈະສ່ົງຜົນໃຫ້ລາຄາສິນຄ້ານຳເຂົ້າສູງຂຶ້ນ, ກະທົບຕໍ່ຄ່າຄອງຊີບ, ກຳລັງຊື້, ຕົ້ນທຶນຂອງພາກທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ສະນ້ັນ, ຕ້ອງໄດ້ມີມາດຕະການຮັບມືແກ້ໄຂແຕ່ຫົວທີໃຫ້ທັນການເພື່ອບໍ່ໃຫ້ກະທົບຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ- ສັງຄົມຂອງປະເທດເຮົາ.

     ກອງປະຊຸມຈະໄດ້ດຳເນີນເປັນ ເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜ່ຶງຄື: ການປະຕິບັດວຽກຈຸດສຸມພ້ົນເດ່ັນປະຈໍາເດືອນກໍລະກົດ ແລະ ທິດທາງແຜນການປະຈຳເດືອນສິງຫາ 2026 ຂອງລັດຖະບານ, ສະພາບພົ້ນເດ່ັນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂບັນຫານໍ້າມັນເຊ້ືອໄຟ; ຜົນການຄ້ົນຄວ້າປັບປຸງບັນຊີກິດຈະການຄວບຄຸມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ; ຄວາມຄືບໜ້າຂອງບັນດາຮ່າງ ກົດໝາຍທ່ີຈະນຳເຂ້ົາຜ່ານກອງປະຊຸມສະໄໝສາມັນເທ່ືອທີ 2 ຂອງສະພາແຫ່ງຊາດ ຊຸດທີ X; ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດທ່ີມີຄຸນນະພາບຕອບ ສະໜອງການພັດທະນາໃນເງື່ອນໄຂໃໝ່; ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ; ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ; ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ.

     ໃນໂອກາດດ່ັງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມພ້ອມກັນເອົາໃຈໃສ່ຄ້ົນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ມີທາງອອກທີ່ຈະແຈ້ງ, ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top