ຂປລ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບ ຮອບ 49 ປີ ແລະ ວັນສ້າງຕັ້ງສາຍ ພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ໃນວັນທີ 22 ກໍລະກົດ 2026
ໃຫ້ກຽດປາຖະກະຖາໂດຍທ່ານ ຄໍາມອນ ຈັນທະຈິດ ກຳມະ
ການສຳຮອງສູນກາງພັກ, ຮອງຫົວ
ໜ້າຄະນະໂຄສະນາອົບຮົມສູນກາງ
ພ
ັ
ກ, ມີ ທ່ານ ພົງໄຊສັກ ອິນຖາລາດຮອງລັດຖະມົນຕີ ກະຊວງແຮງງານ
ແລະ ສະຫວັດດີການສັງຄົມ, ມີຫົວ
ໜ້າກົມ-ຮອງກົມ, ຫົວໜ້າພະແນກ
ຮອງພະແນກ ຕະຫລອດຮອດພະ
ນັກງານວິຊາການເຂົ ້າຮ່ວມຮັບຟັງ.
ທ່ານ ຄໍາມອນ ຈັນທະຈິດ ໄດ້
ກ່າວວ່າ: ເພື ່ອລະນຶກເຖິງຜົນງານ,
ຄຸນງາມຄວາມດີຂອງປະທານ
ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ
ຂອງຊາດລາວໃນພາລະກິດຕໍ່ສູ້ປົດ
ປ່ອຍປະເທດຊາດ ກໍຄື ການປະຕິບັດ
2 ໜ້າທີ່ຍຸດທະສາດ ຄື ປົກປັກຮັກ
ສາ ແລະ ສ້າງສາພັດທະນາປະເທດ
ຊາດ ແລະ ຮ່ວມກັນຜັນຂະຫຍາຍວັນ
ເຊັນສົນທິສັນຍາມິດຕະພາບ ແລະ
ການຮ່ວມມື ລາວ-ຫວຽດນາມ ຄົບ
ຮອບ 49 ປີ ແລະ ວັນສ້າງຕັ້ງສາຍ
ພົວພັນການທູດລາວ-ຫວຽດນາມ
ຄົບຮອບ 64 ປີ; ເພື່ອໂຄສະນາ
ສຶກສາອົບຮົມໃຫ້ສະມາຊິກພັກ, ພະ
ນັກງານ-ລັດຖະກອນ ໃຫ້ເຂົ້າໃຈ
ຕໍ່ມູນເຊື້ຶອອັນດີງາມຂອງປະທານ
ສຸພານຸວົງ ແລະ ຍົກສູງສະຕິ, ຕື່ນ
ຕົວ ເປັນເຈົ້າການເສີມຂະຫຍາຍມູນ
ເຊື ້ອຄວາມສາມັກຄີລະຫວ່າງ ລາວ
ຫວຽດນາມ ແລະ ຄວາມສາມັກຄີລະ
ຫວ່າງປະຊາຊົນບັນດາເຜົ່າພາຍ
ໃນຊາດ, ເສີມຂະຫຍາຍມູນເຊື້ອຮັກ
ຊາດ, ຮັກລະບອບປະຊາທິປະໄຕ
ປະຊາຊົນ, ສ້າງຄວາມສາມັກຄີ
ປອງດອງ, ມີສະຕິລະວັງຕົວຕໍ່ກົນ
ອຸບາຍທໍາລາຍມ້າງເພຂອງອິດທິ
ກໍາລັງປໍລະປັກ; ເພື່ອສະແດງຄວາມ
ກະຕັນຍູຮູ້ບຸນຄຸນຕໍ່ຜູ້ນໍາພັກ ແລະ
ລັດຖະບານຮຸ ່ນກໍ່ຕັ້ງ, ຍ້ອນມີເພິ່ນ
ໃນມື້ນັ້ນຈຶ່ງມີພວກເຮົາໃນມື້ນີ້, ຖື
ເອົາໂອກາດນີ ້ໂຄສະນາປຸກລະດົມ
ໃຫ້ພະນັກງານ, ສະມາຊິກພັກ ພ້ອມ
ກັນຮໍ່າຮຽນເອົາຄຸນສົມບັດສິນທໍາ
ປະຕິວັດອັນສູງສົ່ງ ໂດຍສະເພາະ
ແມ່ນຈິດໃຈຮັກຊາດອັນສູງສົ ່ງ
ຍອມເສຍສະລະທຸກສິ່ງທຸກຢ່າງ
ເພື່ອປະເທດຊາດ ແລະ ປະຊາຊົນ
ຂອງປະທານ ສຸພານຸວົງ, ພ້ອມທັງ
ເປັນເຈົ ້າການໃນການເສີມຂະຫຍາຍ
ສາຍພົວພັນພິເສດ ແລະ ການຮ່ວມ
ມືຮອບດ້ານລາວ-ຫວຽດນາມ ໃຫ້
ນັບມື້ເຂົ້າສູ່ລວງເລິກ, ປະກອບສ່ວນ
ໃນການແກ້ໄຂບັນຫາຄວາມຫຍຸ້ງ
ຍາກທາງດ້ານເສດຖະກິດ, ບົນພື້ນ
ຖານການສ້າງເສດຖະກິດເອກະ
ລາດເປັນເຈົ້າຕົນເອງໃນໄລຍະໃໝ່.
ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL