ການສົ່ງອອກສິນຄ້າກະສິກຳໃນເດືອນມິຖຸນາຢູ່ດ່ານສາກົນພູເກືອບັນລຸ 23 ລ້ານກ່ວາໂດລາສະຫະລັດ

30/07/2026 13:32
Email Print 8117
ຂປລ ອີງຕາມຂໍ້ມູນຈາກພະ ແນກສະຖິຕິກະສິກຳ ແລະ ສິ່ງແວດ ລ້ອມ, ກົມແຜນການ ແລະ ການ ຮ່ວມມື ໃຫ້ຮູ້ວ່າ: ການສົ່ງອອກ ສິນຄ້າກະສິກໍາຢູ່ດ່ານສາກົນ ພູ ເກືອ ແຂວງອັດຕະປື ນັບແຕ່ວັນທີ 1-30 ມິຖຸນາ 2026 ສາມາດ ສົ່ງອອກພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ ຈໍານວນ 25.754,35 ໂຕນ, ລວມເປັນມູນ ຄ່າທັງໝົດ 23.680.417,27 ໂດລາສະຫະລັດ.

 ສຳລັບລາຍການສິນຄ້າກະສິກໍາ ທີ່ສົ່ງອອກເປັນສ່ວນຫລາຍແມ່ນ ເມັດກາເຟ, ແປ້ງມັນຕົ້ນ, ໝາກ ມ່ວງ, ແກ່ນສາລີບົດ, ຢາງພາລາ, ກາກມັນຕົ້ນ, ໝາກຖົ່ວຂຽວສົດ, ຊາຕົ້ມນໍ້າ, ແປ້ງປະສົມນໍ້າຕານ, ພິກໄທ, ກາກມັນຕົ້ນ, ໄມ້ເຄື່ອງໂຕະ ບູຊາ, ໄມ້ເປືອຍ, ໄມ້ແຄນ, ຢາງ ຍານຂາວສວນປູກ, ຂີ້ເບຍ, ໃບຢາ ສູບແຫ້ງ. ສິນຄ້າດັ່ງກ່າວ ສ່ວນ ຫລາຍແມ່ນໄດ້ສົ່ງອອກໄປ ສສ ຫວຽດນາມ, ສປ ຈີນ, ເນເທີແລນແລະ ຍີ່ປຸ່ນ. ສິນຄ້າສ່ວນໃຫຍ່ແມ່ນສົ່ງອອກ ໄປ ສສ ຫວຽດນາມ ຊຶ່ງປະກອບ ມີ: ກາເຟ ຈໍານວນ 2.277 ໂຕນ, ໝາກນອດ 600 ໂຕນ, ເປືອກ ບົງ 32 ໂຕນ, ແປ້ງມັນຕົ້ນ 2708 ໂຕນ, ໝາກໂອ 15 ໂຕນ, ນໍ້າຕານ ອໍແກນນິກ 35 ໂຕນ, ນໍ້າຕານຊາຍ ຂາວ 153 ໂຕນ, ກາກນໍ້າຕານ 700 ໂຕນ, ໝາກສົ້ມໂອ(ໝາກ ກ້ຽງໃຫຍ່) 14 ໂຕນ, ໝາກມ່ວງ ຫິມະພານ 70 ໂຕນ, ຂີ້ຢາງພາລາ 1.068,5 ໂຕນ, ໄມ້ຢາງພາລາ 90 ໂຕນ, ໄມ້ຢາງພາລາແປຮູບ 112,5 ໂຕນ, ໄມ້ສັກສໍາເລັດຮູບ 70,1 ໂຕນ ແລະ ໄມ້ວິກ (ໄມ້ອັດ) 2.672,43 ໂຕນ. ພ້ອມນີ້, ຍັງໄດ້ ສົ່ງອອກ ໄປ ສປ ຈີນ ຄື: ແປ້ງມັນ ຕົ້ນ ຈໍານວນ 3.641 ໂຕນ ແລະ ໝາກກ້ວຍ 4.125 ໂຕນ. ນອກ ນັ້ນ, ຍັງໄດ້ສົ່ງອອກນໍ້າຕານຊາຍ ຂາວ, ນໍ້າຕານອໍແກນນິກ ແລະ ນໍ້າຕານຊາຍອໍແກນນິກໄປປະເທດ ແບວຢຽມ ຕື່ມອີກ. ຂໍ້ມູນ-ພາບ: ຂ່າວສານກະສິກຳ

KPL

ຂ່າວອື່ນໆ

    • ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີເສດຖະກິດ

      ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີ

      9/8/2026 10:21:13 AM

      ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫຼີ.

    • ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບເສດຖະກິດ

      ຫາລືທິດທາງພັດທະນາບົດແນະນຳແຫ່ງຊາດວ່າດ້ວຍການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບ

      9/8/2026 10:14:34 AM

      ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ/LNCCI) ຈັດກອງປະຊຸມປຶກສາຫາລືສາມຝ່າຍ ຄັ້ງທີ 1 ກ່ຽວກັບການພັດທະນາບົດແນະນຳແຫ່ງຊາດ ວ່າດ້ວຍການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ (Responsible Business Conduct-RBC) ໃນ ສປປ ລາວ ເພື່ອເປີດເວທີໃຫ້ຜູ້ຕາງໜ້າຈາກພາກລັດ, ອົງກອນຕາງໜ້າຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ສະມາຄົມທຸລະກິດ, ວິສາຫະກິດ, ອົງການແຮງງານສາກົນ (ILO) ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມແລກປ່ຽນຄຳເຫັນ ເພື່ອເສີມສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບ RBC.

    • ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງເສດຖະກິດ

      ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ

      9/4/2026 9:54:47 PM

      ກອງປະຊຸມຄະນະຊີ້ນຳລວມ ການຈັດຕັ້ງປະຕິບັດຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ, ມີຜູ້ຕາງໜ້າຈາກບັນດາກະຊວງ-ຂະແໜງການ ພ້ອມດ້ວຍຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ທະນາຄານພັດທະນາອາຊີ (ADB) ເຂົ້າຮ່ວມ.

    • ງານວາງສະແດງຜະລິດຕະພັນລາວຈະຈັດຂື້ນຕົ້ນເດືອນຕຸລາ 2026 ນີ້ເສດຖະກິດ

      ງານວາງສະແດງຜະລິດຕະພັນລາວຈະຈັດຂື້ນຕົ້ນເດືອນຕຸລາ 2026 ນີ້

      9/4/2026 9:48:34 PM

      ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 (Made in Laos 2026) ຈະຈັດຂຶ້ນໃນລະຫວ່າງວັນທີ 3-11 ຕຸລາ 2026 ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ພິທີຖະແຫຼງຂ່າວກ່ຽວກັບການຈັດງານດັ່ງກ່າວ ຈັດຂຶ້ນໃນວັນທີ 1 ກັນຍາ 2026 ນີ້ ໂດຍມີ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ມີຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍຜູ້ປະກອບການ, ບໍລິສັດ, ຜູ້ສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຫາລືສົ່ງເສີມ ແລະ ຄຸ້ມຄອງການລົງທຶນເສດຖະກິດ

      ຫາລືສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

      8/14/2026 8:01:00 AM

       ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງ ປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນທົ່ວປະເທດ ຄັ້ງທີ I ໃນວັນທີ 11-12 ສິງຫາ 2026 ໂດຍໄດ້ຮັບກຽດເຂົ້າ ຮ່ວມໃຫ້ທິດຊີ້ນໍາຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແລະ ເປັນປະ ທານໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ, ຜູ້ປະຈຳການລັດ ຖະບານ, ປະທານຄະນະກໍາ ມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ, ມີລັດ ຖະມົນຕີ, ປະທານຄະນະ ກໍາມະການປົກຄອງນະຄອນຫລວງ ວຽງຈັນ, ພະນັກງານຫລັກແຫລ່ງ ຈາກສູນກາງ ແລະ ທ້ອງຖິ່ນ ແລະ ພາກທຸລະກິດ ເຂົ້າຮ່ວມ.

ads
ads

Top