ເສດຖະກິດ ສິງກະໂປ ຂະຫຍາຍຕົວ 4,1%

15/10/2024 15:24
Email Print 115
ຂປລ ກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ລາຍງານ ຕົວເລກຄາດການເຕີບໂຕ ຂອງເສດຖະກິດ ສິງກະໂປ ໃນໄລຍະ ໄຕມາດສາມ (ເດືອນກໍລະກົດ-ເດືອນກັນຍາ) ຂອງປີ 2024 ຢູ່ທີ 4,1% ເມື່ອທຽບປີຕໍ່ປີ ຊຶ່ງເພີ່ມຂຶ້ນ ຈາກການເຕີບໂຕ 2,9% ໃນໄຕມາດສອງ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ລາຍງານ ຕົວເລກຄາດການເຕີບໂຕ ຂອງເສດຖະກິດ ສິງກະໂປ ໃນໄລຍະ ໄຕມາດສາມ (ເດືອນກໍລະກົດ-ເດືອນກັນຍາ) ຂອງປີ 2024 ຢູ່ທີ 4,1% ເມື່ອທຽບປີຕໍ່ປີ ຊຶ່ງເພີ່ມຂຶ້ນ ຈາກການເຕີບໂຕ 2,9% ໃນໄຕມາດສອງ.

ໂດຍການຜະລິດ ໃນໄຕມາດສາມ ຂະຫຍາຍຕົວ 7,5% ເມື່ອທຽບປີຕໍ່ປີ, ຊຶ່ງຟື້ນຕົວ ຈາກການຫລຸດລົງ 14,1% ໃນໄຕມາດສອງ, ໂດຍກຸ່ມການຜະລິດທັງໝົດ, ຍົກເວັ້ນ ກຸ່ມການຜະລິດ ທາງຊີວະວິທະຍາ ມີການຂະຫຍາຍຕົວ ເພີ່ມຂຶ້ນໃນໄຕມາດສາມ.

ສ່ວນພາກການກໍ່ສ້າງ ເຕີບໂຕ 3,1% ເມື່ອທຽບປີຕໍ່ປີ ດ້ວຍແຮງຊຸກຍູ້ ຈາກຜົນຜະລິດ ການກໍ່ສ້າງ ຂອງພາກເອກະຊົນ, ແຕ່ວ່າການເຕີບໂຕ ໄຕມາດສາມ ຕໍ່ກວ່າ ການເຕີບໂຕ ໄຕມາດສອງ 4,8%. ສ່ວນພາກ ອຸດສາຫະກຳ ການບໍລິການ ໃນໄຕມາດ 3 ເຕີບໂຕ 3,3% ເມື່ອທຽບປີຕໍ່ປີ ຊຶ່ງຕໍ່າກວ່າ ການເຕີບໂຕ ໄຕມາດສອງ 3,6%.

KPL

ຂ່າວອື່ນໆ

ads
ads

Top