ສປຈີນ-ປາກິດສະຖານ ຮ່ວມມືກັນເລັ່ງສ້າງໂຄງການຂະໜາດໃຫຍ່

15/10/2024 15:24
Email Print 118
ຂປລ ທ່ານ ຫລີ່ ສຽງ, ນາຍົກລັດຖະມົນຕີຈີນ ກ່າວວ່າ: ສປຈີນ ພ້ອມເຮັດວຽກຮ່ວມກັບ ປາກິດສະຖານ ເພື່ອເລັ່ງລັດ ການກໍ່ສ້າງໂຄງການ ຂະໜາດໃຫຍ່ຕ່າງໆເຊັ່ນ: ທາງລົດໄຟ, ທາງຫລວງ ແລະ ທ່າກຳປັ່ນ ເພື່ອສົ່ງມອບ ຜົນປະໂຫຍດ ຂອງຄວາມຮ່ວມມື ທະວີພາຄີ ສູ່ປະຊາຊົນ ເປັນວົງກວ້າງຂຶ້ນ,

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 14 ຕຸລາ, ທ່ານ ຫລີ່ ສຽງ, ນາຍົກລັດຖະມົນຕີຈີນ ກ່າວວ່າ: ສປຈີນ ພ້ອມເຮັດວຽກຮ່ວມກັບ ປາກິດສະຖານ ເພື່ອເລັ່ງລັດ ການກໍ່ສ້າງໂຄງການ ຂະໜາດໃຫຍ່ຕ່າງໆເຊັ່ນ: ທາງລົດໄຟ, ທາງຫລວງ ແລະ ທ່າກຳປັ່ນ ເພື່ອສົ່ງມອບ ຜົນປະໂຫຍດ ຂອງຄວາມຮ່ວມມື ທະວີພາຄີ ສູ່ປະຊາຊົນ ເປັນວົງກວ້າງຂຶ້ນ, ໂດຍໃຫ້ຄວາມສຳຄັນ ກັບການກໍ່ສ້າງ ສະບັບປັບປຸງ ຂອງແລວ ເສດຖະກິດ ສປຈີນ-ປາກິດສະຖານ.

ຖະແຫລງການດັ່ງກ່າວ ໄດ້ກ່າວໃນເບື້ອງຕົ້ນ ລະຫວ່າງ ການພົບປະ ຫາລືກັນ ລະຫວ່າງ ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ກັບ ທ່ານ ເຊບາຊ ຊາຣີຟ, ນາຍົກລັດຖະມົນຕີ ປາກິດສະຖານ ໃນນະຄອນຫລວງ ອິດສະລາມາບັດ ຂອງ ປາກິດສະຖານ./.

KPL

ຂ່າວອື່ນໆ

ads
ads

Top