ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

15/10/2024 14:49
Email Print 12094
ຂປລ ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.



ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່
2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ​ໄດ້​​ໃຫ້​ຮູ້ວ່າ: ກົດໝາຍດັ່ງກ່າວ ຖືເປັນບາດກ້າວສຳຄັນອັນໜຶ່ງ ໃນພາລະກິດການສະໜອງ ການບໍລິການປິ່ນປົວທີ່ມີຄຸນນະພາບ ໃຫ້ແກ່ພໍ່ແມ່ປະຊາຊົນທຸກຄົນ ເຊິ່ງຈະເປັນເຄື່ອງມືຊ່ວຍໃຫ້ລັດຖະບານ ແກ້ໄຂບັນຫາທ້າທາຍ ໃນວຽກງານສາທາລະນະສຸກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ການມີນິຕິກຳດ້ານສາທາລະນະສຸກ ທີ່ມີປະສິດທິພາບ ຖືເປັນເສົາຫລັກອັນໜຶ່ງ ໃນການສ້າງລະບົບສາທາລະນະສຸກ ທີ່ເຂັ້ມແຂງ ແລະ ໝັ້ນຄົງ ເນື່ອງຈາກນິຕິກຳດັ່ງກ່າວ ຈະຊ່ວຍວາງຂອບການຈັດຕັ້ງປະຕິບັດງານ ເພື່ອຮັບປະກັນການເຂົ້າເຖິງ ການບໍລິການປິ່ນປົວທີ່ມີຄຸນນະພາບ, ປົກປ້ອງສຸຂະພາບ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງ ພໍ່ແມ່ປະຊາຊົນທຸກຄົນ. ກົດໝາຍທັງ 3 ສະບັບນີ້ ຖືເປັນຜົນງານຢັ້ງຢືນຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານ ໃນການລົງທຶນໃສ່ວຽກງານ ສາທາລະນະສຸກ ເພື່ອຍົກສູງຊີວິດການເປັນຢູ່ ຂອງປະຊາຊົນລາວທັງໃນປັດຈຸບັນ ແລະ ອະນາຄົດ.

ກົດໝາຍ ວ່າດ້ວຍສາທາລະນະສຸກ ໄດ້ປະກາດ​ໃຊ້ນັບແຕ່ເດືອນກໍລະກົດ 2023 ເປັນຕົ້ນມາ ເຊິ່ງໄດ້ເນັ້ນໜັກຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງລັດຖະບານ ຕໍ່ກັບຂະແໜງສາທາລະນະສຸກ ໂດຍສະເພາະ ໄດ້ກຳນົດໃຫ້ມີການຈັດສັນງົບປະມານ ຂອງຂະແໜງສາທາລະນະສຸກ ໃຫ້ກວມເອົາ ຢ່າງໜ້ອຍ 9% ຂຶ້ນໄປຂອງງົບປະມານແຫ່ງລັດ. ກົດໝາຍສະບັບນີ້, ມີບົດບາດໃນການເຊື່ອມຕໍ່ ແລະ ຊີ້ນຳນິຕິກຳຫລາຍສະບັບທີ່ນອນ ໃນຂົງເຂດວຽກງານສາທາລະນະສຸກ, ພ້ອມທັງກຳນົດພາລະບົດບາດ, ໂຄງຮ່າງການຈັດຕັ້ງ ແລະ ການດຳເນີນງານໂດຍລວມ ຂອງກະຊວງ ສາທາລະນະສຸກ.

ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ໄດ້ປະກາດ​ໃຊ້ນັບແຕ່ ເດືອນ ພະຈິກ 2023 ເປັນຕົ້ນມາ. ກົດໝາຍສະບັບນີ້, ໄດ້ຊຸກຍູ້ໃຫ້ປະຊາຊົນ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານ ມີສ່ວນຮ່ວມໃນການວາງແຜນ ແລະ ການໃຫ້ບໍລິການສຸຂະພາບຂັ້ນຕົ້ນ ພ້ອມທັງສ້າງຄວາມ ເຂັ້ມແຂງ ແລະ ເຊື່ອມສານການບໍລິການສຸຂະພາບ ເພື່ອໃຫ້ການ້ບໍລິການໃນຂັ້ນຊຸມຊົນ ມີປະສິດທິພາບຍິ່ງຂຶ້ນ.

ກົດໝາຍ ວ່າດ້ວຍການປິ່ນປົວ(ສະບັບປັບປຸງ) ໄດ້ກຳນົດແນວທາງຈໍາເປັນ ໃນການຄຸ້ມຄອງສະຖານທີ່ ບໍລິການປິ່ນປົວພາກເອກະຊົນ ທີ່ນັບມື້ນັບຂະຫຍາຍຕົວ ເຊິ່ງປະກອບມີ ການຂຶ້ນທະບຽນໂຮງໝໍ, ຄລີນິກ ແລະ ສູນການປິ່ນປົວເອກະຊົນ ແລະ ກໍານົດນິຍາມຂອງ ຜູ້ປະກອບ ວິຊາຊີບປິ່ນປົວ ຕ້ອງມີໃບອະນຸຍາດເຄື່ອນໄຫວ ວິຊາຊີບປິ່ນປົວທີ່ອອກໃຫ້ໂດຍ ສະພາຄຸ້ມຄອງວິຊາຊີບ ສາທາລະນະສຸກ ແລະ ບັນທຶກເຂົ້າໃນຖານຂໍ້ມູນ ຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ. ກົດໝາຍສະບັບນີ້, ຖ້າມີການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ຈະຊ່ວຍຊຸກຍູ້ວຽກງານ ການຍົກສູງຄຸນນະພາບ ແລະ ຄວາມປອດໄພ ຂອງການບໍລິການປິ່ນປົວ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນການແພດ ຄືກັນກັບກົດໝາຍສະບັບອື່ນໆ.

ກົດໝາຍທັງ 3 ສະບັບ ແມ່ນຮ່າງຂຶ້ນ ແລະ ປັບປຸງໂດຍ ກະຊວງສາທາລະນະສຸກ ຮ່ວມກັບສະພາແຫ່ງຊາດ, ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ກະຊວງຍຸຕິທຳ ແລະ ກະຊວງທີ່ກ່ຽວຂ້ອງ. ຂະບວນການຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (USCDC). ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແມ່ນສະໜັບສະໜູນ ແລະ ຮ່ວມມືອົງການອຸຍ​ນີ​ເຊບ ແລະ ອົງການອະນາໄມໂລກ, ການປັບປຸງກົດໝາຍ ວ່າດ້ວຍການປິ່ນປົວ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ.

ຂ່າວ-ພາບ: ວຽງ​ສະຫວັນ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top