ກຸ່ມທະນາຄານການຄ້າ ສປຈີນ ຈະປັບຫລຸດອັດຕາດອກເບ້ຍສິ່ນເຊື່ອເຮືອນ

15/10/2024 15:24
ຂປລ ກຸ່ມທະນາຄານ ການຄ້າ ແຫ່ງໃຫຍ່ ລະດັບຊາດຂອງ ສປຈີນ ຈຳນວນ 6 ແຫ່ງ ເປີດເຜີຍ ລາຍລະອຽດ ກ່ຽວກັບ ມາດຕະການ ປັບຫລຸດ ອັດຕາດອກເບ້ຍ ສິ່ນເຊື່ອເຮືອນ ທີ່ຢູ່ອາໄສ ທີ່ມີຢູ່ແລ້ວ ໃຫ້ສອດຄອງກັບ ນະໂຍບາຍຂອງ ທະນາຄານກາງ

ຂປລ.ສຳນັກ​ຂ່າວ ​ຊິນ​ຮວາ ​ຂອງ ສປຈີນ, ກຸ່ມ​ທະນາຄານ​ ການ​ຄ້າ​ ແຫ່ງ​ໃຫຍ່ ລະດັບ​ຊາດ​ຂອງ ສປຈີນ ຈຳນວນ 6 ​ແຫ່ງ ​ເປີດ​ເຜີຍ​ ລາຍ​ລະອຽດ​ ກ່ຽວກັບ ມາດ​ຕະການ ປັບ​ຫລຸດ ອັດຕາ​ດອກ​ເບ້ຍ ສິ່ນ​ເຊື່ອ​ເຮືອນ​ ທີ່ຢູ່​ອາ​ໄສ ທີ່​ມີ​ຢູ່​ແລ້ວ ໃຫ້​ສອດ​ຄອງ​ກັບ ນະ​ໂຍບາຍ​ຂອງ ທະນາຄານ​ກາງ ​ເພື່ອ​ຮັກສາ​ ສະຖຽນ​ລະ​ພາບ​ ຂອງ​ຕະຫລາດອະສັງຫາລິມະ​ຊັບ.

ຖະ​ແຫລ​ງການ​ຈາກ​ກຸ່ມ​ ທະນາຄານ​ ການ​ຄ້າ ​ເບື້ອງ​ຕົ້ນ ​ໄດ້​ແກ່: ທະນາຄານ ​ເພື່ອ​ອຸດສາຫະກຳ ​ແລະ ການ​ຄ້າ​ແຫ່ງ​ປະ​ເທດ ສປຈີນ, ທະນາຄານ​ກະສິກຳ ​ແຫ່ງ​ປະ​ເທດ ສປຈີນ, ທະນາຄານ​ແຫ່ງ​ ປະ​ເທດ ສປຈີນ, ທະນາຄານ​​ເພື່ອການ​ກໍ່ສ້າງ​ແຫ່ງ​ ປະ​ເທດ ສປຈີນ, ທະນາຄານ ​ເພື່ອ​ການ​ສື່​ສານ ​ແລະ ທະ​ນາຄາ​ນ​ ເພື່ອ​ການ​ອອມ​ຊັບ ​ທາງ​ໄປສະ​ນີ​ແຫ່ງ​ປະ​ເທດ ສປຈີນ ລະບຸ​ ການ​ປັບ​ຫລຸດ ອັດຕາ​ດອກ​ເບ້ຍ​ນີ້ ຈະ​ເລີ່​ມຕົ້ນ​ດຳ​ເນີນ​ການ ຕັ້ງ​ແຕ່​ວັນ​ທີ 25 ຕຸລານີ້ ເປັນຕົ້ນໄປ.

ອັດຕາ​ດອກ​ເບ້ຍ​ຂອງ ຊິ່ນ​ເຊື່ອ​ເຮືອນ ​ທີ່ຢູ່​ອາ​ໄສ ສຳລັບ ​ເຮືອນ​ຫລັງ​ທຳ​ອິດ, ​ເຮືອນ​ຫລັງ​ທີ​ສອງ ​ແລະ ​ເຮືອນ​ຫລັງ​ອື່ນໆ ຈະ​ຖືກ​ປັບ​ຫລຸດ ຈົນ​ຕໍ່າ​ກວ່າ ອັດຕາດ​ອກ​ເບ້ຍ ​ຂອງ​ສິ່ນ​ເຊື່ອ​ເຮືອນ​ ທີ່ຢູ່​ອາ​ໄສ ທີ່​ມີ​ຢູ່​ແລ້ວ ​ເມື່ອ​ເດືອນ​ກັນຍາ, ຂະນະ​ທີ່ ສປຈີນ ຕັ້ງ​ເປົ້າ​ໝາຍ​ ຫລຸດ​ພາລະ ​ທາງ​ການ​ເງິນ ​ຂອງ​ເຈົ້າ​ຂອງ ອະສັງຫາລິມະ​ຊັບ. ​ແຜ​ນດັ່ງກ່າວ​ຂອງ​ທະນາຄານ​ກາງ ຂອງ​ສ​ປຈີນ ມີ​ຂຶ້ນ​ ຫລັງ​ຈັດ ກອງ​ປະ​ຊຸມ​ ຄະນະກົມ​ການ​ເມືອງ​ ສູນ​ກາງ​ພັກ ​ກອມ​ມູນິດຈີນ (CPC) ​ເມື່ອ​ວັນ​ທີ 26 ກັນຍາ​ຜ່ານ​ມາ ເພື່ອຮັກ​ສາ​ ສະ​ຖຽນ​ລະ​ພາບ​ ຂອງ​ຕະ​ຫລາດ​ ອະ​ສັງ​ຫາ​ລິ​ມະ​ຊັບພາຍ​ໃນ​ປະ​ເທດ./.

KPL

ຂ່າວອື່ນໆ

ads
ads

Top