ນາຊາ ສົ່ງຍານສຳຫລວດ ດວງຈັນ ຢູໂຣປາ ຄົ້ນຫາອົງປະກອບອຳນວຍການດຳລົງຊີວິດ

15/10/2024 15:24
Email Print 115
ຂປລ ຍານສຳຫລວດ ຢູໂຣປາ ຄລີບເປີຣ(Europa Clipper) ຂອງອົງການ ບໍລິຫານການບິນ ແລະ ອາວະກາດ ແຫ່ງຊາດ (NASA) ໄດ້ສົ່ງຂຶ້ນສູ່ ອາວະກາດ ຈາກຖານປ່ອຍຍານສຳຫລວດ ໃນລັດ ຟໍລິດາ ແລະ ມຸ້ງໜ້າສູ່ ດວງຈັນ ນໍ້າກ້ອນ ຂອງດາວພະຫັດ ເພື່ອຄົ້ນຫາວ່າ ມີອົງປະກອບທີ່ ເອື້ອອຳນວຍ ຕໍ່ການດຳລົງຊີວິດ ຫລື ບໍ່.

ຂປລ.ສຳນັກຂ່າວ ເອເອຟພີ, ວັນທີ 15 ຕຸລາ, ຍານສຳຫລວດ ຢູໂຣປາ ຄລີບເປີຣ(Europa Clipper) ຂອງອົງການ ບໍລິຫານການບິນ ແລະ ອາວະກາດ ແຫ່ງຊາດ (NASA) ໄດ້ສົ່ງຂຶ້ນສູ່ ອາວະກາດ ຈາກຖານປ່ອຍຍານສຳຫລວດ ໃນລັດ ຟໍລິດາ ແລະ ມຸ້ງໜ້າສູ່ ດວງຈັນ  ນໍ້າກ້ອນ ຂອງດາວພະຫັດ ເພື່ອຄົ້ນຫາວ່າ ມີອົງປະກອບທີ່ ເອື້ອອຳນວຍ ຕໍ່ການດຳລົງຊີວິດ ຫລື ບໍ່. ຈະຫລວດ ຟໍລຄອນ ເຮຟວີ(Falcon Heavy) ຂອງບໍລິສັດ ສເປຊ ເອັກຊ(SpaceX) ພ້ອມດ້ວຍ ຍານສຳຫລວດ ຢູໂຣປາ ຄລີບເປີຣ ຂຶ້ນສູ່ ອາວະກາດ , ຊຶ່ງຍານສຳຫລວດ ຈະເດີນທາງເຖິງດວງຈັນ ຢູໂຣປາ ໜຶ່ງໃນດາວພະຫັດ ໃນອີກ ປະມານ 5 ປີເຄິ່ງ.

ໃນເວລາຕໍ່ມາ ນາຊາ ຢືນຢັນວ່າ ການຮັບສັນຍານຈາກ ຍານຢູໂຣປາ ຄລີບເປີຣ ແລະ ແຜງໂຊລາຣເຊລ ຂະ   ໜາດໃຫຍ່ ຊຶ່ງອອກແບບມາ ເພື່ອດັກຈັບ ແສງອອ່ນໆ ທີ່ໄປເຖິງ ດາວພະຫັດ ຖືກເປີດໃຊ້ງານ ຢ່າງເຕັມທີ່. ຊຶ່ງພາລະກິດດັ່ງກ່າວ ຈະຊ່ວຍໃຫ້ນາຊາ ຄົ້ນພົບ ລາຍລະອຽດໃໝ່ ກ່ຽວກັບ ດວງຈັນຢູໂຣປາ ຊຶ່ງບັນດານັກວິທະຍາສາດ ເຊື່ອວ່າ ມີມະຫາສະໝຸດຢູ່ໃຕ້ ພື້ນຜີວ ທີ່ປົກຄຸມ ໄປດ້ວຍນໍ້າກ້ອນ./.

KPL

ຂ່າວອື່ນໆ

ads
ads

Top