ວິທະຍາໄລເຕັກນິກປາກປ່າສັກ ຮ່ວມມືດ້ານການສຶກສາ ກັບ ວິທະຍາໄລ ເຕັກໂນໂລຊີປັນຍາພິວັດຂອງໄທ

29/02/2024 14:03
Email Print 3754
ຂປລ ຂປລ. ໃນວັນທີ 28 ກຸມພາ ທີ່ຜ່ານມາ ໄດ້ມີພິທີ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ດ້ານຄວາມຮ່ວມມືທາງການສຶກສາລະຫວ່າງວິທະຍາໄລເຕັກນິກ ປາກປ່າສັກ ສປປ. ລາວແລະ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດ ໂດຍການໃຫ້ກຽດເປັນສັກຂີພິຍານຂອງທ່ານ ສຸລິອຸດົງ ສຸນດາລາ ຮອງລັດຖະມົນຕີກະຊວງສຶກສາແລະ ກິລາ, ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ ພ້ອມດ້ວຍ ທ່ານ ກໍ່ສັກ ໄຊລັດສະໝີສັກ ປະທານກຳມະການບໍລິຫານ ບໍລິສັດ ຊີພີ ອໍລຈຳກັດ(ມະຫາຊົນ). ໂດຍການຮ່ວມລົງນາມຂອງທ່ານ ສາຍສະໝອນ ງາມສີ ຜູ້ອໍານວຍການວິທະຍາໄລເຕັກນິກ ປາກປ່າສັກ ແລະ ທ່ານ ປິຍະວັດ ທິຕະສັດທາວໍລະກຸນ ຜູ້ຮັບໃບອະນຸຍາດ ວິທະຍາໄລເຕັກໂນໂລຊີ ປັນຍາພິວັດ.

ຂປລ. ໃນວັນທີ 28 ກຸມພາ ທີ່ຜ່ານມາ ໄດ້ມີພິທີ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ດ້ານຄວາມຮ່ວມມືທາງການສຶກສາລະຫວ່າງວິທະຍາໄລເຕັກນິກ ປາກປ່າສັກ ສປປ ລາວ

ແລະ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດ ໂດຍການໃຫ້ກຽດເປັນສັກຂີພິຍານຂອງທ່ານ ສຸລິອຸດົງ ສຸນດາລາ  ຮອງລັດຖະມົນຕີກະຊວງສຶກສາແລະ ກິລາ, 

ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ ພ້ອມ​ດ້ວຍ​ ທ່ານ ກໍ່ສັກ ໄຊລັດສະໝີສັກ ປະທານກຳມະການບໍລິຫານ ບໍລິສັດ ຊີພີ ອໍລຈຳກັດ(ມະຫາຊົນ).

ໂດຍການຮ່ວມລົງນາມຂອງທ່ານ ສາຍສະໝອນ ງາມສີ ຜູ້ອໍານວຍການວິທະຍາໄລເຕັກນິກ ປາກປ່າສັກ ແລະ ທ່ານ ປິຍະວັດ ທິຕະສັດທາວໍລະກຸນ  ຜູ້ຮັບໃບອະນຸຍາດ ວິທະຍາໄລເຕັກໂນໂລຊີ ປັນຍາພິວັດ.

ກາຮ່ວມມືດັ່ງກ່າວເພື່ອແນ່ໃສ່ພັດທະນາການສຶກສາອາຊີວະສຶກສາລະບົບທະວີພາຄີ ໃຫ້ແກ່ຜູ້ຮຽນລະດັບປະກາດຊະນີຍະບັດວິຊາຊີບ (ປວຊ) ແລະ ລະດັບປະກາດຊະນີຍະບັດວິຊາຊີບຊັ້ນສູງ (ປວສ)

ປະເພດວິຊາບໍລິຫານທຸລະກິດ, ສາຂາການຈັດການທຸລະກິດການຄ້າຍ່ອຍ, ສາຂາການທຸລະກິດການຄ້າຍ່ອຍສະໄໝໃໝ່ ແລະ ສາຂາອື່ນໆ ທີ່ກົງກັບຄວາມຕ້ອງການຂອງສະຖານທີ່ປະກອບການ.

ທັງເປັນການສົ່ງເສີມສະໜັບສະໜູນໃຫ້ຜູ້ຮຽນໄດ້ພັດທະນາການຮຽນຮູ້ທັກສະ ແລະ ປະສົບການຕົວຈິງໃນການຝຶກປະຕິບັດຕົວຈິງໃນສະຖານທີ່ປະກອບການ

ໂດຍຈະຮ່ວມມືກັນພັດທະນາຫລັກສູດການຮຽນການສອນ, ການຝຶກອົບຮົມ ຕາມຫລັກສູດອາຊີວະສຶກສາລະບົບທະວີພາຄີ ພ້ອມທັງປະສານຄວາມຮ່ວມມືໃນການຝຶກອົບຮົມພັດທະນາຄູ ແລະ ບຸກຄະລາກອນທາງການສຶກສາ

ເພື່ອມຸ່ງເນັ້ນຜະລິດ ແລະ ພັດທະນາກຳລັງຄົນທີ່ມີປະສິດທິພາບຕອບສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ ແລະ ສະຖານທີ່ປະກອບການທັງພາຍໃນ ແລະ ຕ່າງປະເທດ.

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top