ຂປລ
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ນຳສະເໜີຜົນສຳເລັດຂອງສື່ການຮຽນ-ການສອນຝຶກເວົ້າພາສາລາວ ທີ່ມະຫາວິທະຍາໄລ ອອກສະຟອດ ລາຊະອານາຈັກອັງກິດ ໃນລະຫວ່າງວັນທີ 15-16 ກັນຍາ 2026 ຜ່ານມາ, ເພື່ອສະແດງໃຫ້ເຫັນວ່າ ຂໍ້ມູນຫຼັກຖານ, ການຄົ້ນຄວ້າຈາກຫ້ອງຮຽນ ແລະ ການຮ່ວມມືກັນ ໄດ້ຊ່ວຍເສີມສ້າງພື້ນຖານດ້ານພາສາ ແລະ ການອ່ານ-ການຂຽນພາສາລາວ ໃຫ້ແກ່ນັກຮຽນຂັ້ນ ປ1 ຢ່າງເຂັ້ມແຂງ ໂດຍສະເພາະແມ່ນເດັກທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ.
ການນຳສະເໜີໃນຄັ້ງນີ້ ເປັນການບອກເລົ່າບົດຮຽນ ແລະ ປະສົບການສຳຄັນຂອງ ສປປ ລາວ ໃນການນຳເອົາຫຼັກຖານ ແລະ ຜົນການວິໄຈຕົວຈິງຈາກຫ້ອງຮຽນ ມາພັດທະນາເປັນນະວັດຕະກຳດ້ານການຮຽນຮູ້ ແລະ ຂະຫຍາຍຜົນສູ່ລະດັບຊາດ. ໂຄງການດັ່ງກ່າວ ໄດ້ເລີ່ມຕົ້ນຈາກການທົດລອງຢູ່ 7 ເມືອງ ໃນໄລຍະປີ 2019-2021, ກ່ອນຈະຂະຫຍາຍພື້ນທີ່ທົດລອງເປັນ 21 ເມືອງ ໃນສົກຮຽນ 2023-2024. ຈາກຜົນການທົດລອງ, ການປະເມີນ ແລະ ການປັບປຸງຢ່າງຕໍ່ເນື່ອງ, ບົດຮຽນຝຶກເວົ້າພາສາລາວ ໄດ້ຖືກນຳເຂົ້າໃນການຮຽນ-ການສອນເສີມ ສຳລັບວິຊາພາສາລາວ ໃນຫຼັກສູດແຫ່ງຊາດຢ່າງເປັນຮູບປະທຳ.</p><p data-path-to-node="2">ສື່ການຮຽນ-ການສອນດັ່ງກ່າວ ເນັ້ນພັດທະນາທັກສະການຟັງ ແລະ ການເວົ້າພາສາລາວ ສຳລັບນັກຮຽນຊັ້ນປະຖົມສຶກສາປີທີ 1 (ປ1) ໂດຍສະເພາະແມ່ນນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນພາສາແມ່ (ພາສາທຳອິດ) ແລະ ນັກຮຽນທີ່ມີຄວາມຫຍຸ້ງຍາກ ຫຼື ຮຽນອ່ອນດ້ານພາສາລາວ ຊຶ່ງຊຸດສື່ປະກອບມີ: ຄູ່ມືຄູ, ປຶ້ມແບບຮຽນ, ຊຸດເກມການສຶກສາ, ຕຸກກະຕາເຈ້ຍ ແລະ ບັດຄຳສັບ ໂດຍນຳໃຊ້ວິທີການຮຽນ-ການສອນ ທີ່ເນັ້ນນັກຮຽນເປັນໃຈກາງ.</p><p data-path-to-node="3">ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຜົນງານນີ້ ແມ່ນຕົວຢ່າງຂອງການນຳເອົາບັນຫາຕົວຈິງຈາກຫ້ອງຮຽນ ມາພັດທະນາເປັນວິທີແກ້ໄຂໃນລະດັບຊາດ ຜ່ານການນຳໃຊ້ຫຼັກຖານທາງວິທະຍາສາດ ໂດຍໄດ້ຮັບການຮ່ວມມືຢ່າງໃກ້ຊິດຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ທີ່ໄດ້ຜ່ານການຈັດຕັ້ງປະຕິບັດ ແລະ ປັບປຸງຢ່າງເປັນລະບົບຕາມຫຼັກວິທະຍາສາດການສຶກສາ.</p><p data-path-to-node="4">ທ່ານ ນາງ ແກ້ວມະນີ ທອງປະເສີດ ຮອງຜູ້ອຳນວຍການສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ເນັ້ນຕື່ມວ່າ: ການນຳສະເໜີ ຢູ່ມະຫາວິທະຍາໄລ ອອກສະຟອດ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການເຜີຍແຜ່ໂຄງການຝຶກເວົ້າພາສາລາວເທົ່ານັ້ນ, ແຕ່ເປັນການບອກເລົ່າບົດຮຽນຂອງ ສປປ ລາວ ຕໍ່ວົງການການສຶກສາສາກົນ ວ່າການທົດລອງທີ່ອີງໃສ່ຫຼັກຖານມານຳພາ, ມີການຮ່ວມມື, ການປະເມີນ ແລະ ການປັບປຸງຢ່າງຕໍ່ເນື່ອງນັ້ນ ສາມາດກ້າວໄປສູ່ການກຳນົດນະໂຍບາຍ ແລະ ການນຳໃຊ້ຕົວຈິງໃນລະດັບຊາດໄດ້.</p><p data-path-to-node="5" style="text-align:justify;">ໃນຂະນະດຽວກັນ, ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ທັງເປັນຜູ້ຊີ້ນຳແຜນງານບີຄວາ ໄດ້ກ່າວວ່າ: ສະຖານທູດອົດສະຕຣາລີ ມີຄວາມພູມໃຈເປັນຢ່າງຍິ່ງ ທີ່ໄດ້ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາສື່ການຮຽນ-ການສອນຝຶກເວົ້າພາສາລາວ. ຜົນສຳເລັດຄັ້ງນີ້ ສະທ້ອນໃຫ້ເຫັນຄຸນຄ່າຂອງການຮ່ວມມື ໃນການສ້າງຜົນງານທີ່ຍືນຍົງ ແລະ ນຳໄປໃຊ້ໄດ້ຈິງ, ສື່ນີ້ຈະຊ່ວຍສ້າງພື້ນຖານດ້ານພາສາ ແລະ ການຮູ້ໜັງສືໃຫ້ແກ່ເດັກຕັ້ງແຕ່ໄວເລີ່ມຮຽນ ຊຶ່ງເປັນພື້ນຖານສຳຄັນຕໍ່ການຮຽນຮູ້ໃນທຸກວິຊາ. ພ້ອມນີ້ ຍັງເປັນບົດຮຽນທີ່ສາມາດນຳໄປແບ່ງປັນໃນລະດັບສາກົນ ແລະ ເປັນການລົງທຶນທີ່ວາງພື້ນຖານສຳຄັນ ໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ກໍຄື ການພັດທະນາ ສປປ ລາວ ໃນໄລຍະຍາວ.
KPL