ການຢ້ຽມຢາມ ປະມຸກລັດຈີນ-ອາເມລິກາ ພາຍໃນເຄິ່ງປີ ມີຄວາມໝາຍສຳຄັນທາງປະຫວັດສາດ

22/09/2026 17:17
ຂປລ ໂດຍ​ຕອບ​ສະ​ໜອງ​ ຕາມ​ຄຳ​ເຊີນ​ຂອງ​ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິກາ, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ຈະເດີນ​ທາງ​ໄປ​ຢ້ຽມ​ຢາມ ສ.​ອາ​ເມ​ລິ​ກາ ​ທາງ​ລັດ​ຖະ​ກິດ. ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ, ທ່ານ ສີ​ ຈິ້ນ​ຜິງ ກັບ ທ່ານ​ ​ ໂດ​ນັນ ທ​ຣຳ ຈະ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ ກ່ຽວ​ກັບ ​ສາຍ​ພົວ​ພັນ​ ລະ​ຫວ່າງ​ ສປ ຈີນ-ສ.ອາ​ເມ​ລິ​ກາ ແລະ ບັນ​ຫາ​ສຳ​ຄັນ ​ແຫ່ງ​ການ​ພັດ​ທະ​ນາ​ ໂດຍ​ສັນ​ຕິ​ຂອງ​ໂລກ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນ​ທີ 21 ກັນ​ຍາ​ນີ້, ທ່ານ ກົ່ວ​ເຈ່ຍ​ຄຸ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ຢືນ​ຢັນ​ວ່າ: ໂດຍ​ຕອບ​ສະ​ໜອງ​ ຕາມ​ຄຳ​ເຊີນ​ຂອງ​ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິກາ, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ຈະເດີນ​ທາງ​ໄປ​ຢ້ຽມ​ຢາມ ສ.​ອາ​ເມ​ລິ​ກາ ​ທາງ​ລັດ​ຖະ​ກິດ. ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ, ທ່ານ ສີ​ ຈິ້ນ​ຜິງ ກັບ ທ່ານ​ ​ ໂດ​ນັນ ທ​ຣຳ ຈະ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ ກ່ຽວ​ກັບ ​ສາຍ​ພົວ​ພັນ​ ລະ​ຫວ່າງ​ ສປ ຈີນ-ສ.ອາ​ເມ​ລິ​ກາ ແລະ ບັນ​ຫາ​ສຳ​ຄັນ ​ແຫ່ງ​ການ​ພັດ​ທະ​ນາ​ ໂດຍ​ສັນ​ຕິ​ຂອງ​ໂລກ. ທ່ານ ກົ່ວ​ເຈ່ຍ​ຄຸ່ນ ກ່າວ​​ຕື່ມວ່າ: ການທູດ​​ປະ​ມຸກ​ລັດ ​ມີ​ບົດ​ບາດ​ນຳ​ພາ​ ທາງ​ຍຸດ​ທະ​ສາດ​ ທີ່ບໍ່​ສາ​ມາດ​ທົດ​ແທນ​ ໄດ້​ສຳ​ລັບ​ສາຍ​ພົວ​ພັນ ​ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິ​ກາ, ການ​ຢ້ຽມ​ຢາມ ​ເຊິ່ງ​ກັນ ​ແລະ ​ກັນ​ ລະ​ຫວ່າງ​ ປະ​ມຸກ​ລັດ​ຈີນ-ອາ​ເມ​ລິ​ກາ ​ພາຍ​ໃນ​ເຄິ່ງ​ປີ ມີ​ຄວາມ​ໝາຍ​ສຳ​ຄັນ ​ທາງ​ປະ​ຫວັດ​ສາດ. ສປ ຈີນ​ ຍິນ​ດີ​ຮ່ວມ​ກັບ​ ສ.ອາ​ເມ​ລິ​ກາ ​​ເສີມ​ຂະ​ຫຍາຍ ເນື້ອ​ໃນ​​ຂອງສາຍ​ພົວ​ພັນ ​ທີ່​ໝັ້ນ​ຄົງ​ ທາງ​ຍຸດ​ທະ​ສາດ​ ທີ່​ສ້າງ​ສັນ​ ລະ​ຫວ່າງ​ ສ.ຈີນ-ສ.ອາ​ເມ​ລິ​ກາ​ ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ, ເພີ່ມ​ທະ​ວີ ​ການ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື, ຄຸ້ມ​ຄອງ​ຄວາມ​ຂັດ​ແຍ້ງ ​ຢ່າງ​ເໝາະ​ສົມ, ເພີ່ມ​ຄວາມ​ສຸກ ​ໃຫ້​ແກ່ ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ ​ຮຸ່ງ​ເຮືອງ​ຂອງ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top