ເອີຣົບ ປັບໄໝ ກູເກີລ ຫລາຍກວ່າ 400 ລ້ານເອີໂຣ

22/09/2026 17:17
ຂປລ ສະຫະພາບ ເອີຣົບ ໄດ້ປະກາດວ່າ Google ໄດ້ລະເມີດ "ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ" ຂອງສະຫະພາບເອີຣົບ, ແລະ ໄດ້ "ປັບໃໝ" ບໍ​ລິ​ສັດ Google ຫລາຍກວ່າ 400 ລ້ານເອີໂຣ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 21 ກັນ​ຍານີ້, ສະຫະພາບ ເອີຣົບ ໄດ້ປະກາດວ່າ Google ໄດ້ລະເມີດ "ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ" ຂອງສະຫະພາບເອີຣົບ, ແລະ ໄດ້ "ປັບໃໝ" ບໍ​ລິ​ສັດ Google ຫລາຍກວ່າ 400 ລ້ານເອີໂຣ. ເດືອນພຶດສະພາປີ 2018, "ລະບຽບການປົກປັກຮັກສາ ຂໍ້ມູນທົ່ວໄປ" ຂອງສະຫະພາບ ເອີຣົບ ເຊິ່ງຖືເປັນລະບຽບການທີ່ເຂັ້ມງວດ ທີ່ສຸດໃນ ໂລກ ໄດ້ເລີ່ມມີຜົນບັງຄັບໃຊ້. ລະບຽບການດັ່ງກ່າວ ກຳນົດວ່າ: ຖ້າຫາກການ​ປົກ​ປ້ອງ ຂໍ້ມູນຂອງຜູ້ໃຊ້ບໍ່ດີ, ກໍລະນີເບົາ ຈະຖືກປັບໃໝ 10 ລ້ານເອີໂຣ ຫລື 2% ຂອງລາຍໄດ້ ໃນການ​ດຳ​ເນີນ ທຸລະກິດທົ່ວ ໂລກ ຂອງປີກ່ອນ, ກໍລະນີໜັກຈະຖືກປັບໃໝ 20 ລ້ານເອີໂຣ ຫລື 4% ຂອງລາຍໄດ້ ໃນການ​ດຳ​ເນີນ ທຸລະກິດ ທົ່ວໂລກຂອງປີກ່ອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top