ຝຶກອົບຮົມບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ ສສຍລ

16/09/2026 10:20
ຂປລ ພິທີເປີດຊຸດຝຶກອົບຮົມ ບຳລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ຊຸດທີ I ຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ສູນກາງສະຫະພັນແມ່ຍິງລາວ

 ໂດຍການເປັນປະທານຂອງ ທ່ານ ນາງ ທຳມາ ເພັດວິໄຊ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີ ທ່ານ ຄຳກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ. ທັງນີ້, ກໍເພື່ອເປັນການສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ-ລັດຖະກອນຂອງສູນກາງສະຫະພັນແມ່ຍິງລາວ ໃນການຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ທິດສະດີ-ແນວທາງຂອງພັກ ໃນແຕ່ລະໄລຍະ ເພື່ອດັດປັບເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມພາລະບົດບາດ ແລະ ການຈັດຕັ້ງມອບໝາຍໃຫ້.

ຝຶກອົບຮົມຄັ້ງນີ້, ຈະໄດ້ດຳເນີນແຕ່ວັນທີ 14-25 ກັນຍາ 2026, ມີສຳມະນາກອນ ເຂົ້າຮ່ວມທັງໝົດ 41 ສະຫາຍ, ຍິງ 36 ສະຫາຍ. ສ່ວນເນື້ອໃນເອກະສານຝຶກອົບຮົມໃນຄັ້ງນີ້ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ວິທີສັດຈະວິພາກວັດຖຸນິຍົມ, ການກຳເນີດພັກປະຊາຊົນປະຕິວັດລາວ, ສ້າງ ແລະ ບູລະນະລະບອບປະຊາທິປະໄຕ, ແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ສ້າງການຫັນປ່ຽນວຽກງານພະນັກງານ ໃນເງື່ອນໄຂປັດຈຸບັນ, ສັງຄົມສາມັກຄີປອງດອງ ແມ່ນບໍ່ເກີດແຫ່ງກຳລັງແຮງຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແນວທາງເສດຖະກິດຂອງພັກ ຕິດພັນກັບການພັດທະນາວັດທະນະທຳ ແລະ ສິ່ງແວດລ້ອມ, ສ້າງລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນຳພາຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ, ແນວທາງການຕ່າງປະເທດທີ່ສ້າງສັນ, ການພົວພັນເພື່ອນມິດຍຸດທະສາດ, ການຈັດຕັ້ງປະຕິບັດແນວທາງ ແລະ ແຜນນະໂຍບາຍຂອງພັກເຂົ້າສູ່ຊີວິດຕົວຈິງ.

ໂອກາດນີ້, ທ່ານ ນາງ ທຳມາ ເພັດວິໄຊ ໄດ້ມີຄຳເຫັນວ່າ: ການເປີດຝຶກອົບຮົມໃນຄັ້ງນີ້, ຈຸດປະສົງ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ກໍຄື ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ ຄັ້ງທີ IX (2026-2030) ໃນການສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ-ລັດຖະກອນຂອງສູນກາງສະຫະພັນແມ່ຍິງລາວ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ທິດສະດີ-ແນວທາງຂອງພັກ ໃນແຕ່ລະໄລຍະ ເພື່ອດັດປັບເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມພາລະບົດບາດ ແລະ ການຈັດຕັ້ງມອບໝາຍໃຫ້. ນອກນັ້ນ, ເຮັດໃຫ້ພະນັກງານ, ສະມາຊິກພັກ ກໍຄື ສຳມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການສ້າງ ແລະ ການບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ ໂດຍສະເພາະ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ການປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຊາດ ແລະ ຍັງເປັນການເປີດໂອກາດແລກປ່ຽນບົດຮຽນ, ປະສົບການຕົວຈິງ ນຳນັກວິທະຍາກອນ ທີ່ມີປະສົບການ ແລະ ມີບົດຮຽນຫຼາກຫຼາຍ ຊຶ່ງເປັນຂໍ້ມູນພື້ນຖານອັນສຳຄັນ ແລະ ຄວາມຮູ້ອັນລ້ຳຄ່າ ທີ່ສາມາດນຳໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂະແໜງການທີ່ຕົນຮັບຜິດຊອບ, ທັງເປັນການຍົກລະດັບຄວາມຮັບຮູ້, ເຂົ້າໃຈ ຕໍ່ທິດສະດີມາກ-ເລນິນ, ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ນັກຝຶກອົບຮົມ, ເປັນການເພີ່ມຄວາມເຊື່ອໝັ້ນ, ຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ສືບຕໍ່ອົດທົນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ສ້າງບາດກ້າວບຸກທະລຸໃນວຽກງານຕ່າງໆ ທີ່ຖືກມອບໝາຍໃຫ້ສຳເລັດ.

ຂ່າວ-ພາບ: ພະແນກອົບຮົມພະນັກງານ ແລະ ສະມາຊິກພັກ

KPL

ຂ່າວອື່ນໆ

ads
ads

Top