ຂປລ
ວັນທີ 21 ກັນຍານີ້, ເຊິ່ງເປັນມື້ທີສອງ ຂອງການແຂ່ງຂັນ ໃນງານມະຫະກຳກິລາ ເອຊຽນເກມ ໄອຊີ-ນາໂກຢາ ຄັ້ງທີ 20. ໃນມື້ທີສອງ ມີການຊີງທັງໝົດ 18 ຫລຽນຄຳ,ໃນນີ້, ນັກກິລາທີມຊາດຈີນ ອີງໃສ່ທ່າແຮງ ທີ່ເຂັ້ມແຂງ ໃນຫລາຍກິລາ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 21 ກັນຍານີ້, ເຊິ່ງເປັນມື້ທີສອງ ຂອງການແຂ່ງຂັນ ໃນງານມະຫະກຳກິລາ ເອຊຽນເກມ ໄອຊີ-ນາໂກຢາ ຄັ້ງທີ 20. ໃນມື້ທີສອງ ມີການຊີງທັງໝົດ 18 ຫລຽນຄຳ, ໃນນີ້, ນັກກິລາທີມຊາດຈີນ ອີງໃສ່ທ່າແຮງທີ່ເຂັ້ມແຂງ ໃນຫລາຍກິລາ ເຊັ່ນ: ຍິງປືນ, ລອຍນ້ຳ ເປັນຕົ້ນ, ສາມາດຊີງໄດ້ 12 ຫລຽນຄຳ, ສືບຕໍ່ຄອງອັນດັບໜຶ່ງ ໃນຕາຕະລາງຫລຽນຄຳໂດຍໄດ້ທັງໝົດ 23 ຫລຽນຄຳ. ຜ່ານການແຂ່ງຂັນກິລາ ທັງໝົດ ເປັນເວລາສອງວັນຂອງງານຄັ້ງນີ້, ທີມຊາດຈີນ ຍັງຄອງອັນດັບໜຶ່ງ ໃນຕາຕະລາງສະຫລຸບ ຫລຽນລາງວັນ ໂດຍໄດ້ 23 ຫລຽນຄຳ, 10 ຫລຽນເງິນ, 5 ຫລຽນທອງ ລວມທັງໝົດ 38 ຫລຽນ, ສ່ວນເຈົ້າພາບຍີ່ປຸ່ນ ຢູ່ອັນດັບສອງ ແລະ ສ ເກົາຫລີ ເປັນອັນດັບສາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL