ຂປລ
ແຫຼ່ງຂ່າວຈາກ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເຂດບໍ່ເຕັນ ແຂວງຫຼວງນໍ້າທາ ຢຶດຢາສູບໄຟຟ້າໄດ້ 110 ແກັດໃຫຍ່, 13 ແກັດນ້ອຍ ລວມທັງໝົດ 35.600 ອັນ ທີ່ເຊື່ອງມາກັບສິນຄ້າປະເພດອື່ນ ເພື່ອອຳພາງຕໍ່ເຈົ້າໜ້າທີ່.
ອີງຕາມການໃຫ້ຂໍ້ມູນເບື້ອງຕົ້ນ ຂອງເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເຂດບໍ່ເຕັນ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນເວລາປະມານ 18 ໂມງ ຂອງວັນທີ 12 ກັນຍາ 2026 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ພົບເຫັນກຸ່ມຄົນບໍ່ດີຈຳນວນໜຶ່ງ ມີພຶດຕິກຳສົງໄສວ່າຂົນສົ່ງວັດຖຸອອກລິດຕໍ່ຈິດປະສາດ ປະເພດຢາສູບໄຟຟ້າ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງວິຊາສະເພາະ ລົງກວດກາພື້ນທີ່ ພົບເຫັນກຸ່ມເປົ້າໝາຍ 09 ຄົນ, ຍິງ 01 ຄົນ ໃນນີ້, ມີຄົນລາວ 04 ຄົນ, ຄົນຈີນ 05 ຄົນ, ຍິງ 01 ຄົນ ກຳລັງເຄື່ອນຍ້າຍສິນຄ້າທີ່ສົງໄສ ຈາກລົດບັນທຸກ 06 ລໍ້ ທະບຽນ K135114 (ປ້າຍຈີນ) ໄປໃສ່ລົດບັນທຸກ 06 ລໍ້ ທະບຽນ ຫຼວງພະບາງ ບກ 3859 ເຈົ້າໜ້າທີ່ຈຶ່ງຂໍອະນຸຍາດກວດເບິ່ງສິນຄ້າ. ຈາກການກວດຄົ້ນ ພົບວັດຖຸຂອງກາງເປັນຢາສູບໄຟຟ້າ ແກັດໃຫຍ່ ຈຳນວນ 110 ແກັດ, ແກັດນ້ອຍ 13 ແກັດ ເຊື່ອງມາກັບສິນຄ້າປະເພດອື່ນ ເພື່ອອຳພາງຕໍ່ເຈົ້າໜ້າທີ່ ບັນຈຸຢູ່ໃນແກັດທັງໝົດລວມມີຢາສູບໄຟຟ້າ ຈຳນວນ 35.600 ອັນ. ການກະທຳດັ່ງກ່າວ ແມ່ນການກະທຳຜິດໃນຂໍ້ຫາຂົນສົ່ງວັດຖຸອອກລິດຕໍ່ຈິດປະສາດ (ປະເພດຢາສູບໄຟຟ້າ) ມາດຕາ 315 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ.
ປັດຈຸບັນ, ກອງບັນຊາການ ປກສ ເຂດບໍ່ເຕັນ ໄດ້ມອບໃຫ້ພະແນກກ່ຽວຂ້ອງ ຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ເພື່ອນຳໄປສືບສວນ-ສອບສວນ ຂະຫຍາຍຜົນຫາຕົ້ນຕໍຂອງຂະບວນການ ພ້ອມທັງຢຶດຂອງກາງທັງໝົດ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຢ່າງເດັດຂາດ. ຢາສູບໄຟຟ້າ ເປັນສິ່ງທີ່ຜິດກົດໝາຍ ແລະ ສົ່ງຜົນເສຍຫາຍອັນຮ້າຍແຮງຕໍ່ສຸຂະພາບຂອງຜູ້ເສບ ຫຼື ນຳໃຊ້
KPL