ແລ່ນມິນິມາຣາທອນ ສະຫລອງວັນລັດຖະທຳມະນູນ ແລະ ວັນສ້າງຕັ້ງສາຍພົວພັນ ລາວ-ຈີນ

22/09/2026 09:05
Email Print 2946
ຂປລ ໃນວັນທີ 20 ກັນຍາ 2026 ນີ້, ສະພາແຫ່ງຊາດ ຮ່ວມກັບສະຖານທູດຈີນ ປະຈຳລາວ ຈັດກິດຈະກຳແຂ່ງຂັນແລ່ນມິນິມາຣາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25/4/1961-25/4/2026) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ

 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮັກສາການແທນປະທານສະພາແຫ່ງຊາດ, ທູດຈີນ ປະຈຳລາວ, ບັນດາການນຳ-ອະດີດການນຳຂັ້ນສູງ, ພະນັກງານ-ລັດຖະກອນ ຈາກບັນດາກະຊວງ-ອົງການ, ພ້ອມດ້ວຍບັນດາທູດ, ທູຕານຸທູດ, ກົງສູນໃຫຍ່ ແລະ ອົງການຈັດຕັ້ງສາກົນ ປະຈຳລາວ ຕະຫຼອດຮອດມວນຊົນ ພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ການຈັດງານແລ່ນມິນິມາຣາທອນໃນຄັ້ງນີ້ ນອກຈາກເປັນການສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລ້ວ ຍັງເປັນການສົ່ງເສີມການອອກກຳລັງກາຍ ເພື່ອສຸຂະພາບ, ມິດຕະພາບ, ສ້າງຄວາມສາມັກຄີ ແລະ ສືບຕໍ່ພັດທະນາການອອກກຳລັງກາຍຂອງກິລາປະເພດນີ້ ທີ່ມີການເຄື່ອນໄຫວຢ່າງກວ້າງຂວາງ, ເປັນການສ້າງຂະບວນການກິລາ ສົ່ງເສີມການທ່ອງທ່ຽວລາວອີກດ້ວຍ. ພ້ອມນີ້, ຍັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມສ້າງມິດຕະພາບ ລະຫວ່າງ ສປປ ລາວ ກັບປະເທດເພື່ອນມິດ, ທັງເປັນການລະດົມທຶນຊ່ວຍເຫຼືອປະຊາຊົນບັນດາເຜົ່າ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ຕື່ມອີກ ຊຶ່ງມີບັນດາຫ້າງຮ້ານ, ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ການຊ່ວຍເຫຼືອທັງວັດຖຸ, ອຸປະກອນ ແລະ ທຶນຮອນ ໃຫ້ແກ່ຜູ້ປະສົບໄພດັ່ງກ່າວ.

ກິດຈະກຳແລ່ນມິນິມາຣາທອນໃນຄັ້ງນີ້ ເປັນອີກໜຶ່ງກິດຈະກຳສຳຄັນ ທີ່ສະພາແຫ່ງຊາດ ຮ່ວມກັບສະຖານທູດຈີນ ຈັດຂຶ້ນໃນໂອກາດສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ເພື່ອສ້າງມິດຕະພາບອັນເປັນມູນເຊື້ອ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ແລະ ເລິກເຊິ່ງ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ທີ່ໝັ້ນຄົງຕະຫຼອດການ. ສາຍພົວພັນ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການເສີມຂະຫຍາຍໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ທ່ານ ກອງແກ້ວ ໄຊສົງຄາມ ຍັງໃຫ້ຮູ້ອີກວ່າ: ຕະຫຼອດໄລຍະ 35 ປີທີ່ຜ່ານມາ, ການນຳໃຊ້ລັດຖະທຳມະນູນ ເປັນພື້ນຖານໃນການຄຸ້ມຄອງ-ປົກຄອງລັດ ແລະ ສັງຄົມ ດ້ວຍກົດໝາຍ ໄດ້ມີຄວາມຄືບໜ້າຕາມລຳດັບ. ຈຳນວນກົດໝາຍ ແລະ ນິຕິກຳຕ່າງໆ ໄດ້ເພີ່ມຂຶ້ນ, ສ້າງເງື່ອນໄຂໃຫ້ການສ້າງລັດຂອງປະຊາຊົນ, ເພື່ອປະຊາຊົນ ແລະ ໂດຍປະຊາຊົນ ໃຫ້ເປັນຮູບປະທຳເທື່ອລະກ້າວ.

ຂ່າວ: ທະນູທອງ; ພາບ: ສອນສັກ

KPL

ຂ່າວອື່ນໆ

    • ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການສຶກສາ-ກິລາ

      ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການ

      11/25/2026 10:01:32 AM

      ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການ ໂດຍການລົງຕິດຕາມເພື່ອສັງເກດການສອນກິດຈະກຳໃນຫ້ອງຮຽນ ແລະ ສຳພາດນັກຮຽນພິການກ່ຽວກັບປະສົບການຂອງເຂົາເຈົ້າຢູ່ໂຮງຮຽນ ໂດຍໄດ້ຈັດຕັ້ງປະຕິບັດໃນສົກຮຽນ 2026-2027 ໃນໂຮງຮຽນປະຖົມຈຳນວນໜຶ່ງທີ່ເມືອງຄູນ ແຂວງຊຽງຂວາງ.

    • ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດສຶກສາ-ກິລາ

      ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ

      11/16/2026 10:04:52 AM

      ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ (ມວສຊ), ພ້ອມທັງເປີດສົກຮຽນໃໝ່ 2026- 2027 ຈັດຂຶ້ນໃນວັນທີ 13 ພະຈິກ 2026 ຢູ່ວິທະຍາເຂດດົງໂພສີ ມວສຊ, .

    • ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນສຶກສາ-ກິລາ

      ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນ

      11/16/2026 9:53:51 AM

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ສະຖາບັນກິລາ-ກາຍຍະກຳ ພົບປະແລກປ່ຽນບົດຮຽນ ວຽກງານການບໍລິຫານໂຮງຮຽນກິນນອນ

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ads
ads

Top