ຕຳຫຼວດຈະລາຈອນ ວາງກຳລັງລະບາຍການສັນຈອນ ໄລຍະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

16/09/2026 10:15
ຂປລ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງກຳລັງ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຢູ່ຕາມຈຸດຕ່າງໆ ໂດຍສະເພາະຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນ ທີ່ມາເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ.

ທ່ານ ພັທ ຄອນສະຫວັນ ຈັນທະວົງ ຫົວໜ້າພະແນກຈັດກຳລັງປ້ອງກັນ ແລະ ເປີດທາງ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສຳພາດ ໃນວັນທີ 14 ກັນຍາ 2026 ນີ້ວ່າ: ເພື່ອອຳນວຍຄວາມສະດວກໃຫ້ແກ່ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ດຳເນີນໄປດ້ວຍຜົນສຳເລັດ ພະແນກຈັດກຳລັງປ້ອງກັນ ແລະ ເປີດທາງ ໄດ້ຈັດວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຢູ່ຈຸດດ້ານໜ້າຫໍປະຊຸມແຫ່ງຊາດ ແລະ ຈຸດອື່ນໆ ໂດຍໄດ້ບັນຈຸກຳລັງ ເຂົ້າປະຈຳການນັບແຕ່ວັນທີ 11 ກັນຍາ 2026 ເປັນຕົ້ນມາ ເພື່ອກະກຽມຮັບໃຊ້ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ CCM ໃຫ້ມີຄວາມສະດວກສະບາຍ, ທັນເວລາ. ນັບແຕ່ມື້ເລີ່ມປະຈຳການ ກຳລັງຕຳຫຼວດຈະລາຈອນໄດ້ຕັ້ງໜ້າປະຕິບັດວຽກວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ຈັດລົດເປີດທາງ ແລະ ນຳພາຂະບວນລົດຂອງແຂກ ຈາກສະໜາມບິນສາກົນວັດໄຕ ໄປຍັງສະຖານທີ່ພັກເຊົາ ແລະ ຈາກສະຖານທີ່ພັກເຊົາໄປຫາຫໍປະຊຸມແຫ່ງຊາດ. ນອກຈາກນັ້ນ, ຍັງໄດ້ຈັດກຳລັງລົງປະຈຳຕາມຈຸດສຳຄັນຕ່າງໆ ເພື່ອລະບາຍການສັນຈອນ, ອຳນວຍຄວາມສະດວກ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທາງຂອງຜູ້ແທນ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມ.

ທ່ານ ພັທ ຄອນສະຫວັນ ຈັນທະວົງ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນລວມທັງປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນ ປະຕິບັດຕາມກົດຈະລາຈອນ ແລະ ໃຫ້ການຮ່ວມມືແກ່ເຈົ້າໜ້າທີ່, ພ້ອມທັງຮ່ວມກັນເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ກອງປະຊຸມຄັ້ງສຳຄັນໃນຄັ້ງນີ້ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະ ບັນລຸຜົນສຳເລັດ.

ການລະດົມກຳລັງຂອງຕຳຫຼວດຈະລາຈອນໃນຄັ້ງນີ້ ຖືເປັນອີກພາກສ່ວນສຳຄັນໃນການຮັບປະກັນດ້ານການຈະລາຈອນ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຈາກປະເທດຕ່າງໆ, ທັງສະທ້ອນໃຫ້ເຫັນເຖິງຄວາມພ້ອມ ແລະ ຈິດໃຈການເປັນເຈົ້າພາບຂອງ ສປປ ລາວ ໃນການຈັດກອງປະຊຸມໃນຄັ້ງນີ້.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top