ຂປລ
ຄຽງຄູ່ກັບໄລຍະພັກ ບຸນໄຫວ້ພະຈັນ ແລະ ວັນຊາດຈີນ ໃກ້ຈະໝູນວຽນມາເຖິງ, ຕະຫລາດທ່ອງທ່ຽວຂອງໄທ ເຂົ້າສູ່ໄລຍະ ທີ່ມີນັກທ່ອງທ່ຽວຈີນ ສັ່ງຈອງການອອກເດີນທາງ ເປັນຈຳນວນຫລວງຫລາຍ ໂດຍສະເພາະ ການສັ່ງຈອງຖ້ຽວບິນໄປເກາະພູເກັດຂອງໄທ ໄດ້ເພີ່ມຂຶ້ນ 78% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ຄຽງຄູ່ກັບໄລຍະພັກ ບຸນໄຫວ້ພະຈັນ ແລະ ວັນຊາດຈີນ ໃກ້ຈະໝູນວຽນມາເຖິງ, ຕະຫລາດທ່ອງທ່ຽວຂອງໄທ ເຂົ້າສູ່ໄລຍະ ທີ່ມີນັກທ່ອງທ່ຽວຈີນ ສັ່ງຈອງການອອກເດີນທາງ ເປັນຈຳນວນຫລວງຫລາຍ ໂດຍສະເພາະ ການສັ່ງຈອງຖ້ຽວບິນໄປເກາະພູເກັດຂອງໄທ ໄດ້ເພີ່ມຂຶ້ນ 78% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025; ໃນດ້ານເວລາພັກ ຢູ່ໂຮງແຮມ, ການສັ່ງຈອງ 7 ຄືນ ຂຶ້ນໄປໄດ້ເພີ່ມຂຶ້ນ 123%, ການສັ່ງຈອງການທ່ອງທ່ຽວ ແບບຫລາຍຈຸດໝາຍ ເພີ່ມຂຶ້ນ 84%, ໂດຍມີ ແຫລ່ງທ່ອງທ່ຽວ ທຳມະຊາດ ແລະ ມີເອກະລັກພິເສດ ໄດ້ຮັບຄວາມສົນໃຈ ຫລາຍກວ່າ. ກ່ອນໜ້ານີ້ ອົງການທ່ອງທ່ຽວ ແຫ່ງປະເທດໄທ ຄາດຄະເນວ່າ: ໃນໄລຍະພັກບຸນໄຫວ້ພະຈັນ ແລະ ວັນຊາດຈີນ ຄື ນັບແຕ່ວັນທີ 25 ກັນຍາ ຫາ ວັນທີ 7 ຕຸລາ 2026, ຈະມີນັກທ່ອງທ່ຽວຈີນ ປະມານ 250.000 ຄົນເດີນທາງໄປທ່ຽວໄທ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025, ຄາດວ່າ ຈະສ້າງລາຍຮັບ ດ້ານການທ່ອງທ່ຽວ ປະມານ 11,5 ຕື້ບາດ (ສະກຸນເງິນໄທ), ເພີ່ມຂຶ້ນ 37% ເມື່ອທຽບໃສ່ປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL