7368

lxx ]k; oeltg|u zq oleg]a flnj dkoIPo{ dkolvorklk]k; 16j ]k-tvkok9a dva 'dy f ,v[8q ;z6h 4n dskla o-kfwm 129 7q o muj d+ vk-tpkdemk'vy og8u goa f{dkortoa ovvo]kp lxx ]k; 1E7n o7;k,\kp\A o 8+ dkoxt8y [a flq omy la opk CCM 7totz6h cmolkdq o ln [8+ ,u 7egsa o1E7n o 7;k,rtpkpk,15 f8y wr0qj ,06j 9kd]tg[u f]6 ds;j ko F ອ່ານຕໍ່ໜ້າ 2່ າໍ່ ໜ້າ c9h 'dko0v'dt-;'dko8j k'xtgmf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 21.09.2026 ປີທີ 25 ສະບັບທີ 6.524ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ທ່ານ ສອນໄຊ ສີພັນດອນ (ປະທານ) Iv'okpq d]a f4t,q o8u csj ' lxx ]k; rq [xt lv'/j kpda [Iv'okpq d]a f4t,q o8u csj ' lx 9u o dv'xt-5 ,mq [m;o lq omy la opk;j kfh ;pdkogdn vfsh k, ]tg[u f]6 ds;j ko Iv[;Pomu 3 xy f]q 'fh ;pzq oleg]a f F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ສະຫາຍ ສະເຫລີມໄຊ ກົມມະສິດ (ຊ້າຍ) g,n v';P'r6 7k -U c9'dj P;da [ dkoles];f lb dlk7;k,gxa owxwfh 37'dkort]a ''ko]q , 16j g0f[h kooE;k' F ອ່ານຕໍ່ໜ້າ 4່ າໍ່ ໜ້າ ]tfq ,7egsa olh k'7;k,gxa ogvdtrk[ dkooe.-h [k',kf8k0v'xt,;odq f\kpvkpk ທ່ານ ພັທ ແກ່ນຄໍາ ແກ່ນທະວົງ ພ້ອມຄະນະ (ຂວາ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ອານຸພາບ ວົງໜໍ່ແກ້ວ (ຜູ້ທີ 1 ນັບຈາກຊ້າຍຫາຂວາ) F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ gxu f'koc0j '0a o ]k;fu 9y 8vo vk;vf 2026 7Q o7;h k{zj kooy 8y de dj P;da [ dkoc0j '0a o Ia d-kf c]t ra fmtok ຂປລ.ກະຊວງເຕັກໂນໂລຊີແລະ ການສື່ສານ ຈັດງານແຂ່ງຂັນ ລາວ ດີຈິຕອນ ອາວອດ (Lao Digital Awards) ປະຈໍາປີ 2026 ໃນ ຂປລ. ຕອນແລງວັນທີ 16 ກັນຍາ 2026, ທີ່ເຂດປົກຄອງຕົນ ເອງເຜົ່າຈວ້າງກວາງຊີ, ສປ ຈີນ, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ ຜູ້ປະ ຈໍາການ ແຫ່ງ ສປປ ລາວ ໄດ້ພົບ ປະກັບ ສະຫາຍ ຕິ່ງ ເຊຍສຽງ ກຳມະການປະຈໍາກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນ ຕີ ແຫ່ງ ສປ ຈີນ ໃນໂອກາດນໍາພາ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມງານວາງ ສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 ທີ່ໄດ້ຈັດຂຶ້ນຢູ່ເຂດປົກຄອງຕົນ ເອງເຜົ່າຈວ້າງກວາງຊີ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ລົງເລິກປຶກສາຫາລືແລກປ່ຽນ ຂປລ. ໃນວາລະດຳເນີນກອງ ປະຊຸມ ທົບທວນສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3 ໃນວັນທີ 17 ກັນຍາ 2026 ນີ້ ໄດ້ລົງເລິກ ຫົວຂໍ້ສໍາຄັນ ໂດຍສະເພາະແມ່ນ ຂປລ.ໃນວັນທີ17ກັນຍາ2026 ນີ້, ບັນດາຄະນະຜູ້ແທນກອງປະ ຊຸມທົບທວນ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ໄດ້ສືບຕໍ່ປະກອບຄໍາເຫັນ ແລະ ແລກ ປ່ຽນທັດສະນະ ໃນຫລາຍຫົວຂໍ້ສໍາ ຄັນທີ່ກ່ຽວພັນກັບການບັນລຸຈຸດປະ ຂປລ. ກອງປະຊຸມທົບທວນສົນ ທິສັນຍາວ່າດ້ວຍ ການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດສົນທິສັນຍາເພື່ອສ້າງ ຂປລ. ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການ ປະຊາຊົນສູງສຸດ ຈັດກອງປະຊຸມ ລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການ ຂປລ. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນ ຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງ ການສະຫະປະຊາຊາດ ຄັ້ງທີ 81 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ນະ ຄອນ ນິວຢອກ, ສ ອາເມລິກາ ໃນລະຫວ່າງວັນທີ 21-26 ກັນຍາ 2026. ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານ ອົດສະຕຣາລີ ນຳສະເໜີຜົນສຳເລັດ ຂອງສື່ການຮຽນ-ການສອນຝຶກ ເວົ້າພາສາລາວ ທີ່ມະຫາວິທະຍາ ຂປລ. ໃນຕອນເຊົ້າວັນທີ 18 ກັນຍາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະ ທານຄະນະຊີ້ນຳລະດັບຊາດ ກ່ຽວ ກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ເປັນປະທານ ກອງປະຊຸມຄົ້ນຄວ້າ ແລະ ຜ່ານນິຕິ ກຳ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນຮັກຊາດ ແລະ ພັດທະນາ, ມີ ທ່ານ ນາງ ສີໃສ ລື ເດດມູນສອນ ຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຮອງປະທານຄະນະ ຊີ້ນຳລະດັບຊາດ, ບັນດາລັດຖະ ມົນຕີ, ຮອງລັດຖະມົນຕີ, ບັນດາ ທ່ານຄະນະຊີ້ນໍາ ແລະ ກອງເລຂາ ຄະນະຊີ້ນໍາລະດັບຊາດ, ຕາງໜ້າ ຈາກກະຊວງ-ອົງການ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຂປລ. ອີງຕາມກົດໝາຍວ່າ ດ້ວຍການເຂົ້າ-ອອກເມືອງແລະຄຸ້ມ ຄອງຄົນຕ່າງປະເທດແຫ່ງ ສປປ ລາວ, ສະບັບເລກທີ: 59/ສພຊ, ລົງວັນທີ 26 ທັນວາ 2014 ແລະ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ອົງການປົກ ຄອງເມືອງວຽງພູຄາ ແຂວງຫລວງ ນ້ຳທາ ໄດ້ຊີ້ແຈງຕໍ່ສັງຄົມ ເມື່ອບໍ່ ດົນມານີ້ ກ່ຽວກັບບັນຫາ ມີບຸກຄົນ ໄດ້ສົ່ງຂ່າວລົງໃນສື່ສັງຄົມອອນ ລາຍໃນວັນທີ 8 ກັນຍາ 2026 ວ່າ: ມີບໍລິສັດ ຈີນ ຈະເຂົ້າມາລົງ ທຶນຢູ່ໃນບ້ານນໍ້າວາງ ເມືອງວຽງ ພູຄາ ແຂວງຫລວງນໍ້າທາ ຊຶ່ງໂຄງ ການດັ່ງກ່າວຖືກເຂດປ່າຊ້າ ແລະ ເຂດການຜະລິດຂອງປະຊາຊົນ ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳ ຄັນ ແມ່ນການປຸກລະດົມກຳລັງ ແຮງຂອງມະຫາຊົນ ແລະ ທຸກຊັ້ນ ຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະ ກອບສ່ວນສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ, ໃນການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຄໍາຄິດເຫັນ ເພື່ອແນໃສ່ການຈັດຕັ້ງ ຜັນຂະຫຍາຍຜົນການຢ້ຽມຢາມ ລັດຖະກິດ ທີ່ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນມິຖຸນາ 2026 ທີ່ຜ່ານມາ ໂດຍສະເພາະແມ່ນການ ໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ ຈາກລະເບີດລູກຫວ່ານ” ທີ່ ສປປ ທ່ານ ທອງສະຫວັນ ພົມວິຫານ (ຜູ້ທີ 3 ນັບຈາກຂວາຫາຊ້າຍ) ສົງຂອງສົນທິສັນຍາ ແລະ ຄວາມ ພະຍາຍາມຢຸດຕິໄພຂົ່ມຂູ່ ທີ່ເກີດ ຈາກລະເບີດລູກຫວ່ານ ໂດຍການ ເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ຮອງປະທານ ຫລັກການຄວາມໂປ່ງໃສ, ມາດ ຕະການຈັດຕັ້ງປະຕິບັດສົນທິສັນຍາ ຂອງບັນດາລັດພາຄີ, ມາດຕະການ ການຮັບປະກັນການປະຕິບັດຕາມ ສົນທິສັນຍາ, ການສະໜັບສະໜູນ ອີງຕາມການຕົກລົງເຫັນດີຂອງທາງ ການ ສປປ ລາວ ແລະ ທາງການ ລາຊະອານາຈັກໄທ. ໃນວັນທີ 17 ກັນຍາ 2026 ທີ່ຂົວມິດຕະພາບ ນຳໃຊ້ບາງບົດບັນຍັດຂອງປະມວນ ກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫລື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ ໄລ ອອກສະຟອດ ລາຊະອານາຈັກ ອັງກິດ ໃນລະຫວ່າງວັນທີ 15-16 ກັນຍາ 2026 ຜ່ານມາ, ເພື່ອສະ ແດງໃຫ້ເຫັນວ່າ ຂໍ້ມູນຫລັກຖານ, ລະຫວ່າງວັນທີ 18-20 ກັນຍາ 2026 ນີ້, ຢູ່ຕຶກອາຄານອຸທິຍານ ດີຈິຕອນ, ນະຄອນຫລວງວຽງຈັນ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ

@ 0j k; c]t gsfdko j 21/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຄົ້ນຄວ້າ-ຜ່ານນິຕິກຳ...ົ້້່ິິ ແຫ່ງຊາດ ຂອງຂະແໜງການ ແລະ ທ້ອງຖິ່ນ ໃຫ້ເຂົ້າສູ່ການຈັດຕັ້ງປະ ຕິບັດຕົວຈິງທີ່ມີປະສິດທິຜົນ; ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳ ຄັນຕໍ່ວຽກງານດັ່ງກ່າວ ແລະ ຊີ້ນຳ ຢ່າງໃກ້ຊິດ ຕໍ່ຄະນະຊີ້ນໍາລະດັບ ຊາດ ໃນການປັບປຸງນິຕິກຳ ເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ໃຫ້ມີປະສິດ ທິຜົນ. ມາຮອດປັດຈຸບັນ, ບັນດາ ນິຕິກໍາທີ່ກ່ຽວຂ້ອງ ກໍໄດ້ຮັບຮອງ ຢ່າງເປັນທາງການແລ້ວ ຈໍານວນ 6 ສະບັບ ເປັນຕົ້ນ ລັດຖະດໍາລັດ ສະບັບເລກທີ 100/ປປທ, ລົງວັນທີ 29 ພຶດສະພາ 2026 ວ່າດ້ວຍການ ແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກ ຊາດ ແລະ ພັດທະນາ; ດໍາລັດ ວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກ ຊາດ ແລະ ພັດທະນາ ສະບັບເລກທີ 282/ນຍ, ລົງວັນທີ 28 ສິງຫາ 2026; ຂໍ້ຕົກລົງວ່າດ້ວຍການແບ່ງ ຄວາມຮັບຜິດຊອບ ຂອງຄະນະຊີ້ ນໍາລະດັບຊາດ ກ່ຽວກັບການແຂ່ງ ຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະ ນາ ສະບັບເລກທີ 02/ຄຊຂຍ, ລົງ ວັນທີ 31 ສິງຫາ 2026; ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງກອງເລຂາ ຂອງຄະນະຊີ້ນໍາລະດັບຊາດ ກ່ຽວ ກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 03/ຄຊຂຍ, ລົງວັນທີ 31 ສິງຫາ 2026; ແຜນການເຄື່ອນໄຫວ ປະ ຈໍາປີ 2026; ແຜນດໍາເນີນງານ ປະຈໍາປີ 2026-2030; ການສະ ຫລຸບລາຍງານຫຍໍ້ຜົນການຈັດຕັ້ງ ປະຕິບັດວຽກງານແຂ່ງຂັນ ແລະ ຍ້ອງຍໍ ໄລຍະຜ່ານມາ. ກອງປະຊຸມຄັ້ງນີ້, ຖືເປັນບາດ ກ້າວສໍາຄັນໃນການກະກຽມທາງ ດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະ ຫລຸບຕີລາຄາ ຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ ໃນທົ່ວ ປະເທດ ທີ່ຈະຈັດຂຶ້ນໃນທ້າຍປີນີ້, ພ້ອມນີ້ບັນດາຜູ້ເຂົ້າຮ່ວມ ໄດ້ສຸມສະ ຕິປັນຍາ, ຍົກສູງຄວາມຮັບຜິດຊອບ ໃນການປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເພື່ອປັບປຸງນິຕິ ກຳ ແລະ ຮ່າງດຳລັດ ໃຫ້ມີເນື້ອໃນ ເລິກເຊິ່ງ, ຄົບຖ້ວນ, ອຸດົມສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ ເປັນຮູບປະທຳແລະ ເຮັດໃຫ້ຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາ ໃນທົ່ວປະເທດ ມີບັນຍາກາດ ຟົດຟື້ນ ແລະ ຕໍ່ເນື່ອງ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ກໍຍັງໄດ້ມີຄໍາເຫັນເນັ້ນໜັກ ຕື່ມ ເປັນຕົ້ນ ບັນດາກະຊວງ-ຂະ ແໜງການ ໃຫ້ເອົາໃຈໃສ່ກຳນົດ ບັນດາໜ້າວຽກ ແລະ ເປົ້າໝາຍ ໃຫ້ຖືກຕ້ອງຊັດເຈນ ເພື່ອຮັບປະກັນ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດ; ຫັນໄປສູ່ຄວາມທັນ ສະໄໝ, ສ້າງຖານຂໍ້ມູນໃຫ້ມີລະ ບົບການຕິດຕາມ ແລະ ປະເມີນຜົນ ທີ່ເຂັ້ມແຂງ ເພື່ອເປັນບ່ອນອີງພື້ນ ຖານໃນການຕັດສິນບັນຫາ ແລະ ການວາງນະໂຍບາຍໃນຕໍ່ໜ້າ; ພ້ອມທັງສືບຕໍ່ໃຫ້ມີກົນໄກການປະ ສານງານ, ການແບ່ງໜ້າທີ່ຄວາມ ຮັບຜິດຊອບຂອງບັນດາກອງເລ ຂາ, ຂະແໜງການ ໃຫ້ມີຄວາມໂລ່ງ ລ່ຽນ, ກົມກຽວ ແລະ ຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ໃຫ້ຮັບປະ ກັນມີປະສິດທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ ຈັດຕັ້ງປະຕິບັດການຕົກລົງເປັນ ເອກະພາບຂອງການນໍາຂັ້ນສູງສຸດ ຂອງສອງປະເທດ ວ່າດ້ວຍການຍົກ ລະດັບການກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນ ທຸກສະພາບການຂອງຍຸກໃໝ່ໃຫ້ເປັນ ຮູບປະທໍາ. ນອກຈາກນີ້, ຝ່າຍລາວ ຍັງໄດ້ຕີລາຄາສູງຕໍ່ການເປັນເຈົ້າ ພາບ ຈັດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 ລວມທັງ ການພັດທະນາເສດຖະກິດ-ສັງຄົມ ຂອງເຂດກວາງຊີ ໃນຖານະເປັນ ປະຕູສູ່ປະເທດອາຊຽນແລະຍຶດໝັ້ນ ສືບຕໍ່ສະໜັບສະໜູນຫລັກການຈີນ ດຽວ ແລະ ບັນດາ 4 ຂໍ້ລິເລີ່ມທີ່ສະ ເໜີໂດຍ ສະຫາຍ ຈີນ ແລະ ຍິນດີ ສືບຕໍ່ຮັດແໜ້ນການປະສານສົມທົບ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍໄດ້ເອກະພາບກັນ ສືບ ຕໍ່ຊຸກຍູ້ບັນດາພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍ ໃນການຈັດຕັ້ງປະຕິ ບັດບັນດາທິດທາງ, ແຜນການການ ຮ່ວມມື ທີ່ການນໍາສູງສຸດໄດ້ຕົກລົງ ເປັນເອກະພາບກັນ ໂດຍສະເພາະ ແມ່ນໂຄງການຮ່ວມມືຂະໜາດໃຫຍ່ ທີ່ເປັນລັກສະນະຍຸດທະສາດ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ການ ພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ຢູ່ ສປປ ລາວ, ການ ຮ່ວມມືດ້ານສາທາລະນະສຸກ, ການ ສຶກສາ, ດ້ານວັດທະນະທໍາ-ສັງຄົມ ແລະ ເຫັນດີສືບຕໍ່ເພີ່ມທະວີການຮ່ວມ ມືໃນດ້ານຕ່າງໆໃຫ້ແຕກດອກອອກ ຜົນຂຶ້ນເລື້ອຍໆ ໂດຍສະເພາະການ ຮ່ວມມືເພື່ອພັດທະນາໂຄງການທີ່ ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ ມີບາດກ້າວຂະຫຍາຍຕົວດ້ວຍຄຸນ ນະພາບໃໝ່ ເພື່ອຮັບປະກັນຜົນປະ ໂຫຍດໃຫ້ແກ່ສອງປະເທດຢ່າງແທ້ ຈິງ. ພ້ອມກັນນີ້, ສອງຝ່າຍ ເຫັນວ່າ ປີ 2026 ແມ່ນປີຄົບຮອບການສ້າງ ຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ເປັນປີມິດຕະ ພາບລາວ-ຈີນ, ສອງຝ່າຍຈະສືບຕໍ່ ຊຸກຍູ້ແລກປ່ຽນການໄປມາຫາສູ່ ແລະ ຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູນກາງ ແລະ ຂັ້ນ ທ້ອງຖິ່ນໃຫ້ຫລາຍຂຶ້ນກວ່າເກົ່າ; ຍິນດີສືບຕໍ່ຊີ້ນໍາພາກສ່ວນທີ່ກ່ຽວ ຂ້ອງຂອງສອງຝ່າຍ ເພີ່ມເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ການຮ່ວມມືແບບຄູ່ຮ່ວມຍຸດທະ ສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ ຮ່ວມຊາຕາກຳ ລາວ-ຈີນ, ລາວຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກ ສະພາບການຂອງຍຸກໃໝ່ ໃຫ້ນັບມື້ ນັບເຂົ້າສູ່ລວງເລິກ ແລະ ນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຈີນ ໃນຕໍ່ໜ້າ. ປະທານຂອງ ທ່ານ ອານຸພາບ ວົງ ໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ, ທັງເປັນຮອງ ປະທານ ຜູ້ປະຈໍາການຄະນະກໍາມະ ການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກ ທີ່ຕົກ ຄ້າງ ຢູ່ ສປປ ລາວ (ຄຊກລ). ໃນກອງປະຊຸມ ທ່ານ ເພັດສະ ໝອນ ແກ້ວວົງວິຈິດ ຮອງຫົວໜ້າ ກົມອົງການຈັດຕັ້ງສາກົນ, ກະຊວງ ການຕ່າງປະເທດ ໄດ້ຕາງໜ້າຄະ ນະຜູ້ແທນ ສປປ ລາວ ປະກອບຄໍາ ເຫັນໃນພາກມາດຕະການຈັດຕັ້ງ ປະຕິບັດສົນທິສັນຍາ ໂດຍໄດ້ຢ້ຳ ຄືນຄວາມໝາຍໝັ້ນໃນການຈັດຕັ້ງ ປະຕິບັດສົນທິສັນຍາ CCM ຢ່າງ ເຂັ້ມແຂງໃນລະດັບຊາດ ໂດຍຜ່ານ ນິຕິກຳທາງກົດໝາຍທີ່ມີປະສິດທິ ຜົນ, ການປະສານງານລະຫວ່າງ ອົງການຈັດຕັ້ງສາກົນ ແລະ ການ ເປັນເຈົ້າການຂອງລັດຖະບານ. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກເຖິງ ຄວາມຄືບໜ້າດ້ານວຽກງານນິຕິ ກໍາ ໂດຍສະເພາະ ດໍາລັດເລກທີ 166/ລບ, ການເພີ່ມທະວີການປະ ສານງານພາຍໃຕ້ການນໍາພາຂອງ ກະຊວງການຕ່າງປະເທດ ໃນນາມ ປະທານຄະນະກໍາມະການແຫ່ງ ຊາດເພື່ອແກ້ໄຂບັນຫາລະເບີດບໍ່ ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ)ໂດຍມີກົນໄກການປະສານ ງານ ໂດຍສະເພາະກອງປະຊຸມຂະ ແໜງການ ລບຕ (Sector Working Groups/SWG) ແລະ ກອງປະຊຸມຈຸດປະສານ ງານດ້ານວິຊາການ (technical work i ng group/TWG), ລວມທັງການຮັບຮອງເອົາມາດ ຕະຖານແຫ່ງຊາດ ດ້ານວຽກງານ ລະເບີດບໍ່ທັນແຕກສະບັບປັບປຸງ ໃໝ່, ເອກະສານຕາຕະລາງການ ກຳນົດບຸລິມະສິດ ແລະ ລະບົບຄຸ້ມ ຄອງຂໍ້ມູນຂ່າວສານທີ່ໄດ້ຮັບການ ປັບປຸງໃຫ້ດີຂຶ້ນ. ສໍາລັບທິດທາງ ໃນຕໍ່ໜ້າ ໂດຍສະເພາະແມ່ນແຜນ ປະຕິບັດງານນະຄອນຫລວງວຽງ ຈັນ ປີ 2027-2031, ສປປ ລາວ ຈະສືບຕໍ່ສ້າງຂີດຄວາມສາມາດ ຂອງບັນດາອົງການປະຕິບັດງານ, ການປະສານງານ ແລະ ການຈັດ ຕັ້ງປະຕິບັດສົນທິສັນຍາໂດຍອີງໃສ່ ຂໍ້ມູນຫລັກຖານຕົວຈິງ, ພ້ອມທັງ ຊຸກຍູ້ໃຫ້ບັນດາປະເທດພາຄີແລກ ປ່ຽນປະສົບການ, ບົດຮຽນທີ່ດີ ແລະ ໃຫ້ການສະໜັບສະໜູນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນລະດັບຊາດໃຫ້ມີປະສິດທິຜົນ. ໃນໂອກາດດຽວກັນ, ທ່ານ ນາງ ສຸກສະນິດ ວົງພານຄໍາ ຮອງຫົວ ໜ້າກົມອົງການຈັດຕັ້ງສາກົນ, ກະ ຊວງການຕ່າງປະເທດ ໄດ້ຕາງໜ້າ ຄະນະຜູ້ແທນ ສປປ ລາວ ປະກອບ ຄໍາເຫັນໃນພາກບັນຫາອື່ນໆທີ່ມີ ຄວາມສໍາຄັນໃນການບັນລຸເປົ້າ ໝາຍຂອງສົນທິສັນຍາ ໂດຍຢືນຢັນ ຄືນຄວາມໝາຍໝັ້ນໃນການເຊື່ອມ ສານບົດບາດຍິງ-ຊາຍ ເຂົ້າເປັນ ສ່ວນໜຶ່ງໃນທຸກຂົງເຂດຂອງການ ຈັດຕັ້ງປະຕິບັດສົນທິສັນຍາ CCM ແລະ ວຽກງານ ລບຕ. ສປປ ລາວ ໄດ້ລາຍງານຄວາມຄືບໜ້າຕ່າງໆ ເຊັ່ນ: ການເຊື່ອມສານວຽກງານ ສົ່ງເສີມບົດບາດແມ່ຍິງ ເຂົ້າໃນ ແຜນງານຍຸດທະສາດຂະແໜງ ການ ລບຕ “ເສັ້ນທາງສູ່ຄວາມ ປອດໄພ III”, ການສ້າງຕັ້ງຄະນະ ກໍາມະການປະສານງານບົດບາດ ຍິງ-ຊາຍ ແລະ ກຳນົດຈຸດປະສານ ງານຢູ່ໃນບັນດາກຸ່ມເຮັດວຽກວິຊາ ການ, ການເພີ່ມທະວີການມີສ່ວນ ຮ່ວມຂອງແມ່ຍິງ ຊຶ່ງໄດ້ກວມເອົາ ປະມານ 37% ຂອງແຮງງານໃນ ຂະແໜງການດັ່ງກ່າວໃນປີ 2025. ນອກຈາກນີ້, ສປປ ລາວ ຍັງໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງ ການເກັບກຳຂໍ້ມູນທີ່ຈຳແນກຕາມ ປະເພດຕ່າງໆ (disaggregated data) ເພື່ອຮັບປະກັນໃຫ້ແຜນ ງານມີລັກສະນະກວມລວມ ແລະ ຕອບສະໜອງຕໍ່ຄວາມຕ້ອງການ ໄດ້ຢ່າງມີປະສິດທິຜົນ. ໃນຕອນບ່າຍວັນດຽວກັນ, ບັນດາປະເທດລັດພາຄີ ຮ່ວມກັບ ອົງການຈັດຕັ້ງສາກົນ ຈໍານວນໜຶ່ງ ໄດ້ຈັດກິດຈະກຳປິ່ນອ້ອມ (Side Event) ໃນຫົວຂໍ້ສໍາຄັນຕ່າງໆ ເປັນຕົ້ນ ການສືບຕໍ່ຄວາມຄືບໜ້າ ແລະ ວາງແນວທາງໃນຕໍ່ໜ້າຂອງ ວຽກງານຊ່ວຍເຫລືອຜູ້ຖືກເຄາະ ຮ້າຍ, ການສົ່ງເສີມການຮ່ວມເປັນ ລັດພາຄີຂອງສົນທິສັນຍາ ແລະ ການເຊື່ອມໂຍງບັນດາສົນທິສັນຍາ ເພື່ອຊຸກຍູ້ວຽກງານການຫລຸດ ຜ່ອນອາວຸດເພື່ອມະນຸດສະທໍາ ເປັນ ຕົ້ນແມ່ນ ສົນທິສັນຍາວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານ, ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດຝັງດິນຕ້ານບຸກຄົນ (APMBC) ແລະ ສົນທິສັນຍາວ່າ ດ້ວຍການເກືອດຫ້າມອາວຸດບາງ ປະເພດ (CCW) ໃນພາກພື້ນອາ ຊີ-ປາຊີຟິກ ແລະ ການປຶກສາຫາລື ຂໍ້ລິເລີ່ມຂອງຊຸມຊົນທ້ອງຖິ່ນໃນ ການຊ່ວຍເຫລືອຜູ້ເຄາະຮ້າຍ ແລະ ຜູ້ລອດຊີວິດຈາກ ລບຕ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ແລະ ຜູ້ປະຈຳການຄະນະກຳມະ ການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ. ບັນດາຄະນະຜູ້ແທນຈາກປະ ເທດຕ່າງໆ ໄດ້ປະກອບຄຳເຫັນ ໃນ ຫລາຍບັນຫາສຳຄັນ ໂດຍສະເພາະ ໄດ້ຢ້ຳຄືນຄວາມພະຍາຍາມທີ່ຈະ ຢຸດຕິໄພຂົ່ມຂູ່ ທີ່ເກີດຈາດລະເບີດ ລູກຫວ່ານຢ່າງຖາວອນ, ການສະ ໜັບສະໜູນການຈັດຕັ້ງປະຕິບັດ ສົນທິສັນຍາລະເບີດລູກຫວ່ານ, ສະຖານະພາບການປະກອບສ່ວນ ທາງດ້ານການເງິນ ຕາມມາດຕາ 14 ຂອງສົນທິສັນຍາລະເບີດລູກ ຫວ່ານ ແລະ ບັນຫາອື່ນໆທີ່ກ່ຽວ ຂ້ອງທີ່ມີຄວາມສຳຄັນຕໍ່ການບັນລຸ ຈຸດປະສົງຂອງສົນທິສັນຍາດັ່ງກ່າວ. ການປະກອບຄໍາເຫັນ ຂອງບັນ ດາຄະນະຜູ້ແທນໃນຄັ້ງນີ້ ເປັນບາດ ກ້າວສໍາຄັນໃນການສືບຕໍ່ສົ່ງເສີມ ຄວາມຮ່ວມມື, ການສະໜັບສະໜູນ ແລະ ການດຳເນີນມາດຕະການ ຕາມສົນທິສັນຍາ ເພື່ອຫລຸດຜ່ອນ ແລະ ຢຸດຕິໄພຂົ່ມຂູ່ຈາກລະເບີດລູກ ຫວ່ານຕໍ່ປະຊາຊົນຢ່າງຖາວອນ. ໃນວັນດຽວກັນນີ້, ຍັງໄດ້ຈັັດກອງ ປະຊຸມປິ່ນອ້ອມ ໃນຫົວຂໍ້: ການຂະ ຫຍາຍລັດພາຄີໃນການຫລຸດຜ່ອນ ອາວຸດເພື່ອມະນຸດສະທໍາ ໃນພາກ ພື້ນອາຊິ-ປາຊີຟິກ: ຄວາມພະຍາ ຍາມຮ່ວມກັນຂອງ ສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກ ຫວ່ານ, ສົນທິສັນຍາວ່າດ້ວຍການ ເກືອດຫ້າມລະເບີດຝັງດິນຕ້ານບຸກ ຄົນ ແລະ ສົນທິສັນຍາວ່າດ້ວຍການ ເກືອດຫ້າມອາວຸດບາງປະເພດ ໂດຍ ການເປັນເຈົ້າພາບຮ່ວມລະຫວ່າງ ສປປ ລາວ, ສະວິດ ແລະ ແບນຊິກ ຮ່ວມກັບໜ່ວຍງານສະໜັບສະໜູນ ສົນທິສັນຍາລະເບີດລູກຫວ່ານ, ໜ່ວຍງານສະໜັບສະໜູນສົນທິ ສັນຍາການເກືອດຫ້າມລະເບີດຝັງ ດິນ, ຫ້ອງການຫລຸດຜ່ອນອາວຸດ ສະຫະປະຊາຊາດ ແລະ ຄະນະກຳ ມະການກາແດງສາກົນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຊຶ່ງພິທີເປີດງານແຂ່ງຂັນດັ່ງກ່າວ ຈັດຂຶ້ນໃນວັນທີ 19 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດ ຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຫົວໜ້າກົມ ທຽບເທົ່າ, ຄະນະກຳມະການພາຍ ໃນ, ກະຊວງອ້ອມຂ້າງ, ບັນດາບໍລິ ສັດເຕັກໂນໂລຊີ, ຂະແໜງເຕັກໂນ ໂລຊີ ແລະ ການສື່ສານ ແຂວງ, ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ. ງານແຂ່ງຂັນ Lao Digital Award ປະຈໍາປີ 2026 ຈັດຂຶ້ນ ພາຍໃຕ້ ຄຳຂວັນ: “ຮ່ວມສ້າງສັນ ນະວັດຕະກໍາທີ່ກ້າວໜ້າ ເພື່ອສົ່ງ ເສີມການຫັນເປັນດີຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນ ຍົງ ໂດຍມີຜະລິດຕະພັນທີ່ຜ່ານ ເງື່ອນໄຂເຂົ້າຮອບຄັດເລືອກ ຈຳ ນວນ 50 ຜະລິດຕະພັນ ໂດຍແບ່ງ ອອກເປັນ 6 ໝວດ ຄື: ໝວດບໍລິ ການພາກລັດ, ໝວດບໍລິການພາກ ທຸລະກິດ, ໝວດການມີສ່ວນຮ່ວມ ທາງດີຈິຕອນ, ໝວດທຸລະກິດສະ ຕາດອັບ (ນິຕິບຸກຄົນ), ໝວດທຸລະ ກິດສະຕາດອັບ(ບຸກຄົນ)ແລະໝວດ ນະວັດຕະກຳ. ນອກຈາກນີ້, ພາຍໃນ ງານຍັງມີຫ້ອງວາງສະແດງຜະລິດ ຕະພັນຕ່າງໆ ຈາກບັນດາບໍລິສັດ ເຕັກໂນໂລຊີ ແລະ ໂທລະຄົມມະນາ ຄົມຕ່າງໆ ຫລາຍພາກສ່ວນ. ການຈັດງານຄັ້ງນີ້, ເພື່ອປະຕິ ບັດຕາມແນວທາງຂອງພັກ ແລະ ລັດຖະບານ ໃນການຫັນເອົາເຕັກ ໂນໂລຊີ ແລະ ນະວັດຕະກໍາ ເປັນ ກຳລັງການຜະລິດໃໝ່ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ຖານເສດ ຖະກິດ-ສັງຄົມ ແຫ່ງຊາດ ແລະ ການສ້າງຄວາມອາດສາມາດພື້ນ ຖານ ແລະ ອະທິປະໄຕທາງດີຈິ ຕອນ, ການຫັນເປັນດີຈິຕອນ ຕ້ອງ ດຳເນີນໄປ ໂດຍເນັ້ນໃສ່ຄວາມ ຍືນຍົງ, ຄວາມປອດໄພ, ຄວາມ ທົນທານ (Resilience) ຕໍ່ຄວາມ ສ່ຽງ ແລະ ສິ່ງທ້າທາຍໃນຍຸກ ໂລກາພິວັດ, ພ້ອມທັງຫລຸດຜ່ອນ ຄວາມແຕກໂຕນທາງດ້ານດີຈິຕອນ ເພື່ອໃຫ້ປະຊາຊົນທຸກຊັ້ນຄົນ ໄດ້ ຮັບຜົນປະໂຫຍດຢ່າງເທົ່າທຽມ. ເວທີການປະກວດ Lao Digital Awards ໄດ້ຖືກເລີ່ມຕົ້ນສ້າງຕັ້ງ ແລະ ຈັດຂຶ້ນຢ່າງຕໍ່ເນື່ອງ ໂດຍ ກຳເນີດມາຈາກຄວາມມຸ່ງຫວັງ ໃນການຊຸກຍູ້, ເຊີດຊູ ແລະ ຍົກ ລະດັບຜົນງານນະວັດຕະກໍາດ້ານ ICT, Digital ຂອງຄົນລາວ ໃຫ້ມີ ມາດຕະຖານ. ໃນໄລຍະຜ່ານມາ, ເວທີນີ້ໄດ້ກາຍເປັນສູນເຕົ້າໂຮມ ຂອງນັກພັດທະນາ, ຜູ້ປະກອບ ການ ແລະ ສະຖາບັນການສຶກສາ ໃນການແຂ່ງຂັນ ແລະ ຄັດເລືອກ ເອົາຜົນງານເດັ່ນ ຕາງໜ້າໃຫ້ ສປປ ລາວ ເຂົ້າຮ່ວມການປະກວດ ໃນເວທີລະດັບພູມມິພາກ ເຊັ່ນ: ASEAN Digital Awards. ໂອກາດນີ້, ທ່ານ ໄຊລືຊາ ອິນ ສີຊຽງໃໝ່ ໄດ້ຂຶ້ນກ່າວເປີດການ ແຂ່ງຂັນ ໂດຍເນັ້ນໃຫ້ທຸກພາກ ສ່ວນ ໃຫ້ຮ່ວມກັນປ່ຽນຈາກ “ຜູ້ໃຊ້ ເຕັກໂນໂລຊີ” ໄປສູ່ “ຜູ້ສ້າງເຕັກໂນ ໂລຊີ”, ປ່ຽນຈາກການຕາມຫລັງ ໄປສູ່ການສ້າງໂອກາດ ແລະ ປ່ຽນ ຈາກຄວາມຄິດ ໃຫ້ກາຍເປັນນະ ວັດຕະກຳ ທີ່ສາມາດນຳໄປໃຊ້ຈິງ ແລະ ສ້າງຄຸນຄ່າໃຫ້ແກ່ປະເທດ ຊາດ. ເວທີ Lao Digital Awards ເປັນຈຸດເລີ່ມຕົ້ນຂອງຫລາຍໆ ຄວາມຄິດ, ເປັນເວທີຂອງຄົນຮຸ່ນ ໃໝ່, ເປັນຂົວເຊື່ອມໂຍງພາກລັດເອກະຊົນ ແລະ ເປັນແຮງຂັບເຄື່ອນ ໃໝ່ ສຳລັບການຫັນເປັນດີຈິຕອນ ຂອງ ສປປ ລາວ. ດັ່ງນັ້ນ, ຂໍສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງຄະນະ ຮັບຜິດຊອບຈັດງານ, ບັນດາອົງ ການຈັດຕັ້ງ, ບໍລິສັດ, ພາກສ່ວນ ຕ່າງໆ ແລະ ຜູ້ສະໜັບສະໜູນ ທັງ ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ ຮ່ວມແຮງຮ່ວມໃຈເຮັດໃຫ້ງານ Lao Digital Awards ປະຈໍາປີ 2026 ຄັ້ງນີ້ ເກີດຂຶ້ນຢ່າງຍິ່ງໃຫຍ່ ແລະ ມີຄວາມໝາຍ. ຮອງນາຍົກ...ົ ສປປ ລາວ... ການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມອື່ນໆ ທີ່ ສະໜັບສະໜູນຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານ(CCM) ໂດຍການເປັນ ຄະນະຜູ້ແທນ...ູ້ ເປີດງານແຂ່ງຂັນ...ີ່ັ ບ້ານນໍ້າວາງນັ້ນ ບໍ່ແມ່ນຄວາມຈິງ ເປັນພຽງຂ່າວບິດເບືອນ ເພື່ອສ້າງ ຄວາມປັນປ່ວນ, ສ້າງໃຫ້ແຕກແຍກ ຄວາມສາມັກຄີ ຂອງປະຊາຊົນ ບັນດາເຜົ່າບ້ານນໍ້າວາງເທົ່ານັ້ນ ອີງຕາມບົດບັນທຶກຄວາມເຂົ້າ ໃຈ (MOU) ສະບັບເລກທີ 681/ ຫລທ.ນທ, ຫລວງນໍ້າທາ ວັນທີ 29 ມິຖຸນາ 2026 ວ່າດ້ວຍການສໍາ ຫລວດ, ສຶກສາ, ວິເຄາະ, ວັດແທກ, ປະເມີນຄວາມເປັນໄປໄດ້ທາງດ້ານ ເສດຖະກິດ-ເຕັກນິກ ໂຄງການພະ ລັງງານລົມ, ກໍາລັງ 5 ເມກາວັດ ໃນຂອບເຂດພື້ນທີ່ບ້ານນໍ້າວາງ ເມືອງວຽງພູຄາ ແຂວງຫລວງນໍ້າ ທາ ລະຫວ່າງ ຄະນະກໍາມະການ ປົກຄອງແຂວງຫລວງນໍ້າທາ ຕາງ ໜ້າໂດຍຫ້ອງການຄະນະກໍາມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ແຂວງຫລວງນໍ້າທາ ແລະ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລ ຊີລາວ ຈໍາກັດ. ອີງຕາມ ໜັງສື ເຊີນ ຂອງຫ້ອງການຄະນະກໍາມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ແຂວງຫລວງນໍ້າທາ ເລກທີ 610/ຫລທ.ນທ, ລົງວັນທີ 16 ມິຖຸນາ 2026, ຊຶ່ງໃນວັນທີ 17 ມິຖຸນາ 2026 ແລະ ວັນທີ 3 ສິງຫາ 2026 ຕາງໜ້າໂດຍຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ ແຂວງຫລວງນໍ້າ ທາ, ບໍລິສັດ ຊີຈີເອັນເອເນີຈີເຕັກໂນ ໂລຊີລາວ ຈໍາກັດ ແລະ ຕາງໜ້າ ຈາກຫ້ອງການຂັ້ນເມືອງ ໄດ້ລົງ ສົມທົບກັບອົງການຈັດຕັ້ງບ້ານນໍ້າ ວາງ ເພື່ອໄປສໍາຫລວດ, ສຶກສາ, ວິເຄາະ, ວັດແທກ, ປະເມີນຄວາມ ເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໂຄງການພະລັງງານລົມ ເຂດດັ່ງກ່າວ 2 ຄັ້ງ ແຕ່ປະຊາຊົນ ຈໍານວນໜຶ່ງບໍ່ເຫັນດີ ຍ້ອນເວົ້າ ວ່າ ຂອບເຂດດັ່ງກ່າວແມ່ນປ່າຊ້າ ແລະ ເປັນເຂດການຜະລິດ ຂອງ ປະຊາຊົນບ້ານນໍ້າວາງ. ໃນວັນທີ07 ກັນຍາ 2026, ທີມ ງານຈາກຫ້ອງການທີ່ກ່ຽວຂ້ອງ ຂັ້ນເມືອງ ແລະ ຜູ້ຕາງໜ້າ ບໍລິສັດ ໄດ້ລົງສົມທົບກັບອົງການຈັດຕັ້ງ ບ້ານນໍ້າວາງ, ເຖົ້າແກ່ແນວໂຮມບ້ານ ລົງໄປກວດກາພື້ນທີ່ຕົວຈິງ ເຫັນ ວ່າ ຂອບເຂດດັ່ງກ່າວແມ່ນບໍ່ນອນ ຢູ່ໃນເຂດປ່າຊ້າ ແລະ ບໍ່ນອນຢູ່ໃນ ເຂດການຜະລິດຂອງບ້ານ; ທາງ ອົງການຈັດຕັ້ງບ້ານນໍ້າວາງ, ເຖົ້າ ແກ່ແນວໂຮມບ້ານ ແລະ ປະຊາຊົນ ພາຍໃນບ້ານ ຈຶ່ງເຫັນດີໃຫ້ ບໍລິສັດ ເຂົ້າໄປສໍາຫລວດຈຸດຕິດຕັ້ງເສົາວັດ ແທກແຮງລົມ ເພື່ອດໍາເນີນການຕິດ ຕັ້ງເສົາວັດແທກແຮງລົມຕົວຈິງ. ຕາງໜ້າອົງການປົກຄອງເມືອງ ກໍຄືຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງວຽງພູຄາ ຂໍຢັ້ງຢືນ ແລະ ຊີ້ແຈງຕໍ່ສັງຄົມວ່າ: ໂຄງການ ດັ່ງກ່າວນີ້, ແມ່ນໂຄງການໄຟຟ້າ ພະລັງງານລົມ ເປັນພະລັງງານສະ ອາດ ສອດຄ່ອງກັບແນວທາງ, ນະ ໂຍບາຍຂອງພັກ ແລະ ສອດຄ່ອງ ກັບແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ຂອງລັດຖະບານ. ດັ່ງນັ້ນ, ອົງການປົກຄອງແຂວງ ຫລວງນໍ້າທາ ແລະ ເມືອງວຽງພູຄາ ຈຶ່ງເຫັນດີສະໜັບສະໜູນໃຫ້ໂຄງ ການດັ່ງກ່າວ ເຂົ້າໄປສໍາຫລວດ, ສຶກສາຄວາມເປັນໄປໄດ້ທາງດ້ານ ເສດຖະກິດ-ເຕັກນິກ ຢູ່ຈຸດດັ່ງກ່າວ ຕາມຂັ້ນຕອນ ແລະ ລະບຽບການ. ດັ່ງນັ້ນ, ອົງການປົກຄອງເມືອງ ກໍຄື ຫ້ອງການອຸດສາຫະກໍາ ແລະ ການ ຄ້າເມືອງວຽງພູຄາ ຈຶ່ງໄດ້ຊີ້ແຈງ ມາຍັງອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ທັງພາຍ ໃນ ແລະ ຕ່າງປະເທດ ຊາບວ່າ: ຕໍ່ ກັບເຫດການທີ່ມີບຸກຄົນໄດ້ລົງ ຂ່າວທາງສື່ສັງຄົມອອນລາຍດັ່ງ ກ່າວ ແມ່ນບໍ່ມີມູນຄວາມຈິງ ແລະ ເປັນພຽງຂ່າວບິດເບື່ອນ ເພື່ອສ້າງ ຄວາມປັນປ່ວນ, ສ້າງໃຫ້ແຕກແຍກ ຄວາມສາມັກຄີ ຂອງປະຊາຊົນບັນ ດາເຜົ່າບ້ານນໍ້າວາງເທົ່ານັ້ນ. ສ່ວນ ຂ່າວທີ່ວ່າ: ເລຂາພັກບ້ານໄດ້ຂູ່ປະ ຊາຊົນວ່າ ຖ້າໃຜຂັດຄ້ານແມ່ນຈັບ ເຂົ້າຄຸກຢ່າງດຽວນັ້ນ, ເຈົ້າໜ້າທີ່ ທີ່ ກ່ຽວຂ້ອງ ໄດ້ລົງເກັບກໍາຂໍ້ມູນ, ສືບ ສວນ-ສອບສວນ ປະຊາຊົນພາຍໃນ ບ້ານຕົວຈິງແລ້ວເຫັນວ່າ ບໍ່ມີມູນ ຄວາມຈິງ; ສ່ວນເລຂາພັກບ້ານ, ນາຍບ້ານ ກໍປະຕິບັດຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຄວາມຮັບ ຜິດຊອບຂອງຕົນ ໃນການລະດົມ ໃຫ້ປະຊາຊົນໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ໂຄງ ການດັ່ງກ່າວ ເນື່ອງຈາກວ່າໂຄງ ການດັ່ງກ່າວແມ່ນໂຄງການຂອງລັດ. ສະນັ້ນ, ຈຶ່ງສະເໜີມາຍັງບັນ ດາສໍານັກງານຂ່າວ, ຢູທູບເບີ, Facebook ຫລື ການລົງຂ່າວ ທາງສື່ສັງຄົມອອນລາຍ ທັງພາຍ ໃນ ແລະ ຕ່າງປະເທດ ຖ້າບໍ່ມີຂໍ້ມູນ ຈະແຈ້ງ, ຊັດເຈນແທ້ ແລະ ບໍ່ມີມູນ ຄວາມຈິງ ຫ້າມໂພສລົງໂດຍບໍ່ ໄດ້ຮັບອະນຸຍາດ ຖ້າບໍ່ດັ່ງນັ້ນຈະ ຖືວ່າເປັນການລະເມີດຕໍ່ລະບຽບ, ກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ. ພ້ອມນີ້, ຮຽກຮ້ອງມາຍັງ ປະຊາຊົນບັນດາເຜົ່າ ຈົ່ງເຊື່ອໝັ້ນ ຕໍ່ການນໍາພາຂອງພັກ ແລະ ເລືອກ ເຟັ້ນຮັບເອົາຂ່າວທີ່ເປັນທາງການ ເທົ່ານັ້ນ, ຈຶ່ງຈະໄດ້ຮັບຂໍ້ມູນທີ່ຖືກ ຕ້ອງຕາມຄວາມເປັນຈິງ. ເມືອງວຽງພູຄາ...ືູ

RkJQdWJsaXNoZXIy MTc3MTYxMQ==