ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານດຳເນີນການຮຽນ-ການສອນ ສົກຮຽນ2026-2027

07/09/2026 19:13
Email Print 4919
ຂປລ ໃນສົກຮຽນ 2026-2027 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະດ້ານພື້ນຖານໂຄງລ່າງ ເປັນຕົ້ນ ຫ້ອງຮຽນ, ໂຕະ-ຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ, ພ້ອມທັງກຽມດ້ານບຸກຄະລາກອນ, ພະນັກງານ, ຄູ-ອາຈານ ຂອງແຕ່ລະຊັ້ນຮຽນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ໄດ້ທັງປະລິມານ ແລະ ຄຸນນະພາບ ຊຶ່ງໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເລີ່ມເຂົ້າຮຽນນັບແຕ່ວັນທີ 1 ກັນຍາ ເປັນຕົ້ນມາ, ສ່ວນມື້ເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ຈະຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ຈະມາເຖິງນີ້.

ທ່ານ ນາງ ນ້ຳທິບ ອິນທະວົງ ຮັກສາການຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 4 ກັນຍາ 2026 ນີ້ວ່າ: ໃນສົກຮຽນໃໝ່ 2026-2027 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ມີຄວາມພ້ອມຮອບດ້ານ ໂດຍໄດ້ກຳນົດທິດທາງ ແລະ ວຽກງານຈຸດສຸມທີ່ສຳຄັນຫຼາຍດ້ານ ເປັນຕົ້ນ ຍຶດໝັ້ນຍົກສູງຄຸນນະພາບການສຶກສາຮອບດ້ານເປັນຫຼັກ ອີງຕາມ 3 ລັກສະນະ 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍເນັ້ນໃຫ້ ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ, ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ ໃຫ້ນັກຮຽນໄດ້ຢ່າງມີປະສິດທິພາບ, ນອກຈາກປະຕິບັດຕາມຫຼັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດນາມ ເປັນຫຼັກ ເພື່ອເຮັດໃຫ້ນັກຮຽນ ທີ່ຮຽນຈົບຈາກໂຮງຮຽນດັ່ງກ່າວ ສາມາດຟັງ, ເວົ້າ ແລະ ຂຽນພາສາຫວຽດນາມ ໄດ້ໂດຍພື້ນຖານ, ພ້ອມທັງສົ່ງເສີມສຶກສາອົບຮົມນັກຮຽນ ໃຫ້ຮູ້ຈັກຮັກສາ ແລະ ສືບທອດເອກະລັກທາງດ້ານວັດທະນະທຳ ຄຽງຄູ່ກັບການເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ ຂອງ 2 ຊາດ ລາວ-ຫວຽດນາມ. ພ້ອມນີ້, ໂຮງຮຽນ ຍັງມຸ່ງໝັ້ນສ້າງສະພາບແວດລ້ອມການສຶກສາທີ່ປອດໄພ, ມີລະບຽບວິໄນ, ມີມະນຸດສະທຳ ແລະ ທັນສະໄໝ, ຍຶດຖືນັກຮຽນເປັນໃຈກາງ ໂດຍໃຫ້ຄວາມສຳຄັນຕໍ່ການພັດທະນາຄຸນສົມບັດ, ຄວາມສາມາດ, ທັກສະ ແລະ ຈິດໃຈການເຊື່ອມໂຍງສູ່ສາກົນຂອງນັກຮຽນ.

ທ່ານ ນາງ ນ້ຳທິບ ອິນທະວົງ ໄດ້ກ່າວອີກວ່າ: ດ້ວຍນ້ຳໃຈແຫ່ງຄວາມສາມັກຄີ, ການປ່ຽນແປງໃໝ່, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນຢ່າງໜັກແໜ້ນ, ຄະນະບໍລິຫານ, ຄູ-ອາຈານ ແລະ ພະນັກງານທຸກຄົນ ຂອງໂຮງຮຽນ ຈະພ້ອມໃຈກັນມຸ່ງໝັ້ນປະຕິບັດໜ້າທີ່ວຽກງານ ກໍຄື ການຮຽນ-ການສອນ ໃນສົກຮຽນ 2026-2027 ໃຫ້ປະສົບຜົນສຳເລັດ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້, ສົມກັບຄວາມໄວ້ວາງໃຈຂອງພໍ່ແມ່-ຜູ້ປົກຄອງ, ນັກຮຽນ ແລະ ສັງຄົມ, ພ້ອມທັງວາງຮາກຖານອັນໝັ້ນຄົງ ເພື່ອການພັດທະນາໂຮງຮຽນແບບຍືນຍົງໃນອະນາຄົດ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

    • ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດສຶກສາ-ກິລາ

      ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດ

      10/13/2026 9:46:38 AM

      ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ໄວໜຸ່ມ” ໂດຍໄດ້ນຳສະແດງທັກສະ, ຄວາມຄິດສ້າງສັນ ແລະ ຄວາມເປັນຜູ້ນຳຂອງໄວໜຸ່ມລາວ, ພ້ອມທັງບົດບາດການປະກອບສ່ວນຂອງໄວໜຸ່ມ ຕໍ່ການພັດທະນາປະເທດຊາດ ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວອອກຈາກສະຖານະປະເທດດ້ອຍພັດທະນາໃນເດືອນພະຈິກນີ້.

    • ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາສຶກສາ-ກິລາ

      ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      10/9/2026 10:32:58 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ads
ads

Top