ຜູ້ຖືກເຄາະຮ້າຍຈາກ ລບຕ ຢູ່ລາວ ຍັງຕ້ອງການຄວາມຊ່ວຍເຫລືອ ຈາກທຸກພາກສ່ວນໃນສັງຄົມ

16/09/2026 10:29
Email Print 2096
ຂປລ ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ (ລບຕ) ໃນ ສປປ ລາວ ໄດ້ຮ່ວມແບ່ງປັນປະສົບການອັນເຈັບປວດຈາກເຫດການໃນອະດີດ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 14 ກັນຍາ 2026 ໂດຍໄດ້ຍົກໃຫ້ເຫັນເຫດການກ່ອນ ແລະ ຫຼັງຖືກລະເບີດແຕກໃສ່ ຈົນເຮັດໃຫ້ເກີດຄວາມບົກພ່ອງທາງຮ່າງກາຍ, ພ້ອມທັງສະແດງຄວາມຫວັງວ່າ ທຸກພາກສ່ວນຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍ ໂດຍສະເພາະດ້ານການສຶກສາ, ການປິ່ນປົວ, ການຝຶກວິຊາຊີບ ແລະ ການຈ້າງງານ ເພື່ອໃຫ້ສາມາດກັບຄືນມາດຳລົງຊີວິດຢ່າງມີຄຸນຄ່າ.

ທ້າວ ສັນຕິ ອາຍຸ 28 ປີ, ຜູ້ເຄາະຮ້າຍຈາກ ລບຕ ຢູ່ບ້ານນາທອງ ເມືອງຄຳ ແຂວງຊຽງຂວາງ ໄດ້ເລົ່າວ່າ: ເຫດການເກີດຂຶ້ນໃນວັນທີ 15 ມິຖຸນາ 2010 ໃນຂະນະທີ່ຕົນເອງມີອາຍຸພຽງ 12 ປີ. ເວລາປະມານ 09:00 ໂມງ ໄດ້ອອກໄປຊ່ວຍວຽກຄອບຄົວ, ກຳລັງເສຍຫຍ້າຢູ່ທົ່ງນາ ແລະ ບັງເອີນໄປຖືກລະເບີດທີ່ຝັງຢູ່ໃນດິນ. ຫຼັງຈາກເກີດສຽງລະເບີດ ຕົນເອງໄດ້ໝົດສະຕິ ແລະ ມາຮູ້ສຶກຕົວຢູ່ໂຮງໝໍ ກ່ອນຈະຕ້ອງຮັກສາຕົວຢູ່ຫ້ອງ ICU ເປັນເວລາ 8 ມື້. ເຫດການດັ່ງກ່າວ ໄດ້ປ່ຽນແປງຊີວິດຂອງທ້າວ ສັນຕິ ໄປຕະຫຼອດການ ຈາກເດັກນ້ອຍທີ່ເຄີຍມີຮ່າງກາຍສົມບູນ ແລະ ສາມາດຊ່ວຍແບ່ງເບົາພາລະຄອບຄົວ ກາຍເປັນຜູ້ພິການ (ແຂນລ່ອຍ). ແນວໃດກໍຕາມ ດ້ວຍກຳລັງໃຈ, ຄວາມຮັກ ແລະ ການເບິ່ງແຍງຈາກພໍ່ແມ່ ແລະ ຄອບຄົວ ເຮັດໃຫ້ຕົນເອງຄ່ອຍໆປັບຕົວ ແລະ ດຳເນີນຊີວິດຕໍ່ໄປ ໂດຍບໍ່ທໍ້ຖອຍ ແລະ ຈະພະຍາຍາມສູ້ຊົນເພື່ອພໍ່ແມ່ ແລະ ຄອບຄົວ.

ຂະນະດຽວກັນ, ທ້າວ ນວຍ ພອນສົມໄຊ ອາຍຸ 28 ປີ, ຜູ້ເຄາະຮ້າຍຈາກ ລບຕ ຢູ່ບ້ານແກ້ງຫົວປາ ເມືອງເຊໂປນ ແຂວງສະຫວັນນະເຂດ, ປັດຈຸບັນເຮັດວຽກເປັນທີມງານທຳລາຍລະເບີດເຄື່ອນທີ່ຂອງອົງການ ຮາໂລທຣັສຕ໌ ກໍໄດ້ເລົ່າວ່າ: ໃນປີ 2006 ຂະນະທີ່ມີອາຍຸ 10 ປີ ໄດ້ພົບເຫັນ ລບຕ ແຕ່ດ້ວຍຄວາມຮູ້ເທົ່າບໍ່ເຖິງການ ແລະ ຄິດວ່າເປັນກ້ອນຫີນ ຈຶ່ງໄດ້ຈັບຂຶ້ນມາໂຍນຫຼິ້ນ ເຮັດໃຫ້ລະເບີດແຕກໃສ່ມືເບື້ອງຂວາ. ພາຍຫຼັງເກີດເຫດ ຄອບຄົວໄດ້ຮີບນຳສົ່ງໄປໂຮງໝໍເຊໂປນ, ເມື່ອຮູ້ສຶກຕົວ ຈຶ່ງຮັບຮູ້ວ່າຕົນເອງໄດ້ສູນເສຍມືເບື້ອງຂວາໄປແລ້ວ, ຄວາມຮູ້ສຶກຕອນນັ້ນມັນຄືກັບຝັນຮ້າຍ ແຕ່ຍັງໂຊກດີທີ່ຍັງມີຄອບຄົວຢູ່ຄຽງຂ້າງໃຫ້ກຳລັງໃຈ, ຊ່ວຍເຫຼືອເຮັດໃຫ້ຕົນເອງສາມາດປັບຕົວ ແລະ ກ້າວຜ່ານຄວາມລຳບາກ. ຕໍ່ມາຈຶ່ງຕັດສິນໃຈເຂົ້າເຮັດວຽກເປັນທີມງານທຳລາຍລະເບີດເຄື່ອນທີ່ ຂອງອົງການ ຮາໂລທຣັສຕ໌ ເພື່ອຢາກມີສ່ວນຮ່ວມໃນການເກັບກູ້ ລບຕ ອອກຈາກຊຸມຊົນ ແລະ ປ້ອງກັນບໍ່ໃຫ້ເດັກນ້ອຍຮຸ່ນໃໝ່ຕ້ອງປະສົບເຫດການແບບດຽວກັນ.

ໂອກາດນີ້, ທ້າວ ນວຍ ພອນສົມໄຊ ຍັງໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນ ທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ແລະ ອົງການປະຕິບັດງານດ້ານ ລບຕ ທັງພາຍໃນ ແລະ ຕ່າງປະເທດ ທີ່ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍຈາກ ລບຕ. ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ເປີດໂອກາດໃຫ້ຜູ້ເຄາະຮ້າຍເຂົ້າເຖິງການສຶກສາ, ການປິ່ນປົວ, ການຝຶກວິຊາຊີບ ແລະ ການມີວຽກເຮັດງານທຳ ໂດຍສະເພາະ ເປີດໂອກາດໃຫ້ຜູ້ເຄາະຮ້າຍມີສ່ວນຮ່ວມໃນຂະແໜງການ ລບຕ ຊຶ່ງບໍ່ພຽງແຕ່ຊ່ວຍໃຫ້ຜູ້ເຄາະຮ້າຍມີສ່ວນຮ່ວມແກ້ໄຂບັນຫາ ລບຕ ເທົ່ານັ້ນ, ແຕ່ຍັງຊ່ວຍສ້າງລາຍຮັບໃຫ້ຕົນເອງ ແລະ ຄອບຄົວ, ຍົກສູງຊີວິດການເປັນຢູ່ ແລະ ຊ່ວຍໃຫ້ສາມາດກັບຄືນມາດຳລົງຊີວິດໄດ້ຢ່າງມີຄຸນຄ່າ.

ຈາກເຫດການຂອງຜູ້ເຄາະຮ້າຍທັງສອງຄົນ ສະທ້ອນໃຫ້ເຫັນວ່າ: ລບຕ ຍັງເປັນໄພອັນຕະລາຍຮ້າຍແຮງ ທີ່ສ້າງຜົນກະທົບຕໍ່ຊີວິດ ແລະ ຄອບຄົວຂອງປະຊາຊົນໃນໄລຍະຍາວ. ດັ່ງນັ້ນ, ການສືບຕໍ່ເກັບກູ້ ແລະ ທຳລາຍ ລບຕ ຕະຫຼອດຮອດການຟື້ນຟູ ແລະ ສະໜັບສະໜູນຜູ້ເຄາະຮ້າຍ ຈຶ່ງຍັງເປັນວຽກງານສຳຄັນທີ່ຕ້ອງອາໄສຄວາມຮ່ວມມືຈາກຫຼາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

    • ຮອງປະທານ ສນຊ ພົບປະຢ້ຽມຢາມແນວລາວສ້າງຊາດ ແຂວງອຸດົມໄຊວັດທະນະທຳ-ສັງຄົມ

      ຮອງປະທານ ສນຊ ພົບປະຢ້ຽມຢາມແນວລາວສ້າງຊາດ ແຂວງອຸດົມໄຊ

      10/30/2026 8:50:20 AM

      ວັນທີ 27 ຕຸລາ 2026, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກກັບແນວລາວສ້າງຊາດແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍພະນັກງານຂອງແນວລາວສ້າງຊາດແຂວງ ເຂົ້າຮ່ວມ.

ads
ads

Top