ລາຍຮັບຈາກການຂາຍປີ້ທ່ອງທ່ຽວຂະໜາດໃຫຍ່-ກາງທົ່ວປະເທດຈີນ ບັນລຸຫລາຍກວ່າ 17 ຕື້ກວ່າຢວນ

22/09/2026 17:17
ຂປລ ໃນ​ປີ 2025, ມີ​ການ​ສະ​ແດງ​ ຂອງ​ໂຄງ​ການ​ສະ​ແດງ​​ ການ​ທ່ອງ​ທ່ຽວ​ ຂະ​ໜາດ​ໃຫຍ່​ ແລະ ​ຂະ​ໜາດກາງ ໃນ​ທົ່ວ​ປະ​ເທດ 198.700 ຄັ້ງ, ເພີ່ມ​ຂຶ້ນ 4.95% ເມື່ອ​ທຽບ​ໃສ່​ປີ 2024;

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ອີງ​ຕ​າມ “​ບົດ​ລາຍ​ງານ ​ປະ​ຈຳ​ປີ 2025 ຂອງ​ຕະຫລາດ ​ການ​ສະ​ແດງ​​ ການ​ທ່ອງ​ທ່ຽວ​ຈີນ” ທີ່​ປະ​ກາດ​ໂດຍ ​ສະ​ມາ​ຄົມ ​ການ​ສະ​ແດງ​ ສິ​ລະ​ປະ​ຈີນ ​ໃນ​ວັນ​ທີ 21 ກັນ​ຍາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2025, ມີ​ການ​ສະ​ແດງ​ ຂອງ​ໂຄງ​ການ​ສະ​ແດງ​​ ການ​ທ່ອງ​ທ່ຽວ​ ຂະ​ໜາດ​ໃຫຍ່​ ແລະ ​ຂະ​ໜາດກາງ ໃນ​ທົ່ວ​ປະ​ເທດ 198.700 ຄັ້ງ, ເພີ່ມ​ຂຶ້ນ 4.95% ເມື່ອ​ທຽບ​ໃສ່​ປີ 2024; ລາຍ​ຮັບ​ ຈາ​ກ​ການ​ຂາຍ​ປີ້​ ມີ​ເຖິງ 17 ຕື້ກວ່າລ້ານຢວນ, ເພີ່ມ​ຂຶ້ນ 6,43% ແລະ ຈຳ​ນວນ​ຜູ້​ຊົມ​ມີ​ເຖິງ 87.989.700 ເທື່ອ​ຄົນ, ເພີ່ມ​ຂຶ້ນ 3,01% ເມື່ອ​ທຽບ​ໃສ່​ປີ 2024. ບົດ​ລາຍ​ງານ​ລະ​ບຸວ່າ: ລາ​ຄາ​ສະ​ເລ່ຍ​ ຕໍ່​ນັກ​ທ່ອງ​ທ່ຽວ​ ສຳ​ລັບ ​ໂຄງ​ການ​ໃນ​ປີ 2025 ແມ່ນ 298,8 ຢວນ ເຊິ່ງໝາຍ​ຄວາມ​ວ່າ: ການ​ສະ​ແດງ​ການ​ທ່ອງ​ທ່ຽວ ບໍ່​ໄດ້​ເປັນ​ພຽງ​ຂອງ​ຂວັນ​ ຈາກຂດ​ທ່ອງ​ທ່ຽວ​ ອີກ​ຕໍ່​ໄປ ແລະ ​ນັກ​ທ່ອງ​ທ່ຽວ ກໍ​ເຕັມ​ໃຈ​ທີ່​ຈະ​ຈ່າຍ​ເງິນ ​ເພື່ອ​ເນື້ອ​ຫາ​ ທາງ​ວັດ​ທະ​ນະ​ທຳ ​ທີ່​ມີ​ຄຸນ​ນະ​ພາບ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ໄທ ກຽມຕ້ອນຮັບນັກທ່ອງທ່ຽວຈີນ ເພີ່ມຂຶ້ນ 78%ຂ່າວຕ່າງປະເທດ

      ໄທ ກຽມຕ້ອນຮັບນັກທ່ອງທ່ຽວຈີນ ເພີ່ມຂຶ້ນ 78%

      9/22/2026 5:17:29 PM

      ຄຽງ​ຄູ່​ກັບ​ໄລ​ຍະ​ພັກ ​ບຸນ​ໄຫວ້​ພະ​ຈັນ ແລະ ວັນ​ຊາດ​ຈີນ​ ໃກ້​ຈະ​​ໝູນວ​ຽນ​ມາ​ເຖິງ, ຕະຫລາດ​ທ່ອງ​ທ່ຽວ​ຂອງ​ໄທ​ ເຂົ້າ​ສູ່​ໄລ​ຍະ ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຈີນ ​ສັ່ງ​ຈອງ​ການ​ອອກ​ເດີນ​ທາງ ​ເປັນ​ຈຳ​ນວນຫລວງຫລາຍ ໂດຍສະເພາະ ​ການສັ່ງ​ຈອງ​ຖ້ຽວ​ບິນ​​ໄປ​ເກາະ​ພູ​ເກັດ​ຂອງ​ໄທ​ ໄດ້​ເພີ່ມ​ຂຶ້ນ 78% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025

    • ທີມຊາດຈີນ ໄດ້ 12 ຫລຽນຄຳ ພາຍໃນມື້ດຽວ ໃນງານມະຫະກຳກິລາເອຊຽນເກມຄັ້ງທີ 20ຂ່າວຕ່າງປະເທດ

      ທີມຊາດຈີນ ໄດ້ 12 ຫລຽນຄຳ ພາຍໃນມື້ດຽວ ໃນງານມະຫະກຳກິລາເອຊຽນເກມຄັ້ງທີ 20

      9/22/2026 5:17:28 PM

      ວັນ​ທີ 21 ກັນ​ຍາ​ນີ້, ເຊິ່ງ​ເປັນ​ມື້​ທີ​ສອງ​ ຂອງການ​ແຂ່ງ​ຂັນ​ ໃນງານ​ມະ​ຫະ​ກຳ​ກິ​ລາ​ ເອ​ຊຽນ​ເກມ ໄອ​ຊີ-ນາ​ໂກ​ຢາ ​ຄັ້ງ​ທີ 20. ໃນ​ມື້​ທີ​ສອງ ມີ​ການ​ຊີງ​ທັງ​ໝົດ 18 ຫລຽນ​ຄຳ,ໃນ​ນີ້, ນັກ​ກິ​ລາ​ທີມ​ຊາດ​ຈີນ ​ອີງ​ໃສ່​ທ່າ​ແຮງ ທີ່​ເຂັ້ມ​ແຂງ​ ໃນ​ຫລາຍ​ກິ​ລາ

    • ເອີຣົບ ປັບໄໝ ກູເກີລ  ຫລາຍກວ່າ 400 ລ້ານເອີໂຣ ຂ່າວຕ່າງປະເທດ

      ເອີຣົບ ປັບໄໝ ກູເກີລ ຫລາຍກວ່າ 400 ລ້ານເອີໂຣ

      9/22/2026 5:17:25 PM

      ສະຫະພາບ ເອີຣົບ ໄດ້ປະກາດວ່າ Google ໄດ້ລະເມີດ "ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ" ຂອງສະຫະພາບເອີຣົບ, ແລະ ໄດ້ "ປັບໃໝ" ບໍ​ລິ​ສັດ Google ຫລາຍກວ່າ 400 ລ້ານເອີໂຣ.

    • ການຢ້ຽມຢາມ ປະມຸກລັດຈີນ-ອາເມລິກາ ພາຍໃນເຄິ່ງປີ ມີຄວາມໝາຍສຳຄັນທາງປະຫວັດສາດຂ່າວຕ່າງປະເທດ

      ການຢ້ຽມຢາມ ປະມຸກລັດຈີນ-ອາເມລິກາ ພາຍໃນເຄິ່ງປີ ມີຄວາມໝາຍສຳຄັນທາງປະຫວັດສາດ

      9/22/2026 5:17:23 PM

      ໂດຍ​ຕອບ​ສະ​ໜອງ​ ຕາມ​ຄຳ​ເຊີນ​ຂອງ​ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິກາ, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ຈະເດີນ​ທາງ​ໄປ​ຢ້ຽມ​ຢາມ ສ.​ອາ​ເມ​ລິ​ກາ ​ທາງ​ລັດ​ຖະ​ກິດ. ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ, ທ່ານ ສີ​ ຈິ້ນ​ຜິງ ກັບ ທ່ານ​ ​ ໂດ​ນັນ ທ​ຣຳ ຈະ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ ກ່ຽວ​ກັບ ​ສາຍ​ພົວ​ພັນ​ ລະ​ຫວ່າງ​ ສປ ຈີນ-ສ.ອາ​ເມ​ລິ​ກາ ແລະ ບັນ​ຫາ​ສຳ​ຄັນ ​ແຫ່ງ​ການ​ພັດ​ທະ​ນາ​ ໂດຍ​ສັນ​ຕິ​ຂອງ​ໂລກ.

    • ເອີຣົບ ມີແຜນຈະແກ່ຍາວເວລາມາດ ຕະການລົງໂທດຕໍ່ລັດເຊຍຂ່າວຕ່າງປະເທດ

      ເອີຣົບ ມີແຜນຈະແກ່ຍາວເວລາມາດ ຕະການລົງໂທດຕໍ່ລັດເຊຍ

      9/22/2026 5:17:08 PM

      ເອກ​ອັກ​ຄະ​ລັດ​ຖະ​ທູດ​​​ຂອງ 27 ປະ​ເທດ ​ສະ​ມາ​ຊິກ​ ສະ​ຫະ​ພາບ ​ເອີ​ຣົບ ​ໄດ້​ປຶກ​ສາ​ຫາ​ລື​ກັນ ​ເປັນ​ເວ​ລາ​ດົນ, ໂດຍ​ກຽມ​ຈະ​ແກ່​ຍາວ​ເວ​ລາ​​ ມາດ​ຕະ​ການ​ການ​ລົງ​ໂທດ​ຕໍ່ 3.000 ກວ່າບຸກ​ຄົນ ແລະ ອົງ​ກອນ​ຂອງ​ລັດ​ເຊຍ​ ອອກ​ໄປ​ເປັນ 36 ເດືອນ, ພ້ອມ​ທັງ​ ລຶບນັກ​ທຸ​ລະ​ກິດ ລັດ​ເຊຍ 2 ຄົນ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່ ​ທີ່​ຖືກ​ລົງ​ໂທດ.

ads
ads

Top