ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍ

11/09/2026 09:37
Email Print 160
ຂປລ ຄະນະຜູ້ແທນຂັ້ນສູງຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະຫະພັນກິລາຄົນພິການອາຊຽນ (ASEAN Para Sports Federation-APSF Board of Governors Meeting) ຈັດຂຶ້ນລະຫວ່າງວັນທີ 7-11 ກັນຍາ 2026 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ຂະນະດຽວກັນ, ສປປ ລາວ ກໍໄດ້ສະເໜີ 12 ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ນະຄອນຫຼວງກົວລາລຳເປີ ປະກອບມີ: ແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ບັອກເຊຍ, ໂກນບານ (ຍິງ), ບານເຕະຄົນພິການຕາ (ຊາຍ), ບານບ້ວງລໍ້ເລື່ອນ (ຍິງ), ລົດຖີບ, ດອກປີກໄກ່, ຟັນດາບ, ເທັນນິດ ແລະ ຍິງປືນ.

ທ່ານ ລັດຖະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພາລະ ແລະ ສິລະປະສຶກສາ ໄດ້ໃຫ້ຮູ້ວ່າ: ໃນການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຖືເປັນພາລະກິດສຳຄັນ ໃນການຮ່ວມມື ແລະ ປຶກສາຫາລື ກ່ຽວກັບທິດທາງການພັດທະນາກິລາຄົນພິການ ໃນພາກພື້ນອາຊຽນ, ພ້ອມທັງເປັນການກະກຽມຄວາມພ້ອມດ້ານຕ່າງໆ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານກິລາຄົນພິການຂອງ ສປປ ລາວ ໃນເວທີສາກົນ. ຕາມແຜນງານຂອງກອງປະຊຸມ, ຄະນະຜູ້ແທນລະດັບສູງຈະໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ (APSF Board of Governors Meeting) ແລະ ກິດຈະກຳແລກປ່ຽນຕ່າງໆ ທີ່ທາງປະເທດມາເລເຊຍ ໄດ້ຈັດຂຶ້ນ.

ຫຼັງຈາກງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 13 ສິ້ນສຸດລົງ, ສະຫະພັນກິລາຄົນພິການອາຊຽນ (APSF) ກໍຄື ປະເທດເຈົ້າພາບໄດ້ວາງແຜນຈະຈັດງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ໄດ້ສະເໜີໃຫ້ບັນດາປະເທດສະມາຊິກຄົນພິການອາຊຽນ ແຈ້ງເຈດຈຳນົງສະເໜີຈຳນວນປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໃຫ້ເຈົ້າພາບໃນເບື້ອງຕົ້ນ. ໃນນັ້ນ, ສປປ ລາວ ສະເໜີ 12 ປະເພດກິລາຄົນພິການຮ່ວມຊີງໄຊ

KPL

ຂ່າວອື່ນໆ

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານດຳເນີນການຮຽນ-ການສອນ ສົກຮຽນ2026-2027ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານດຳເນີນການຮຽນ-ການສອນ ສົກຮຽນ2026-2027

      9/7/2026 7:13:45 PM

      ໃນສົກຮຽນ 2026-2027 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະດ້ານພື້ນຖານໂຄງລ່າງ ເປັນຕົ້ນ ຫ້ອງຮຽນ, ໂຕະ-ຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ, ພ້ອມທັງກຽມດ້ານບຸກຄະລາກອນ, ພະນັກງານ, ຄູ-ອາຈານ ຂອງແຕ່ລະຊັ້ນຮຽນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອເຮັດໃຫ້ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນ ໄດ້ທັງປະລິມານ ແລະ ຄຸນນະພາບ ຊຶ່ງໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເລີ່ມເຂົ້າຮຽນນັບແຕ່ວັນທີ 1 ກັນຍາ ເປັນຕົ້ນມາ, ສ່ວນມື້ເປີດສົກຮຽນໃໝ່ 2026-2027 ຢ່າງເປັນທາງການ ຈະຈັດຂຶ້ນໃນວັນທີ 14 ກັນຍາ 2026 ທີ່ຈະມາເຖິງນີ້.

    • ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນສຶກສາ-ກິລາ

      ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນ

      9/7/2026 6:09:35 PM

      ພິທີປະກາດສ້າງຕັ້ງ ໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 3 ກັນຍາ 2026 ຢູ່ວັດສະຫຼີດອນແກ້ວ ບ້ານແກ້ວດອນຄູນ ເມືອງເງິນ ແຂວງໄຊຍະບູລີ ໂດຍມີພະອາຈານໃຫຍ່ ພັນທອງ ໂພມີໄຊ ຄະນະປະຈຳສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ), ຮອງຫົວໜ້າກຳມາທິການສຶກສາສົງສູນກາງ ແລະ ທ່ານ ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານຄະນະກຳມະການອົງການປົກຄອງເມືອງເງິນ, ມີພະເຖຣານຸເຖຣະ ຈາກສູນກາງ, ແຂວງ, ເມືອງ, ຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດສຶກສາ-ກິລາ

      ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ

      8/21/2026 9:40:27 AM

      ຫ້ອງການສະພາວິທະຍາສາດແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄ້ົນຄວ້າວິທະຍາສາດ (ກພວຕ) ໃນວັນທີ 18 ສິງຫາ 2026 ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ.

    • ສສກ ຈັດກອງປະຊຸມຈັດສັນ, ຖອນຄືນ, ສະສ່ງ ແລະ ປະກອບລົດຂອງລັດ ພາຍໃນກະຊວງສຶກສາ-ກິລາ

      ສສກ ຈັດກອງປະຊຸມຈັດສັນ, ຖອນຄືນ, ສະສ່ງ ແລະ ປະກອບລົດຂອງລັດ ພາຍໃນກະຊວງ

      8/5/2026 9:55:28 AM

      ກອງປະຊຸມຈັດສັນ, ຖອນຄືນ, ສະສາງ ແລະ ປະກອບລົດພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນໃນວັນທີ 4 ສິງຫາ 2026

    • ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມ ເພື່ອສົ່ງເສີມຄຸນນະພາບການສອນສຶກສາ-ກິລາ

      ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມ ເພື່ອສົ່ງເສີມຄຸນນະພາບການສອນ

      8/5/2026 9:49:57 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ນຳສະເໜີ ເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນ ປະຖົມສຶກສາ ເພື່ອສົ່ງເສີມການພັດ ທະນາວິຊາຊີບຄູ ແລະ ປັບປຸງຄຸນນະ ພາບການສຶກສາຊັ້ນປະຖົມສຶກສາ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານ ແຜນງານບີຄວາ ໃນວັນທີ 4 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ

ads
ads

Top