ທ່ານ ປະທານປະເທດ ຕ້ອນຮັບ ຄະນະຜູ້ແທນ ສະຫະພັນແມ່ຍິງ ກູບາ

18/05/2023 17:09
Email Print 1519
ຂປລ ຂປລ.ໃນວັນທີ 18 ພຶດສະພາ ນີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ(ສສຍລ)

ຂປລ.ໃນວັນທີ 18 ພຶດສະພາ ນີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ(ສສຍລ) ໄດ້ນຳພາຄະ ນະຜູ້ແທນຂັ້ນສູງຈາກສະຫະພັນແມ່ຍິງກູບາ  ນຳໂດຍທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ ກຳ ມະການກົມການເມືອງສູນກາງພັກ ສະມາຊິກສະພາແຫ່ງຊາດ ເລຂາທິການໃຫຍ່ຂອງສະຫະພັນແມ່ຍິງແຫ່ງຊາດກູບາ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເພື່ອລາຍງານການມາເຄື່ອນໄຫວຢ້ຽມຢາມ ແລະ ເັຮດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.
   ໂອກາດທີ່ມີຄວາມໝາຍສໍາຄັນນີ້
, ທ່ານປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ ພ້ອມດ້ວຍຄະນະ ຊຶ່ງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະຫະພັນແມ່ຍິງ ກູບາ ຖືເປັນການປະກອບ ສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງປະຊາຊົນສອງຊາດລາວ ແລະ ກູບາ ກໍຄືການພົວພັນຮ່ວມມື ຂອງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງກູບາ ໃຫ້ນັບມື້ຂະຫຍາຍຕົວ ແລະ ເກີດດອກອອກຜົນ. ໃນໄລຍະຜ່ານມາການນຳຂອງ ສອງປະເທດ ມີການໄປມາຫາສູ່, ພົບປະຢ້ຽມຢາມຊຶ່ງກັນ ແລະ ກັນ ເຖິງແມ່ນວ່າຈະຢູ່ຫ່າງໄກກັນຄົນລະທະວີບກໍຕາມ ສະແດງໃຫ້ເຫັນເຖິງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
   ທ່ານ ປະທານປະເທດ ຍັງໄດ້ຊີ້ນຳໃຫ້ສອງສະຫະພັນແມ່ຍິງລາວ ແລະ ກູບາ ສືບຕໍ່ປະສານງານ
, ແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນຊ່ວຍເຫລືອກັນ ໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາ ກົນ, ສືບຕໍ່ໄປມາຫາສູ່ ແລະ ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ; ໃຫ້ສະຫະພັນແມ່ຍິງສອງປະ ເທດ ຈົ່ງສືບຕໍ່ປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຕົນປະກອບສ່ວນສຶກສາອົບຮົມ ແລະ ໃຫ້ຂໍ້ມູນອັນຖືກຕ້ອງ ແລະ ເລິກເຊິ່ງ ໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ກູບາ ໂດຍສະເພາະແມ່ນຄົນຮຸ່ນ ໃໝ່, ໄວໜຸ່ມ ໃຫ້ເຂົ້າໃຈແຈ້ງ, ເລິກເຊິ່ງຕໍ່ສາຍພົວພັນ ແລະ ການຮ່ວມມື ອັນດີງາມ ລະຫວ່າງສອງຊາດກໍຄືສອງ ສະຫະພັນແມ່ຍິງ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື 2023-2027 ໃຫ້ສຳເລັດຕາມແຜນການທີ່ວາງໄວ້.
   ໂອກາດນີ້
, ທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງທ່ານປະທານປະເທດ ພ້ອມທັງຈະນຳເອົາຄຳຄິດເຫັນ ແລະ ຜົນສຳເລັດໃນການມາຢ້ຽມຢາມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບ ສະພາບຕົວຈິງຂອງວຽກເທື່ອລະກ້າວ.

 (ຂ່າວ-ພາບ: ວຽງພອນ)

KPL

ຂ່າວອື່ນໆ

ads
ads

Top