ຂປລ
ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບຂອງຄະນະຜູ້ແທນ ສ ເກົາຫລີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫລີ ໃນວັນທີ 19 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ- ເກົາຫລີ ຄັ້ງທີ 2.
ຂປລ. ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະ ຊຶ່ງຖືເປັນຂີດໝາຍສຳຄັນໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບມ້ືເຕີບໃຫຍ່ຂະຫຍາຍຕົວເວ້ົາລວມ, ເວົ້າສະເພາະຈະເປັນກຳລັງແຮງສຳຄັນໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ໃຫ້ ມີຜົນສຳເລັດເປັນຮູບປະທຳຍິ່ງໆຂຶ້ນ. ພ້ອມທັງນຳສະເໜີກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ, ລວມທັງການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປ ລາວ ໂດຍໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນການ ແລກປ່ຽນບົດຮຽນການບໍລິຫານທຸລະກິດ, ຝຶກອົບຮົມ ແລະ ຍົກລະດັບທັກສະແຮງງານຕະຫລອດຮອດການຂະຫຍາຍຕະຫລາດ, ການຖ່າຍທອດເຕັກໂນໂລຊີ, ການບໍລິຫານ ແລະ ການເຊື່ອມໂຍງພາກທຸລະກິດລະຫວ່າງ ສປປ ລາວ ແລະ ສ ເກົາຫລີ. ນອກນັ້ນ, ໄດ້ມອບໝາຍໃຫ້ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງລາວເປັນຈຸດປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອສະໜອງຂໍ້ມູນ, ແນະນຳຂັ້ນຕອນ ແລະ ຕິດຕາມການຈັດຕັ້ງປະຕິບັດຜົນກອງປະຊຸມໃຫ້ເປັນຮູບປະທຳ.
ໂອກາດດ່ັງກ່າວ, ທ່ານຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫລີ ໄດ້ສະແດງຄວາມຂອບໃຈຕ່ໍການຕ້ອນຮັບຢ່າງອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມທັງສະແດງຄວາມໝາຍໝ້ັນ ທີ່ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມ ມືທາງດ້ານຕ່າງໆເປັນຕ້ົນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງສອງປະເທດໃຫ້ເລິກເຊິ່ງກວ່າເກົ່າ ໂດຍຫວັງຢ່າງຍິ່ງວ່າເວທີການເຊື່ອມໂຍງພາກທຸລະກິດ ກໍຄື ຜົນກອງປະຊຸມພົບປະນັກທຸລະກິດ ລາວ-ສ ເກົາຫລີ ຄັ້ງທີ 2 ນີ້ ທີ່ເປີດໂອກາດໃຫ້ພາກທຸລະກິດຂອງສອງຝ່າຍໄດ້ພົບປະ, ແລກປ່ຽນຂໍ້ມູນ, ສ້າງເຄືອຂ່າຍ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຈະນຳໄປສູ່ການຮ່ວມມືທີ່ປະຕິບັດໄດ້ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດນັບມ້ືຫລາຍຂຶ້ນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
KPL