ສະເຫລີມສະຫລອງວັນສໍາຄັນທີ່ ຕິດພັນກັບວຽກງານດັ່ງກ່າວ ຊຶ່ງ ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງ ທຸກໆປີເປັນວັນອາຫານໂລກ ເລີ່ມ ແຕ່ປີ 1980 ແລະ ໄດ້ກໍານົດເອົາ ວັນທີ 17 ຕຸລາ ເປັນວັນສາກົນ ເພື່ອ ລຶບລ້າງຄວາມທຸກຍາກເລີ່ມແຕ່ປີ 1992 ແລະ ສປປ ລາວ ກໍໄດ້ກຳນົດ ເອົາວັນທີ 17-24 ຕຸລາ ຂອງທຸກໆ ປີເປັນສັບປະດາແຫ່ງຊາດ ເພື່ອ ລຶບລ້າງຄວາມທຸກຍາກເລີ່ມແຕ່ປີ 2003 ເປັນຕົ້ນມາ. ໃນວັນທີ 15 ຕຸລາ 2026 ນີ້, ທ່ານ ລິນຄໍາ ດວງສະຫວັນ ລັດ ຖະມົນຕີກະຊວງກະສີກໍາ ແລະ ສິ່ງ ແວດລ້ອມ ໄດ້ຖະແຫລງຂ່າວເນື່ອງ ໃນໂອກາດວັນອາຫານໂລກ, ວັນ ສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປີ 2026 ວ່າ: ໃນປີ 2026 ນີ້, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ ຮ່ວມກັບສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ, ສະຫະພັນແມ່ຍິງ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 16.10.2026 ປີທີ 25 ສະບັບທີ 6.543ັຸີີັີ gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ຂປລ. ກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະ ເທດ ລາວ, ຫວຽດນາມ ແລະ ກໍາ ປູເຈຍ ຈັດຂຶ້ນໃນວັນທີ 14 ຕຸລາ 2026 ທີ່ກົມພົວພັນຕ່າງປະເທດ leg]a fdkopq d]tfa [7;k,I6h dko0a [Ih v'xtlkolP's]a dl6 f37fkp lr- ry 9k]tokIj k'dq f\kp ;j kfh ;pdko[y orq o]tgIn vo lt[a [xa [x5 ' dP,lts]v';a ovksko3]dF ;a olkdq o c]t la [xtfkcsj '-kf grnj v]b []h k'7;k,m5 dpkd 17-24 85 ]k o; dP,rh v,Iv[fh ko9a f'ko[5 o vvdra olkxt;= itok c]t -j ;'gIn vmj k;a f9a o ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 3່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ lr- leg]a fdkory 9k]tok dkog7nj vows;;Pd'ko xt9exu 2026 ll- g0f 9 gvq k.9.lj 8y f8k,d;fdk cdh w07;k,m5 dpkd c]t [a osk0v'xt-k-q o I;zm lts]5 [;Pd'ko 0t[;odko c]t ,v[ok,,tpq f -k;|5j , 4 [5 d xu 2026 dv'xt-5 ,rq [xt 3 ]a f4t,q o8u dt-;'xh v'da oxtgmf ]k;{s;Pfok,{dex6 g9p ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ( ຂວາ ) ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ( ປະທານ ) Iv'xtmkoxtgmf ]q '-5 dp6h dkopq d]tfa [ lu ,n cI''ko16j l6 ora fmtoklu ,n cI''koc0;'v5 fq ,wຂປລ. ໃນທຸກໆປີ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ພ້ອມກັນ ຂປລ. ໃນວາລະດໍາເນີນກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງ ຂປລ. ບຸນອອກພັນສາປະວໍຣະ ນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ທ່ານ ລິນຄໍາ ດວງສະຫວັນ ທ່ານ ເຫລັກໄຫລ ສີວິໄລ ທ່ານ ນາງ ສູນທອນ ໄຊຍະຈັກ ທ່ານ ພູວົງ ອຸ່ນຄໍາແສນ ທ່ານ ແສງອາທິດ ພິມເມືອງ ຂປລ. ຄະນະສະມາຊິກສະພາ ແຫ່ງຊາດ (ສສຊ) ປະຈຳເຂດ ເລືອກຕັ້ງ 9 ແຂວງຊຽງຂວາງ ໄດ້ເອົາໃຈໃສ່ປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ໃນການ ເປັນຕົວແທນໃຫ້ແກ່ປະຊາຊົນບັນ ດາເຜົ່າ ຜ່ານການຕິດຕາມກວດ ກາການຈັດຕັ້ງປະຕິບັດລັດຖະທຳ ມະນູນ, ກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມ ພ້ອມທັງຕິດ ຕາມຊຸກຍູ້ການແກ້ໄຂຄຳຮ້ອງຂໍ ຄວາມເປັນທຳ ແລະ ບັນຫາຄວາມ ທຸກຍາກຂອງປະຊາຊົນ. ທ່ານ ພູວົງ ອຸ່ນຄໍາແສນ ປະທານ ເມືອງຈັນທະບູລີ ນະຄອນຫລວງ ວຽງຈັນ (ນວ) ປະຈໍາປີ 2026 ຈະ ຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫລາຍກິດ ຈະກໍາທາງສາສະໜາ ແລະ ກິດຈະ ກໍາອື່ນໆປິ່ນອ້ອມ. ທ່ານ ແສງອາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງ ເມືອງຈັນທະບູລີ, ປະທານຄະນະກຳ ມະການຈັດງານບຸນອອກພັນສາ ປະ ວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດ ຈັນ ເມືອງຈັນທະບູລີປະຈໍາປີ2026 ຂປລ. ກອງປະຊຸມສະຫລຸບ ວຽກງານຂະບວນການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2026 ແລະ ວາງທິດທາງແຜນການປະ ຈຳປີ 2027 ຂອງພະແນກຊາວໜຸ່ມ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ (ຮວຜທ) ແລະ ມອບໃບ ຢັ້ງຢືນນາມມະຍົດ 4 ບຸກ ໃຫ້ການ ຈັດຕັ້ງ ແລະ ສະມາຊິກຊາວໜຸ່ມຈັດ ຂຶ້ນໃນວັນທີ 14 ຕຸລາ 2026 ໂດຍ ການເປັນປະທານຂອງສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຫົວໜ້າ ສະພາແຫ່ງຊາດ (ສພຊ) ຊຸດທີ X ວັນທີ 15 ຕຸລາ 2026 ນີ້, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍ ການບິນພົນລະເຮືອນ ສະບັບປັບປຸງ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງ ຊາດ ສຸມໃສ່ປະກອບຄຳເຫັນໃສ່ ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ ມີເນື້ອໃນຄົບຖ້ວນສົມບູນສາມາດ ນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະ ສິດທິພາບ ເພື່ອເປັນບ່ອນອີງທາງ ຂປລ. ໃນວັນທີ 15 ຕຸລາ 2026 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຖະແຫລງຂ່າວຕໍ່ສື່ມວນ ຊົນກ່ຽວກັບຜົນການພິຈາລະນາ ວຽກງານສະພາແຫ່ງຊາດ ປະຈຳ ປີ 2026 ແລະ ທິດທາງແຜນການ ປີ 2027 ຊຶ່ງຕະຫລອດໄລຍະເກືອບ 1 ປີ ຜ່ານມາ, ສະພາແຫ່ງຊາດ ໄດ້ສຸມໃສ່ປະຕິບັດ 3 ພາລະບົດ ບາດຫລັກຂອງຕົນດ້ວຍຄວາມຮັບ ຜິດຊອບສູງ ແລະ ສາມາດບັນລຸ ຜົນໃນຫລາຍດ້ານເປັນຕົ້ນດ້ານ ນິຕິບັນຍັດ, ດ້ານການຕົກລົງບັນ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 16/10/2026 xtgmf]k; ສພຊ ສຳເລັດ...ັ ກອງປະຊຸມພົບປະ...ຸົ ຮອງປະທານປະເທດ... ກອງທັບປະຊາຊົນຫວຽດນາມ ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສຫວຽດນາມແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ລາຊະອານາ ຈັກກໍາປູເຈຍ ພ້ອມດ້ວຍຄະນະ ທັງ 3 ກອງທັບ ເຂົ້າຮ່ວມ. ໃນພິທີ 3 ຝ່າຍໄດ້ຕີລາຄືນການ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຊຸມປີທີ່ຜ່ານມາ, ເຫັນວ່າມີຜົນ ສໍາເລັດທີ່ພົ້ນເດັ່ນຫລາຍດ້ານ ໂດຍ ສະເພາະແມ່ນການພົບປະ 3 ລັດຖະ ມົນຕີກະຊວງປ້ອງກັນປະເທດ ໃນ ເດືອນຕຸລາ ປີ 2025 ຢູ່ນະຄອນ ຫລວງວຽງຈັນ ສປປ ລາວ, ເດືອນ ກຸມພາ ປີ 2026 ຢູ່ນະຄອນຫລວງ ພະນົມເປັນລາຊະອານາຈັກກໍາປູ ເຈຍ, ການແລກປ່ຽນນາຍທະຫານ ໜຸ່ມລະຫວ່າງ 3 ກອງທັບ ໃນ ເດືອນພຶດສະພາ ປີ 2026 ຢູ່ນະ ຄອນດານັງ ສສ ຫວຽດນາມ ຊຶ່ງ ບັນດາເຫດການດັ່ງກ່າວ ໄດ້ສະ ແດງເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສາມຊາດ ລາວ-ກໍາປູເຈຍ-ຫວຽດນາມ ກໍຄື ສາມກອງທັບທີ່ໄດ້ສືບຕໍ່ ແລະ ຜັນ ຂະຫຍາຍມູນເຊື້ອຄວາມສາມັກຄີ ທີ່ສະໜິດແໜ້ນລະຫວ່າງ 3 ຊາດ ໃຫ້ເປັນສົມບັດອັນລໍ້າຄ່າໃຫ້ແກ່ ພະນັກງານຮຸ່ນສືບທອດຕະຫລອດ ໄປ. ສາມປະເທດມີຊາຍແດນຕິດ ຈອດກັນ ແລະ ເປັນປະເທດທີ່ເຄີຍ ຕົກຢູ່ໃນຊະຕາກໍາອັນດຽວກັນທີ່ມີ ມູນເຊື້ອສາມັກຄີຊ່ວຍເຫລືອກັນມາ ແຕ່ດຶກດໍາບັນແບບສະຫາຍອ້າຍ ນ້ອງ, ຮ່ວມທຸກຮ່ວມສຸກນໍາກັນຕະ ຫລອດມາ, ປະຊາຊົນສາມຊາດ ໃນອິນດູຈີນ ໄດ້ຕໍ່ສູ້ຄຽງບ່າຄຽງ ໄຫລ່ຕ້ານກັບຈັກກະພັດຕ່າງດ້າວຜູ້ ຮຸກຮານໂຕດຽວກັນ. ສະນັ້ນ, ບໍ່ວ່າ ຈະຢູ່ໃນສະພາບເງື່ອນໄຂໃດ ແລະ ໄລຍະໃດກໍບໍ່ສາມາດຕັດແຍກອອກ ຈາກກັນໄດ້. ພັກ-ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມທີ່ຈະຮ່ວມມືກັບສອງກອງທັບ ຫວຽດນາມ ແລະ ກໍາປູເຈຍ ເພື່ອ ຮັດແໜ້ນນໍ້າໃຈມິດຕະພາບທີ່ເປັນ ຂປລ. ໃນໂອກາດລົງເຄື່ອນໄຫວ ວຽກງານຢູ່ແຂວງອຸດົມໄຊ, ວັນທີ 14 ຕຸລາ 2026 ຜ່ານມາ, ທ່ານ ນາງ ວຽງທອງ ສີພັນດອນ ຮອງ ປະທານປະເທດ ພ້ອມຄະນະໄດ້ ລົງຢ້ຽມຢາມ ແລະ ຊຸກຍູ້ການຍົກ ລະດັບສີມືແຮງງານຢູ່ສູນພັດທະ ນາສີມືແຮງງານ ແຂວງອຸດົມໄຊ ແລະ ເພື່ອຮັບຟັງລາຍງານສະພາບ ການດຳເນີນງານ, ຜົນການຝຶກອົບ ຮົມ ແລະ ການຮ່ວມມືດ້ານການພັດ ທະນາສີມືແຮງງານກັບ ສປ ຈີນ, ພ້ອມທັງຊີ້ນໍາວຽກງານ ເພື່ອຍົກ ສູງຄຸນນະພາບການຝຶກວິຊາຊີບໃຫ້ ສອດຄ່ອງກັບຄວາມຕ້ອງການຂອງ ຕະຫລາດແຮງງານ. ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ສ້າງຕັ້ງຂຶ້ນໃນ ປີ 2000 ແລະ ດຳເນີນການຝຶກ ອົບຮົມໃນ 7 ສາຂາອາຊີບ ມາຮອດ ປີ 2022. ຕໍ່ມາ ໃນປີ 2023 ສູນ ໄດ້ຮັບການຊ່ວຍເຫລືອລ້າຈາກ ລັດຖະບານ ສປ ຈີນ ໃນການກໍ່ສ້າງ ສູນແຫ່ງໃໝ່ ມູນຄ່າ 147,26 ລ້ານ ຢວນ ຫລື ປະມານ 21 ລ້ານໂດລາ ສະຫະລັດ, ປະກອບມີອາຄານຮຽນ, ຫ້ອງຝຶກປະຕິບັດ ແລະ ອຸປະກອນ ການຝຶກທີ່ທັນສະໄໝ ເພື່ອຮອງຮັບ ການພັດທະນາສີມືແຮງງານໃຫ້ມີ ປະສິດທິພາບຍິ່ງຂຶ້ນ. ສູນດັ່ງກ່າວ ແມ່ນໜ່ວຍງານທີ່ຢູ່ພາຍໃຕ້ການ ຊີ້ນຳຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຂຶ້ນ ກັບສະຖາບັນພັດທະນາສີມືແຮງ ງານ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ. ປັດຈຸບັນພາຍ ໃນສູນມີ4ໜ່ວຍງານ ແລະ ມີສາຂາ ອາຊີບ ທັງໝົດ 13 ສາຂາ. ໃນນີ້, ເປີດຝຶກອົບຮົມແລ້ວ 9 ສາຂາ ແລະ ມີແຜນສູ້ຊົນເປີດຝຶກໃຫ້ຄົບ ທັງ 13 ສາຂາ ພາຍໃນປີ 2030, ຫລັກສູດການຝຶກອົບຮົມແບ່ງເປັນ 4 ລະດັບ ຄື: ລະດັບພື້ນຖານ 6 ເດືອນ, ລະດັບເຄິ່ງຊຳນານງານ 12 ເດືອນ, ລະດັບຊຳນານງານ 18 ເດືອນ ແລະ ລະດັບນາຍຊ່າງ 24 ເດືອນ ເພື່ອສ້າງແຮງງານທີ່ ມີຄວາມຮູ້ ແລະ ທັກສະວິຊາຊີບ ຕາມມາດຕະຖານ. ສຳລັບການ ຮ່ວມມືກັບຝ່າຍຈີນ ແມ່ນໂຄງການ ຊ່ວຍເຫລືອໄລຍະຍາວ 7 ປີ, ເລີ່ມ ແຕ່ເດືອນພຶດສະພາ 2024 ຫາ ກຸມພາ 2031, ແບ່ງເປັນ 3 ໄລຍະ. ປັດຈຸບັນກຳລັງດຳເນີນໄລຍະທີ 2 ໂດຍຝ່າຍຈີນ ຈັດສົ່ງຄູລາວໄປຝຶກ ອົບຮົມຢູ່ສປ ຈີນ ເປັນຊຸດທີ 3, ພ້ອມ ທັງສົ່ງຊ່ຽວຊານ ແລະ ຄູ-ອາຈານ 16 ທ່ານຕໍ່ຊຸດມາຊ່ວຍຖ່າຍທອດ ຄວາມຮູ້, ປະສົບການ ແລະ ເຕັກນິກ ການສິດສອນໃຫ້ແກ່ຄູລາວ. ໃນໂອກາດລົງຢ້ຽມຢາມຄັ້ງນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ສູນດັ່ງກ່າວສາມາດຈັດຕັ້ງ ປະຕິບັດໄດ້ໃນໄລຍະ 9 ເດືອນ ປີ 2026, ພ້ອມທັງເນັ້ນໃຫ້ຕໍ່ເອົາໃຈ ໃສ່ຍົກລະດັບຄຸນນະພາບການຝຶກ ອົບຮົມໃຫ້ໄດ້ມາດຕະຖານ, ປັບປຸງ ຫລັກສູດໃຫ້ທັນສະໄໝ, ເຊື່ອມໂຍງ ການຝຶກວິຊາຊີບເຂົ້າກັບຄວາມ ຕ້ອງການຕົວຈິງຂອງຕະຫລາດ ແຮງງານ, ສົ່ງເສີມໃຫ້ຜູ້ຮຽນມີທັງ ຄວາມຮູ້, ທິດສະດີ ແລະ ທັກສະ ຮວຜທ ສະຫລຸບວຽກງານ...ຸ ການເມືອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີຄະນະພັກຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ 2 ກອງພັນ, ຄະນະບໍລິ ຫານງານຊາວໜຸ່ມ, ຄະນະໜ່ວຍ ຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ພອນວິໄລ ເຮືອງຄໍາທີ ຫົວໜ້າພະແນກຊາວ ໜຸ່ມໄດ້ສະຫລຸບການເຄື່ອນໄຫວ ວຽກງານຂະບວນການ ແລະ ການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 1 ປີຜ່ານມາ ຊຶ່ງພະແນກ ຊາວໜຸ່ມໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ນຳພາ ແນວຄິດປັນກົກ, ນຳພາ-ຊີ້ນໍາຄະ ນະບໍລິຫານງານຊາວໜຸ່ມ, ຄະນະ ໜ່ວຍຊາວໜຸ່ມໃນແຕ່ລະຫົວໜ່ວຍ ກົມກອງເຮັດໃຫ້ສະມາຊິກຊາວໜຸ່ມ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ ປະເທດຊາດ, ມີແນວຄິດອຸ່ນອຽນ ທຸ່ນທ່ຽງ, ກຳແໜ້ນແນວທາງແຜນ ນະໂຍບາຍຂອງພັກ, ກົດໝາຍຂອງ ຫາສໍາຄັນຂອງຊາດ, ດ້ານການຕິດ ຕາມກວດກາ, ການສ້າງຄວາມ ເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ, ທາງປະຕິບັດສາມາດນຳໄປໃຊ້ໃນ ການປະກອບອາຊີບໄດ້ຢ່າງມີປະ ສິດທິຜົນ. ການລົງຢ້ຽມຢາມຄັ້ງນີ້, ເປັນ ການຊຸກຍູ້ການພັດທະນາສີມືແຮງ ງານ ແລະ ການຮ່ວມມືດ້ານວິຊາ ຊີບລະຫວ່າງ ສປປ ລາວ ກັບ ສປ ຈີນ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ຊຶ່ງຈະປະກອບສ່ວນສ້າງແຮງງານ ທີ່ມີຄຸນນະພາບ, ເພີ່ມໂອກາດການ ມີວຽກເຮັດງານທຳໃຫ້ແກ່ໄວໜຸ່ມ ແລະ ສະໜອງກຳລັງແຮງງານທີ່ ມີສີມືໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມຂອງແຂວງອຸດົມໄຊ ແລະ ຂອງປະເທດ. ຂ່າວ: ຄຳພັນ ແກ້ວມະນີ ມູນເຊື້ອໃຫ້ຍືນຍົງຊົ່ວກາລະນາ. ໂອກາດດັ່ງກ່າວ,ສະຫາຍພົນເອກ ຄໍາລຽງ ອຸທະໄກສອນ ໄດ້ເຫັນດີ ເປັນເອກະພາບຢ່າງສູງຕໍ່ຄໍາຄິດ ເຫັນຂອງສະຫາຍ ພົນເອກ ຟານ ວັນ ຢາງ ແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຕໍ່ບັນຫາຕ່າງໆທີ່ໄດ້ຍົກມາ ນັ້ນ ແລະ ສະເໜີທິດທາງແຜນການ ຮ່ວມມືໃນປີ 2027 ຂອງສາມກອງ ທັບ ເພື່ອສືບຕໍ່ຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ, ຖືເອົາເວທີນີ້ແລກປ່ຽນທັດສະນະ ຕໍ່ບັນຫາສະພາບການທີ່ພົ້ນເດັ່ນ ຂອງໂລກ ແລະ ພາກພື້ນທີ່ຈະມີຜົນ ກະ ທົບຕໍ່ສາມຊາດ, ສາມກອງທັບ ແລະ ສືບຕໍ່ຈັດການຝຶກຊ້ອມຮ່ວມ ກອບກູ້ໄພພິບັດໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອຍົກສູງຄຸນນະພາບໃນການ ຝຶກຊ້ອມຄັ້ງຕໍ່ໄປ, ສືບຕໍ່ແລກປ່ຽນ ນາຍທະຫານໜຸ່ມຢ່າງເປັນປົກກະຕິ ເພື່ອເປີດໂອກາດໃຫ້ໄດ້ແລກປ່ຽນ ບົດຮຽນ, ປະສົບການ, ຮັດແໜ້ນ ຄວາມສາມັກຄີ ເພື່ອຮັກສາສາຍ ພົວພັນທີ່ເປັນມູນເຊື້ອລະຫວ່າງ ສາມຊາດ, ສາມກອງທັບ, ຊຸກຍູ້ໃຫ້ ມີການລາດຕະເວນຮ່ວມ 3 ກອງ ທັບຢູ່ເຂດທີ່ມີຊາຍແດນຕິດຈອດ ກັນ 3 ປະເທດ ແລະ 2 ປະເທດ ທີ່ ມີຊາຍແດນຕິດຈອດກັນ ເພື່ອເປັນ ການສະກັດກັ້ນການລັກລອບເຂົ້າ ເມືອງຜິດກົດໝາຍ, ອາຊະຍາກໍາ ຂ້າມຊາດ, ການຄ້າມະນຸດ, ການ ຄ້າຂາຍເຖື່ອນ, ການຂົນສົ່ງຢາ ເສບຕິດ, ການຄ້າອາວຸດ ແລະ ກໍ ລະນີອື່ນໆທີ່ຜິດກົດໝາຍ, ຊຸກຍູ້, ອໍານວຍຄວາມສະດວກໃຫ້ກົມກອງ ເຮັດໜ້າທີ່ຢູ່ຕາມຊາຍແດນຂອງ 3 ປະເທດ ໄດ້ແລກປ່ຽນຂໍ້ມູນຂ່າວ ສານ, ປະສານສົມທົບ ເພື່ອສະກັດ ກັ້ນ, ແກ້ໄຂບັນຫາຫຍໍ້ທໍ້ຕາມບໍ ເວນຊາຍແດນໃຫ້ທັນເວລາ, ສືບຕໍ່ ປົກປັກຮັກສາບູລະນະຫລັກໝາຍ ຊາຍແດນ ແລະ ຊຸກຍູ້ການຮ່ວມມື ສໍາຫລວດປັກຫລັກໝາຍຊາຍແດນ ຢູ່ບໍລິເວນທີ່ຍັງຄົງຄ້າງໃຫ້ສໍາເລັດ ເພື່ອສ້າງເປັນຊາຍແດນແຫ່ງສັນ ຕິພາບ, ມິດຕະພາບ, ຄວາມໝັ້ນ ຄົງ, ການຮ່ວມມື ເພື່ອພັດທະນາ ຢ່າງແທ້ຈິງ, ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ບັນດາກອງປະຊຸມ ໃນຂອບກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ, ອາຊຽນ ບວກ ແລະ ເວທີປຶກສາຫາລືຄວາມ ໝັ້ນຄົງສາກົນຕ່າງໆ. ພ້ອມນັ້ນ, ສາມຝ່າຍກໍໄດ້ເຊັນບົດບັນທຶກການ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕື່ມອີກ. ໃນວັນດຽວກັນ,ສະຫາຍພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍ ຄະນະກໍໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງ ປະຊຸມ 3 ລັດຖະມົນຕີກະຊວງ ປ້ອງປະເທດ ລາວ-ຫວຽດນາມກຳປູເຈຍ. ຂ່າວ: ສີປະພັນ ການເຄື່ອນໄຫວວຽກງານຄະນະ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງ ແລະ ການເຄື່ອນໄຫວ ວຽກງານການຕ່າງປະເທດ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະເກືອບ 1 ປີ ຜ່ານມາ, ສະພາແຫ່ງຊາດ ສາມາດຍາດໄດ້ຜົນສຳເລັດໃນ ຫລາຍດ້ານເປັນຕົ້ນດ້ານນິຕິບັນຍັດ ພາຍຫລັງກອງປະຊຸມຄັ້ງປະຖົມ ມະລືກທີ່ດໍາເນີນໃນທ້າຍເດືອນ ມີນາຜ່ານມາ, ສະພາແຫ່ງຊາດໄດ້ ເອົາໃຈໃສ່ປະຕິບັດແຜນການສ້າງ ແລະ ປັບປຸງກົດໜາຍ ແຕ່ຫົວທີ ໂດຍ ໄດ້ຈັດກອງປະຊຸມສະໄໝວິສາມັນ ຄັ້ງທີ 1 ໃນຕົ້ນເດືອນກໍລະກົດ 2026 ໄດ້ມີການພິຈາລະນາ ແລະ ຮັບຮອງເອົາກົດໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍຄັງເງິນແຫ່ງ ລັດ (ສ້າງໃໝ່) ແລະ ກົດໝາຍວ່າ ດ້ວຍງົບປະມານ ຊຶ່ງເປັນກົດໝາຍ ສະບັບປັບປຸງທີ່ຕິດພັນກັບວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ. ໃນກອງປະຊຸມສະໄໝສາມັນ ຄັ້ງທີ 2 ທີ່ພວມດໍາເນີນຢູ່ປັດຈຸບັນ ໄດ້ມີການພິຈາລະນາ ແລະ ຈະ ຮັບຮອງເອົາກົດໝາຍທັງໝົດ 8 ສະບັບ, ໃນນັ້ນ ກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ. ດ້ານການຕົກລົງບັນຫາສໍາຄັນຂອງ ຊາດ ໃນກອງປະຊຸມຄັ້ງປະຖົມມະ ລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ດໍາເນີນແຕ່ວັນທີ 23-27 ມີນາ 2026 ໄດ້ມີການພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງ ຕໍາແໜ່ງສໍາຄັນຂອງປະເທດ ຄື: ເລືອກຕັ້ງເອົາປະທານ, ຮອງປະ ທານສະພາແຫ່ງຊາດ, ເລືອກຕັ້ງ ເອົາປະທານ ແລະ ຮອງປະທານ ປະເທດ, ນາຍົກລັດຖະມົນຕີ, ຮອງ ນາຍົກ ແລະ ສະມາຊິກລັດຖະບານ, ເລືອກຕັ້ງເອົາປະທານອົງການໄອ ຍະການປະຊາຊົນສູງສຸດ, ປະທານ ສານປະຊາຊົນສູງສຸດ, ປະທານ ອົງການກວດກາແຫ່ງລັດ ແລະ ປະ ທານອົງການກວດສອບແຫ່ງລັດ ແລະ ໄດ້ຮັບຮອງເອົາແຜນການ ເຄື່ອນໄຫວວຽກງານ 5 ປີ ຂອງ ລັດຖະບານ, ສະພາແຫ່ງຊາດ ແລະ ອົງການຈັດຕັ້ງກ່ຽວຂ້ອງ. ໃນກອງ ປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ ດໍາເນີນໃນຕົ້ນເດືອນກໍລະກົດ ຜ່ານ ມາໄດ້ພິຈາລະນາ ແລະ ຮັບຮອງ ເອົາວາລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ໃນ ກອງປະຊຸມສະໄໝວິສາມັນເທື່ອທີ 1 ແລະ ກອງປະຊຸມສະໄໝສາມັນເທື່ອ ທີ 2 ໄດ້ພິຈາລະນາຮັບຮອງເອົາ ບັນດາເນື້ອໃນສໍາຄັນ ຈໍານວນ 13 ຫົວຂໍ້, ອອກເປັນມະຕິ 21 ສະບັບ. ຄະນະປະຈໍາສະພາແຫ່ງຊາດໄດ້ ປະຊຸມຄັ້ງສາມັນ ແລະ ວິສາມັນ ຈໍານວນ 16 ຄັ້ງ ໂດຍພິຈາລະນາ ຕົກລົງບັນດາເນື້ອໃນ ຈໍານວນ 82 ຫົວຂໍ້, ອອກເປັນມະຕິຂອງຄະນະ ປະຈໍາສະພາແຫ່ງຊາດ ຈໍານວນ 96 ສະບັບ. ໂດຍປະຕິບັດຕາມມະຕິ ຂອງຄະນະບໍລິຫານງານສູນກາງ ພັກ ສະບັບເລກທີ 03/ຄບສກ, ລົງ ວັນທີ 12/3/2025, ສະພາແຫ່ງ ຊາດໄດ້ມີການປັບປຸງກົງຈັກການ ຈັດຕັ້ງສະພາແຫ່ງຊາດ ຈາກ 9 ກໍາມາທິການ, ຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກໍາ ສະພາແຫ່ງຊາດ ມາເປັນ 5 ກໍາມາ ທິການ ແລະ ຫ້ອງວ່າການສະພາ ແຫ່ງຊາດ, ລົດຈໍານວນກົມຈາກ 28 ລົງເປັນ 20 ກົມ, ລົດພະແນກ ຈາກ 68 ພະແນກລົງມາ 57 ພະ ແນກ; ໄດ້ປັບປຸງບັນດານິຕິກໍາກ່ຽວ ຂ້ອງກັບການປັບປຸງກົງຈັກສະພາ ແຫ່ງຊາດ ຊຸດທີ X ໄດ້ຈໍານວນ ໜຶ່ງ. ດ້ານການຕິດຕາມກວດກາ ໄດ້ດໍາເນີນກອງປະຊຸມຮ່ວມລະ ຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບລັດຖະບານ ເພື່ອປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ; ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ, ມາດຕະການສົ່ງເສີມການນໍາ ໃຊ້ລົດໄຟຟ້າ ແລະ ພະລັງງານທົດ ແທນ, ພິຈາລະນາກ່ຽວກັບເນື້ອ ໃນທີ່ຈະນໍາເຂົ້າພິຈາລະນາໃນກອງ ປະຊຸມສະໄໝວິສາມັນເທື່ອທີ1ຂອງ ສະພາແຫ່ງຊາດ, ໄດ້ມີການຕິດຕາມ ກວດກາການຈັດຕັ້ງປະຕິບັດລັດຖະ ທໍາມະນູນ, ກົດໜາຍ, ນິຕິກໍາໃຕ້ ກົດໝາຍ; ການແກ້ໄຂຄໍາສະເໜີ, ຄຳຮ້ອງຂໍຄວາມເປັນທໍາຂອງປະ ຊາຊົນ ແລະ ຮັບຄໍາສະເໜີຂອງປະ ຊາຊົນຜ່ານສາຍດ່ວນຜ່ານກອງ ປະຊຸມສະພາແຫ່ງຊາດ ເທື່ອທີ 2 ຈໍາ ນວນ 615 ສາຍ ແລະ ສັງຮວມເນື້ອ ໃນ ຈໍານວນ 431 ເລື່ອງ. ສຳລັບການສ້າງຄວາມເຂັ້ມ ແຂງໃຫ້ແກ່ສະພາແຫ່ງຊາດ ຕະ ຫລອດໄລຍະເກືອບ 1 ປີ ໂດຍເຫັນ ໄດ້ຈຸດພິເສດຂອງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງທີ່ສ່ວນ ໃຫຍ່ກວ່າ 80% ເປັນຜູ້ໃໝ່, ສະພາ ແຫ່ງຊາດໄດ້ເອົາໃຈໃສ່ວຽກງານ ຍົກສູງຂີດຄວາມສາມາດດ້ານ ຕ່າງໆໃຫ້ແກ່ສະມາຊິກສະພາແຫ່ງ ຊາດ, ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຈໍານວນ 26 ຫົວຂໍ້; ຈັດ ຝຶກອົບຮົມສຳມະນາສ້າງຄວາມ ເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະ ກອນຂອງສະພາແຫ່ງຊາດ, ສະພາ ປະຊາຊົນຂັ້ນແຂວງ ຈໍານວນ 8 ຫົວຂໍ້. ສ່ວນການເຄື່ອນໄຫວວຽກ ງານຄະນະສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງບັນດາ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງໄດ້ເອົາໃຈໃສ່ ປະຕິບັດພາລະບົດບາດຂອງຕົນ ຢ່າງມີຄວາມຮັບຜິດຊອບສູງ, ອັນ ພິເສດໄດ້ມີການປະກາດການສ້າງ ຕັ້ງກົງຈັກການຈັດຕັ້ງ ແລະ ການ ແຕ່ງຕັ້ງປະທານ, ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງສໍາເລັດໃນທົ່ວ ປະເທດ; ໄດ້ລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ແລະ ກອງປະຊຸມສະໄໝວິສາມັນເທື່ອ ທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຈໍານວນ 1.023 ຈຸດ, ມີຜູ້ເຂົ້າ ຮ່ວມແສນກວ່າຄົນ; ໄດ້ລະດົມທຶນ ປະກອບສ່ວນຊ່ວຍເຫລືອປະຊາຊົນ ໃນເຂດເລືອກຕັ້ງຕ່າງໆລວມເປັນ ມູນຄ່າກວ່າ 3 ຕື້ກີບ. ການເຄື່ອນ ໄຫວວຽກງານການຕ່າງປະເທດ ໄດ້ປະຕິບັດຕາມແນວທາງຕ່າງປະ ເທດສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມື ເພື່ອ ການພັດທະນາ, ໃນປີ 2026 ນີ້, ສະພາແຫ່ງຊາດ ໄດ້ເຄື່ອນໄຫວ ວຽກງານການຕ່າງປະເທດ ຈໍາ ນວນ 49 ຄັ້ງ, ເຂົ້າຮ່ວມກອງປະ ຊຸມຂອງພາກພື້ນ ແລະ ສາກົນ ຈໍາ ນວນ 23 ຄັ້ງ; ຕ້ອນຮັບຄະນະຜູ້ ແທນຕ່າງປະເທດ ຈໍານວນ 20 ຄັ້ງ, ເປັນເຈົ້າພາບຈັດກອງປະຊຸມລັດ ຖະສະພາສະຫະພາບເອີຣົບ ຄັ້ງທີ 7, ກອງປະຊຸມຂອງອົງການສະມາ ຊິກລັດຖະສະພາອາຊີ ກ່ຽວກັບປະ ຊາກອນ ແລະ ການພັດທະນາ, ກອງປະຊຸມປຶກສາຫາລືບັນຫານໍ້າ ຂອງລັດຖະສະພາອາຊີ ຄັ້ງທີ 9, ກອງປະຊຸມໂຕະມົນ ກ່ຽວກັບບັນ ຫາອາກາດ ແລະ ນໍ້າ ຄັ້ງທີ 3; ໄດ້ ແຕ່ງຕັ້ງຄະນະມິດຕະພາບລັດຖະ ສະພາກັບຕ່າງປະເທດ ຈຳນວນ 16 ຄະນະ ແລະ ແຕ່ງຕັ້ງຄະນະ ສະມັດຊາລັດຖະສະພາ ລະຫວ່າງ ອາຊຽນ (AIPA), ຄະນະສະຫະ ພັນລັດຖະສະພາສາກົນ (IPU) ແລະ ຄະນະສະມັດຊາລັດຖະສະ ພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF). ສຳລັບທິດທາງແຜນການປີ 2027 ສະພາແຫ່ງຊາດ ຈະສືບຕໍ່ ສ້າງ ແລະ ປັບປຸງກົດໝາຍ 32 ສະບັບ, ໃນນັ້ນ ສ້າງໃໝ່ 2 ສະບັບ ແລະ ປັບປຸງ 30 ສະບັບ. ພ້ອມທັງ ຍົກສູງຄຸນນະພາບການພິຈາລະນາ ບັນຫາສຳຄັນຂອງຊາດ, ຕິດຕາມ ກວດກາການປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບ ປະມານ ແລະ ແຜນເງິນຕາ ປະຈຳປີ 2027, ພ້ອມທັງຕິດຕາມກວດກາ ວຽກງານຍຸຕິທຳ, ໂຄງການລົງທຶນ ທີ່ມີບັນຫາ ແລະ ການແກ້ໄຂຄຳສະ ເໜີຂອງປະຊາຊົນ. ນອກຈາກນີ້, ຈະສືບຕໍ່ຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາ ແລະ ພະ ນັກງານ-ລັດຖະກອນ, ປັບປຸງລະ ບອບແບບແຜນການເຮັດວຽກຂອງ ຄະນະສະມາຊິກສະພາປະຈຳເຂດ ເລືອກຕັ້ງ ແລະ ສະພາປະຊາຊົນ ຂັ້ນແຂວງ, ພ້ອມທັງສືບຕໍ່ຂະຫຍາຍ ການຮ່ວມມືກັບບັນດາປະເທດ ເພື່ອນມິດ ແລະ ເຂົ້າຮ່ວມກອງປະ ຊຸມລະດັບພາກພື້ນ-ສາກົນຕາມ ແຜນການ. ຂ່າວ: ທະນູທອງ; ພາບ: ເກດສະໜາ ລັດ, ຂໍ້ກຳນົດ, ກົດລະບຽບຂອງ ກອງທັບ, ເຂົ້າຮ່ວມວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຝຶກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບ, ຂະບວນການກິລາ, ສິລະປະ-ວັນນະຄະດີ ແລະ ຂະ ບວນ ການອື່ນໆ. ຜ່ານການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານດ້ານຕ່າງໆສາມາດ ຄັດເລືອກຄະນະບໍລິຫານງານຊາວ ໜຸ່ມປະເພດນຳໜ້າ 4 ບຸກ ໄດ້ 2 ຄະນະ, ຄະນະໜ່ວຍຊາວໜຸ່ມ ໄດ້ 4 ໜ່ວຍ ແລະ ໜ່ວຍຊາວໜຸ່ມຂຶ້ນ ກັບຄະນະບໍລິຫານງານ 8 ໜ່ວຍ; ສ້າງສະມາຊິກຊາວໜຸ່ມນໍາໜ້າ 4 ບຸກໄດ້ 239 ສະຫາຍ; ສາມາດ ຕີລາຄາວຽກງານ 4 ບຸກ ຄື: ບຸກ ທາງດ້ານວຽກງານແນວຄິດໄດ້ 80,77%, ບຸກທາງດ້ານການ ຝຶກຝົນຫລໍ່ຫລອມ-ຮໍ່າຮຽນໄດ້ 80,81%, ບຸກທາງດ້ານວຽກງານ ການຈັດຕັ້ງໄດ້ 80,75% ແລະ ບຸກ ທາງດ້ານວິຊາຊີບ-ສ້າງວຽກເຮັດ ງານທຳໄດ້ 80,85%. ພ້ອມນີ້, ກອງປະຊຸມໄດ້ຜ່ານ ແຜນການແຂ່ງຂັນ 4 ບຸກ ປະຈຳປີ 2027, ພ້ອມທັງຮັບຮອງເອົາຂໍ້ ແຂ່ງຂັນໄປຈັດຕັ້ງປະຕິບັດໃຫ້ປະ ກົດຜົນເປັນຈິງ, ພ້ອມນີ້ຍັງໄດ້ຜ່ານ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍອະນຸມັດໃບຢັ້ງຢືນ ນາມມະຍົດ 4 ບຸກໃຫ້ການຈັດຕັ້ງ ຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຢູ່ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ແລະ ມອບໃບຢັ້ງຢືນ 4 ບຸກໃຫ້ຢ່າງສົມກຽດ. ຂ່າວ: ໂອລິນ ມິ່ງມີໄຊ
16/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ມາລີດດາີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂດຍ: ຢ່າາົ່ຕົ່ງ່ງ zq o'ko c]t [kfdh k;[5 dmt]5 0v';Pd'ko -kpcfo lxx ]k; xu 2026 ບົດສະເໜີົີ ll- g0f 9 gvq k.9.lj 8y f8k,d;fdk cdh w07;k,m5 dpkd c]t [a osk0v'xt-k-q o gda [dj P;zq ozt]y f fh ;p7;k,[+ xt\kf g/Q k]t;a 'w2w\h ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ9 ແຂວງຊຽງ ຂວາງ ໃຫ້ການສໍາພາດ ໃນໂອ ກາດເຂົ້າຮ່ວມກອງປະຊຸມສະໄໝ ສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດຊຸດທີXວ່າ: ໃນໄລຍະ6ເດືອນ ຕົ້ນປີຜ່ານມາ, ຄະນະສະມາຊິກສະ ພາແຫ່ງຊາດປະຈຳເຂດເລືອກຕັ້ງ ໄດ້ປະຕິບັດຕາມມະຕິກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງ ຊາດ ຊຸດທີ X ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ເອົາໃຈໃສ່ຕິດຕາມກວດກາການ ຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະ ກິດ-ສັງຄົມກໍຄືມະຕິກອງປະຊຸມສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ຈໍານວນ 7 ຄັ້ງ ເປັນຕົ້ນ ແມ່ນລົງຕິດຕາມກວດກາ ການແກ້ ໄຂຄໍາຮ້ອງຂໍຄວາມເປັນທໍາຂອງ ປະຊາຊົນ; ສົບທົບກັບຄະນະທີມ ງານສະພາແຫ່ງຊາດ ຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ, ໂຄງການຂຸດ ຂປລ. ໃນທຸກໆປີ, ເມື່ອຍາມ ເກັບກ່ຽວເຂົ້າເລີ່ມຕົ້ນຂຶ້ນ, ທົ່ງນາ ກວ້າງໃຫຍ່ຈະປ່ຽນເປັນສີເຫລືອງ ໄປທົ່ວທຸກສາລະທິດ. ນີ້ແມ່ນຊ່ວງ ເວລາທີ່ພໍ່ແມ່ປະຊາຊົນມີຄວາມ ປິຕິຊົມຊື່ນ ເພາະເປັນເວລາທີ່ຈະ ໄດ້ເກັບກ່ຽວຜົນຜະລິດ ຈາກເຫື່ອ ແຮງທີ່ໄດ້ທຸ້ມເທມາຕະຫລອດ ຫລາຍເດືອນ. ແນວໃດກໍດີ ໃນທ່າມ ກາງຄວາມຊື່ນຊົມນັ້ນ, ຍັງມີ “ໄພ ຄຸກຄາມທີ່ເບິ່ງບໍ່ເຫັນ” ທີ່ມັກຈະ ເກີດຂຶ້ນມາໂດຍທີ່ເຮົາບໍ່ທັນຕັ້ງໂຕ ນັ້ນກໍຄື “ອັກຄີໄພ” ຫລື ໄຟໄໝ້. ໄລຍະເກັບກ່ຽວ ແມ່ນຊ່ວງທີ່ສະ ພາບອາກາດມີຄວາມແຫ້ງແລ້ງ, ລົມພັດແຮງ, ບວກກັບທົ່ງນາມີເຟືອ ເຂົ້າ ແລະ ຫຍ້າແຫ້ງ ຊຶ່ງເປັນເຊື້ອ ໄຟຢ່າງດີ. ຄວາມປະໝາດພຽງ ເລັກນ້ອຍເຊັ່ນ: ການຖິ້ມກົ້ນຢາສູບ ທີ່ຍັງບໍ່ມອດ, ການດັງໄຟແຕ່ງກິນຢູ່ ຕາມໄຮ່ນາ ຫລືການຈູດເຟືອງແບບ ຊະຊາຍ ໂດຍຂາດການເຝົ້າລະວັງ ກໍສາມາດກາຍເປັນໄຟນ້ອຍໆທີ່ລຸກ ລາມເປັນໄຟໄໝ້ລາມປ່າ ຫລື ໄໝ້ ທົ່ງນາຢ່າງໄວວາພຽງແຕ່ຊົ່ວພິບ ຕາ. ຄວາມເສຍຫາຍຈາກໄຟໄໝ້ໃນ ໄລຍະນີ້ ບໍ່ພຽງແຕ່ທຳລາຍເຂົ້າທີ່ ກຳລັງເກັບກ່ຽວ ຫລື ເຂົ້າທີ່ເກັບໄວ້ ໃນເລົ້າເທົ່ານັ້ນ, ແຕ່ຍັງອາດລຸກລາມ ໄປທຳລາຍພາຫະນະ, ເຄື່ອງມືການ ເຮັດເສດຖະກິດ, ເຮືອນຊານບ້ານ ຊ່ອງ ແລະ ທີ່ຮ້າຍແຮງໄປກວ່ານັ້ນ ແມ່ນອາດເຖິງຂັ້ນສູນເສຍຊີວິດ ຂອງຄົນໃນຄອບຄົວ. ເຫື່ອແຮງ ແລະທຶນຮອນທີ່ສຸມໃສ່ມາຕະຫລອດ ລະດູ ອາດກາຍເປັນເຖົ່າຖ່ານພຽງ ຂປລ. ໃນຍຸກທີ່ສະພາບການ ພາກພື້ນ ແລະ ສາກົນພວມມີການ ຫັນປ່ຽນຢ່າງວ່ອງໄວ, ການປົກປັກ ຮັກສາອໍານາດອະທິປະໄຕ, ຜືນແຜ່ນ ດິນອັນຄົບຖ້ວນ ແລະ ການສ້າງ ເສັ້ນຊາຍແດນໃຫ້ກາຍເປັນ “ຊາຍ ແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື” ຖືເປັນໜ້າທີ່ຍຸດ ທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະ ຕິບັດວຽກງານຊາຍແດນໃນໄລ ຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດ ໜ້າວຽກອັນພົ້ນເດັ່ນຫລາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດ ສິນໃຈອັນສູງສົ່ງຂອງພັກ, ລັດຖະ ບານ ແລະ ປະຊາຊົນບັນດາເຜົ່າ. ສະພາບລວມຂອງເສັ້ນຊາຍ ັ້ ແດນ ແລະ ລະບົບຄຸ້ມຄອງດ່ານົຸ້່ ທົ່ວວປະເທດົ່ ສປປ ລາວ ມີເສັ້ນຊາຍແດນ ຕິດຈອດກັບ 5 ປະເທດເພື່ອນ ມິດ, ມີລວງຍາວທັງໝົດປະມານ 5.486,239 ກິໂລແມັດ ຊຶ່ງປະ ກອບມີເສັ້ນຊາຍແດນທາງບົກ ຍາວປະມານ 3.793,447 ກິໂລ ແມັດ ແລະ ທາງນໍ້າຍາວປະມານ 1.692,792 ກິໂລແມັດ ຊຶ່ງມີລາຍ ລະອຽດມີດັ່ງນີ້: ທິດຕາເວັນອອກ ຕິດກັບ ສສ ຫວຽດນາມ ມີລວງ ຍາວ 2.337,459 ກິໂລແມັດ; ທິດ ເໜືອ ຕິດກັບ ສປ ຈີນ ມີລວງຍາວ 508,780 ກິໂລແມັດ; ທິດຕາເວັນ ໃນເວລາບໍ່ເທົ່າໃດຊົ່ວ. ດັ່ງນັ້ນ, ເພື່ອຮັບປະກັນໃຫ້ລະດູ ການເກັບກ່ຽວປີນີ້ ເຕັມໄປດ້ວຍ ຄວາມສຸກ ແລະ ຄວາມປອດໄພ, ເຮົາທຸກຄົນຕ້ອງຮ່ວມມືກັນປະຕິບັດ ມາດຕະການເຝົ້າລະວັງຢ່າງເຂັ້ມ ງວດ. ໃນນັ້ນ, ຕ້ອງຢຸດການຈູດ ເຟືອງ ແລະ ຂີ້ເຫຍື້ອຊະຊາຍ. ຖ້າມີ ຄວາມຈຳເປັນຕ້ອງຈູດ ຕ້ອງຕັດ ແລວປ້ອງກັນໄຟໃຫ້ມີຄວາມປອດ ໄພ ແລະ ຕ້ອງມີຄົນເຝົ້າເບິ່ງຈົນ ກວ່າໄຟຈະມອດ 100%. ກວດສະ ພາບເຄື່ອງຈັກກ່ຽວເຂົ້າ, ເຄື່ອງຈັກ ປັ່ນເຂົ້າ ແລະ ພາຫະນະຂົນສົ່ງ ບໍ່ ໃຫ້ມີນ້ຳມັນຮົ່ວໄຫລ ເພື່ອຫລີກເວັ້ນ ການເກີດອັກຄີໄພ, ກອງເຟືອງໄວ້ ໃຫ້ຫ່າງຈາກເຮືອນຊານ ແລະ ສາຍ ໄຟ. ພ້ອມທັງກະກຽມນ້ຳແລະອຸປະ ກອນມອດໄຟເບື້ອງຕົ້ນໄວ້ປະຈຳຢູ່ ທົ່ງນາສະເໝີ, ສ້າງຄວາມສາມັກຄີ ໃນຊຸມຊົນ, ຊ່ວຍກັນເຝົ້າລະວັງ ຫາກພົບເຫັນໄຟໄໝ້ ໃຫ້ຮີບຮ້ອນ ຊ່ວຍກັນມອດ ຫລື ແຈ້ງອຳນາດ ການປົກຄອງບ້ານ ແລະ ເຈົ້າໜ້າທີ່ ມອດໄຟທັນທີ. ຮັກສາຜົນຜະລິດດ້ວຍຄວາມບໍ່ ປະໝາດ ປ້ອງກັນໄຟໄໝ້ມື້ນີ້ ເພື່ອ ອະນາຄົດທີ່ສົດໃສຂອງຄອບຄົວ ແລະ ຊຸມຊົນ. ຄົ້ນແຮ່ທາດ, ໂຄງການພັດທະນາ ກະສີກໍາ ແລະ ລົງຕິດຕາມກວດກາ ວຽກງານ ປກຊ-ປກສ ແລະ ລົງຕິດ ຕາມກວດກາ, ຊຸກຍູ້ການຈັດຕັ້ງປະ ຕິບັດວຽກງານໃນຂົງເຂດ ຄະນະ ກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ. ຄຽງຄູ່ກັບດ້ານພົ້ນເດັ່ນຂ້າງ ເທິງນັ້ນ, ພາຍໃນແຂວງຍັງມີບາງ ບັນຫາທີ່ເຄັ່ງຮ້ອນຕ້ອງໄດ້ເອົາໃຈ ໃສ່ແກ້ໄຂເປັນຕົ້ນການຄຸ້ມຄອງໂຄງ ການສໍາຫລວດ ແລະ ຂຸດຄົ້ນແຮ່ ທາດບາງແຫ່ງຍັງບໍ່ທັນເປັນໄປຕາມ ສັນຍາ ແລະ ລະບຽບການ, ມີກະ ທົບຕໍ່ສິ່ງແວດລ້ອມ ແລະ ການດຳ ລົງຊີວິດຂອງປະຊາຊົນ, ລວມທັງ ການລັກລອບຂຸດຄົ້ນແຮ່ຄໍາຊະຊາຍ ຢູ່ບາງຈຸດ ແລະ ບາງຂົງເຂດຍັງມີ ການບຸກລຸກຈັບຈອງທີ່ດິນຊະຊາຍ ຊຶ່ງສົ່ງກະທົບຕໍ່ໂຄງການພັດທະນາ ຈໍານວນໜຶ່ງ. ຂະນະດຽວກັນ, ການ ຊຸກຍູ້ສົ່ງເສີມການຜະລິດຍັງບໍ່ທັນ ແຂງແຮງ ແລະ ການຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂຄວາມທຸກຍາກແລະການດໍາ ລົງຊີວິດຂອງພໍ່ແມ່ປະຊາຊົນ ຕ້ອງ ໄດ້ເພີ່ມທະວີຄວາມເຂັ້ມງວດ, ການ ໂຄສະນາເຜີຍແຜ່ນິຕິກຳກ່ຽວຂ້ອງ ຍັງບໍ່ທັນທົ່ວເຖິງ ແລະ ການບັງຄັບ ໃຊ້ກົດໝາຍຕໍ່ຜູ້ກະທຳຜິດຍັງບໍ່ທັນ ເຂັ້ມງວດເດັດຂາດ, ສົ່ງຜົນໃຫ້ບາງ ຂົງເຂດການສຶກສາຍັງພົບບັນຫາ ນັກຮຽນຈໍານວນໜຶ່ງລັກເສບຢາ ເສບຕິດ ແລະ ຜູ້ປົກຄອງບາງຄົນ ຍັງປົກປິດເຊື່ອງອຳການກະທໍາ ຜິດຂອງລູກຫລານ ເຮັດໃຫ້ການ ແກ້ໄຂບັນຫາບໍ່ທັນເຂັ້ມງວດຕາມ ລະບຽບການ. ສຳລັບຄໍາຄິດເຫັນ ແລະ ຂໍ້ສະ ເໜີຂອງປະຊາຊົນ ທີ່ສະເໜີຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ຄັ້ງນີ້, ທ່ານ ພູວົງ ອຸ່ນຄຳແສນ ໃຫ້ຮູ້ວ່າ: ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຈະສືບຕໍ່ລົງຕິດ ຕາມກວດກາ ແລະ ຊຸກຍູ້ຂະແໜງ ການທີ່ກ່ຽວຂ້ອງຂອງແຂວງ, ຂອງ ເມືອງ ຈັດຕັ້ງປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ທີ່ເຫັນບັນ ຫາ ແລະ ປະຊາຊົນຂັດຂ້ອງໝອງ ໃຈ ເປັນຕົ້ນແມ່ນການຄຸ້ມຄອງລາ ຄາສິນຄ້າ, ເສັ້ນທາງເປ່ເພ, ຜົນກະ ທົບຈາກໂຄງການຂຸດຄົ້ນແຮ່ທາດ ຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາ ຊົນ ແລະ ຜົນກະທົບຈາກໄພພິບັດ ແລະ ອື່ນໆ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າໂດຍສະ ເພະປະຊາຊົນພາຍໃນແຂວງຊຽງ ຂວາງ ສືບຕໍ່ໃຫ້ການສະໜັບສະໜູນ, ເປັນເຈົ້າການປະກອບສ່ວນເຂົ້າ ຮ່ວມແລະຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ກໍຄື ການຕິດຕາມ ກວດກາຕາມພາລະບົດບາດ ຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກ ສະພາປະຊາຊົນແຂວງ ໃຫ້ໄດ້ຮັບ ຜົນສໍາເລັດຕາມຄາດໝາຍວາງໄວ້. ຂະນະດຽວກັນ,ທ່ານຍັງສະເໜີມາ ຍັງອົງການປົກຄອງແຂວງ, ເມືອງ ແລະ ບັນດາພະແນກການ, ພາກ ສ່ວນຕ່າງໆທີ່ກ່ຽວຂ້ອງ ຈົ່ງເພີ່ມ ທະວີຄວາມເອົາໃຈໃສ່, ເປັນເຈົ້າ ການຄົ້ນຄວ້າ, ຊອກມາດຕະການ, ວິທີການ ແລະ ການແກ້ໄຂບັນດາ ປະກົດການຫຍໍ້ທໍ້ຕ່າງໆພາຍໃນ ແຂວງ ໃຫ້ສໍາເລັດຜົນຕາມຄາດ ໝາຍວາງໄວ້, ແນໃສ່ຍົກສູງຄຸນນະ ພາບຊີວິດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ດີຂຶ້ນ. ຕົກສ່ຽງເໜືອ ຕິດກັບ ສສ ມຽນມາ ມີລວງຍາວ 236 ກິໂລແມັດ; ທິດ ຕາເວັນຕົກ ຕິດກັບ ລາຊະອານາຈັກ ໄທ ມີລວງຍາວປະມານ 1.869 ກິໂລແມັດ; ທິດໃຕ້ ຕິດກັບລາຊະອາ ນາຈັກກຳປູເຈຍ ມີລວງຍາວປະ ມານ 535 ກິໂລແມັດ. ໃນບັນດາ 5 ປະເທດດັ່ງກ່າວ, ສປປ ລາວ ໄດ້ສຳເລັດການສຳຫລວດ ແລະ ປັກຫລັກໝາຍຊາຍແດນຢ່າງເປັນ ທາງການແລ້ວກັບ 3 ປະເທດ ຄື: ສປ ຈີນ, ສສ ມຽນມາ ແລະ ສສ ຫວຽດນາມ. ນອກຈາກນີ້, ວຽກ ງານການຄຸ້ມຄອງດ່ານຊາຍແດນ ໃນຂອບເຂດທົ່ວປະເທດມາເຖິງ ປີ 2026 ມີທັງໝົດ 99 ດ່ານ ປະ ກອບມີ: ດ່ານສາກົນ 32 ດ່ານ, ດ່ານທ້ອງຖິ່ນ 18 ດ່ານ, ດ່ານປະ ເພນີ 49 ດ່ານ ແລະ ສະໜາມບິນ ສາກົນ 4 ແຫ່ງ. ຕົວເລກເຫລົ່ານີ້ ສະແດງໃຫ້ເຫັນເຖິງຄວາມພ້ອມ ໃນການເຊື່ອມໂຍງເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະ ຫວ່າງປະເທດຢ່າງເປັນລະບົບ. ຜົນສຳເລັດອັນພົ້ນເດັ່ນໃນການົັັົ້ັ່ ປັກຫລັກໝາຍຊາຍແດນກັບ 3 ັັັ ປະເທດ. ສສ ຫວຽດນາມ: ບົນພື້ນຖານ ສົນທິສັນຍາສະບັບລົງວັນທີ 18 ກໍລະກົດ 1977, ສອງປະເທດໄດ້ ຈັດຕັ້ງປະຕິບັດໂຄງການປັກຫລັກ ໝາຍຖີ່ ແລະ ບູລະນະລະບົບຫລັກ ໝາຍສຳເລັດຢ່າງສົມບູນໃນປີ 2016 ໂດຍມີຫລັກໝາຍລວມທັງ ໝົດ 1.002 ຫລັກໝາຍ. ພ້ອມກັນ ນັ້ນ, ທັງສອງຝ່າຍຍັງໄດ້ຈັດຕັ້ງ ປະຕິບັດຂໍ້ຕົກລົງ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະ ບານແຫ່ງສສຫວຽດນາມວ່າດ້ວຍ ການແກ້ໄຂບັນຫາຍົກຍ້າຍຜູ້ຍົກ ຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ ຕາມບໍລິເວນຊາຍແດນລາວ-ຫວຽດ ນາມໂດຍຝ່າຍລາວໄດ້ມອບສັນຊາດ ລາວໃຫ້ຄົນຫວຽດນາມ 6.199 ຄົນ ແລະ ຝ່າຍຫວຽດນາມ ໄດ້ມອບ ສັນຊາດຫວຽດນາມ ໃຫ້ຄົນລາວ 1.516 ຄົນ ຢ່າງເປັນຮູບປະທຳ. ສປ ຈີນ: ການສຳຫລວດ ແລະ ປັກຫລັກໝາຍໄດ້ດຳເນີນການຢ່າງ ໂປ່ງໃສ ແລະ ຖືກຕ້ອງ. ຫລັງຈາກ ການປັກຫລັກໝາຍຮອບທຳອິດ, ສອງປະເທດໄດ້ຕົກລົງປັກຫລັກ ໝາຍໃຫ້ຖີ່ເຂົ້າກວ່າເກົ່າແຕ່ປີ 2010 ຫາ 2012 ຈົນມີຫລັກໝາຍ ລວມ ທັງໝົດ 104 ຫລັກໝາຍ ຊຶ່ງຊ່ວຍ ໃຫ້ເສັ້ນຊາຍແດນມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນຍິ່ງຂຶ້ນ. ສສ ມຽນມາ: ໂດຍອີງຕາມຖະ ແຫລງການຮ່ວມ ຝຣັ່ງ-ອັງກິດ ປີ 1896 ທີ່ນໍາໃຊ້ຄອງນໍ້າເລິກແມ່ນໍ້າ ຂອງເປັນເສັ້ນຊາຍແດນ, ສອງປະ ເທດໄດ້ປັກຫລັກໝາຍສຳເລັດ 172 ຫລັກໝາຍ (ຕັ້ງຢູ່ແຄມຝັ່ງ ເບື້ອງລະ 86 ຫລັກໝາຍ). ພ້ອມ ດຽວກັນນັ້ນ, ສອງຝ່າຍຍັງມີກົນ ໄກຮ່ວມກັນສຳຫລວດ ແລະ ບູລະ ນະສ້ອມແປງຫລັກໝາຍທຸກໆ 5 ປີ ຊຶ່ງຄັ້ງຫລ້າສຸດແມ່ນຄັ້ງທີ 6 ໃນປີ 2024. ຄວາມຄືບໜ້າ ແລະ ບັນຫາທີ່ື້ັີ່ ຕ້ອງສືບຕໍ່ແກ້ໄຂຂອງວຽກງານ້ືໍ່້ ຊາຍແດນ ລາວ-ໄທ: ສປປລາວແລະລາຊະອານາຈັກ ໄທ ມີຊາຍແດນຮ່ວມກັນປະມານ 1.869 ກິໂລແມັດ (ຊາຍແດນ ທາງບົກປະມານ 763 ກິໂລແມັດ ແລະ ທາງນໍ້າປະມານ 1.106 ກິ ໂລແມັດ). ຊາຍແດນທາງບົກ: ໄດ້ເລີ່ມ ຕົ້ນ ສຳຫລວດ ແລະ ປັກຫລັກໝາຍ ເລີ່ມແຕ່ວັນທີ 6 ພຶດສະພາ 1997. ມາຮອດປັດຈຸບັນ ສອງຝ່າຍສຳ ເລັດການປັກຫລັກໝາຍແລ້ວ 211 ຫລັກໝາຍ, ເທົ່າກັບ 89% ຂອງ ລວງຍາວເສັ້ນຊາຍແດນທາງບົກ. ຢ່າງໃດກໍຕາມ, ຍັງມີ 14 ບໍລິເວນ ທີ່ຍັງຄົງຄ້າງທີ່ຍັງຈະຕ້ອງໄດ້ສືບຕໍ່ ປຶກສາຫາລື (ພາກເໜືອ 6 ບໍລິເວນ ແລະ ພາກໃຕ້ຢູ່ແຂວງຈຳປາສັກ 8 ບໍລິເວນ). ຊາຍແດນທາງນໍ້າ(ແມ່ນໍ້າຂອງ ແລະ ນໍ້າເຫືອງ): ສໍາລັບເສັ້ນຊາຍ ແດນຕາມລໍານໍ້າຂອງ ຝ່າຍລາວ ຍຶດໝັ້ນຕາມສົນທິສັນຍາ ແລະ ແຜນທີ່ ຝຣັ່ງ-ສະຫຍາມ ປີ 19291931, ໃນຂະນະທີ່ຝ່າຍໄທແມ່ນ ຍັງມີທັດສະນະທີ່ແຕກຕ່າງກັນ. ສ່ວນແມ່ນໍ້າເຫືອງ (ຍາວປະມານ 153 ກິໂລແມັດ), ຄະນະຜູ້ຊ່ຽວ ຊານສອງຝ່າຍຍັງຕ້ອງໄດ້ສືບຕໍ່ ປະ ສານງານ ແລະ ແກ້ໄຂດ້ວຍຄວາມ ລະມັດລະວັງ ແລະ ສັນຕິວິທີ. ບາດກ້າວບຸກທະລຸໃນວຽກງານຸຸ້ ຊາຍແດນ ລາວ-ກຳປູເເຈຍ:ູ ສປປ ລາວ ແລະ ລາຊະອານາ ຈັກກຳປູເຈຍ ມີຊາຍແດນຮ່ວມກັນ ປະມານ 535 ກິໂລແມັດ. ພາຍ ຫລັງການລົງນາມໃນສົນທິສັນຍາ ວ່າດ້ວຍການກຳນົດຊາຍແດນ ລະ ຫວ່າງ ສປປ ລາວ ແລະ ລາຊະອາ ນາຈັກກຳປູເຈຍ ສະບັບລົງວັນທີ 13 ກຸມພາ 2023, ວຽກງານຊາຍ ແດນຂອງສອງປະເທດໄດ້ມີບັນຍາ ກາດໃໝ່ທີ່ດີຂຶ້ນ, ຜ່ອນຄາຍ ແລະ ມີ ຄວາມຄືບໜ້າຢ່າງຕັ້ງໜ້າ. ໂດຍອີງ ໃສ່ “4 ຫລັກການ” ໃນການກໍານົດ ເສັ້ນຊາຍແດນ ລະຫວ່າງ ລາວ-ກໍາ ປູເຈຍ ທີ່ໄດ້ຮັບຮອງໃນປີ 1995 (ເຊັ່ນ: ການອີງໃສ່ແຜນທີ່ອິນດູຈີນ ມາດຕາສ່ວນ 1:100.000 ພິມປີ 1933-1953, ຫລັກການສາກົນ, ການຄຳນຶງເຖິງເຂດທີ່ປະຊາຊົນ ຄຸ້ມຄອງຕົວຈິງ ແລະ ຄວາມສະເໝີ ພາບຕ່າງຕອບສະໜອງຜົນປະ ໂຫຍດເຊິ່ງກັນ ແລະ ກັນ), ສອງ ຝ່າຍໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ ງານຢ່າງເປັນລະບົບ. ການປັກຫລັກໝາຍແບບໃໝ່: ສອງຝ່າຍໄດ້ຕົກລົງກັນປັກຫລັກ ໝາຍຊາຍແດນແບບໃໝ່ທີ່ແໜ້ນ ໜາຖາວອນ ທົດແທນຫລັກໝາຍ ເກົ່າ 121 ຫລັກໝາຍ ແລະ ປັກ ເພີ່ມເຕີມອີກ 389 ຫລັກໝາຍ ລວມເປັນ 510 ຫລັກໝາຍ ຢູ່ໃນ ຕອນຊາຍແດນ 86% ທີ່ສອງ ຝ່າຍໄດ້ເປັນເອກະພາບກັນແລ້ວ. ມາຮອດເດືອນສິງຫາ 2026, ສອງ ຝ່າຍສາມາດກຳນົດຈຸດໄດ້ 375 ຫລັກໝາຍ (ເທົ່າກັບ 73,52%) ແລະ ກໍ່ສ້າງເຊື່ອມຕໍ່ຫລັກໝາຍ ສຳເລັດແລ້ວ 291 ຫລັກໝາຍ (57,05%). ການແກ້ໄຂບໍລິເວນທີ່ຍັງບໍ່ທັນ ເປັນເອກະພາບ: ຈາກ 7 ບໍລິເວນທີ່ ຍັງຄົງຄ້າງ, ສອງຝ່າຍສາມາດແກ້ ໄຂໄດ້ແລ້ວ 5 ບໍລິເວນ (ລວມມີ ບໍລິເວນລຳນໍ້າເຊລໍາເພົາ, ບໍລິເວນ ລຳແມ່ນໍ້າຂອງ, ບໍລິເວນທາງລົງ ເວີນຄາມ, ເສັ້ນທາງດົງກະລໍ ແລະ ບໍລິເວນຫ້ວຍໂສດ). ສ່ວນອີກ2ບໍລິ ເວນຄື:ບໍລິເວນຍອດເຊລໍາເພົາແລະ ບໍລິເວນເວີນຄາມຫລືກົກເດື່ອລວມ ທັງບໍລິເວນ 14% (ແກ້ງຕໍມໍຄອຍ- ຫ້ວຍຕະເງົາ) ທີ່ຍັງບໍ່ທັນໄດ້ສຳ ຫລວດຢູ່ແຂວງອັດຕະປື ແລະ ຊຽງ ແຕງ ແມ່ນພວມສືບຕໍ່ປຶກສາຫາລື ແລະ ແກ້ໄຂເທື່ອລະກ້າວຕາມທິດ ຊີ້ນຳຂອງຂັ້ນເທິງ “ແກ້ແຕ່ຈຸດ ນ້ອຍຫາໃຫຍ່, ແຕ່ງ່າຍຫາຍາກ”. ສຳລັບທິດທາງໃນຕໍ່ໜ້າແມ່ນຈະ ສືບຕໍ່ສຳຫລວດແລະປັກຫລັກໝາຍ ຊາຍແດນຕາມແຜນການ, ເລັ່ງ ລັດການກໍ່ສ້າງຫລັກໝາຍໃນຈຸດ ທີ່ຕົກລົງກັນແລ້ວ, ສືບຕໍ່ເຈລະຈາ ແກ້ໄຂບໍລິເວນທີ່ຍັງຄົງຄ້າງຢ່າງ ປະດິດສ້າງ, ພ້ອມທັງສ້າງແຜນທີ່ ເສັ້ນຊາຍແດນ ແລະ ອະນຸສັນຍາ ລະອຽດ ເພື່ອຮັບປະກັນໃຫ້ເສັ້ນ ຊາຍແດນຂອງ ສປປ ລາວ ກັບບັນ ດາປະເທດໃກ້ຄຽງມີຄວາມໝັ້ນຄົງ, ຍືນຍົງ ແລະ ເປັນບ່ອນອີງອັນໜັກ ແໜ້ນໃຫ້ແກ່ການພັດທະນາປະເທດ ຊາດໃນອະນາຄົດ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==