ກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ

16/10/2026 09:17
ຂປລ ກອງປະຊຸມພົບປະ 3 ເລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ຈັດຂຶ້ນໃນວັນທີ 14 ຕຸລາ 2026 ທີ່ກົມພົວ ພັນຕ່າງປະເທດ ກອງທັບປະຊາຊົນຫວຽດນາມ ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ລາຊະອານາ ຈັກກໍາປູເຈຍ ພ້ອມດ້ວຍຄະນະທັງ 3 ກອງທັບ ເຂົ້າຮ່ວມ.

     ຂປລ. ໃນພິທີ 3 ຝ່າຍໄດ້ຕີລາຄືນການ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຊຸມປີທີ່ຜ່ານມາ, ເຫັນວ່າມີຜົນສໍາເລັດທີ່ພົ້ນເດັ່ນຫລາຍດ້ານ ໂດຍສະເພາະແມ່ນການພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ໃນເດືອນຕຸລາ ປີ 2025 ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ເດືອນກຸມພາ ປີ 2026 ຢູ່ນະຄອນຫລວງພະນົມເປັນລາຊະອານາຈັກກໍາປູເຈຍ, ການແລກປ່ຽນນາຍທະຫານໜຸ່ມລະຫວ່າງ 3 ກອງທັບ ໃນເດືອນພຶດສະພາ ປີ 2026 ຢູ່ນະຄອນດານັງ ສສ ຫວຽດນາມ ຊ່ຶງບັນດາເຫດການດັ່ງກ່າວ ໄດ້ສະແດງເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສາມຊາດ ລາວ-ກໍາປູເຈຍ-ຫວຽດນາມ ກໍຄືສາມກອງທັບທີ່ໄດ້ສືບຕໍ່ ແລະ ຜັນຂະຫຍາຍມູນເຊື້ອຄວາມສາມັກຄີທີ່ສະໜິດແໜ້ນລະຫວ່າງ 3 ຊາດ ໃຫ້ເປັນສົມບັດອັນລໍ້າຄ່າໃຫ້ແກ່ພະນັກງານຮຸ່ນສືບທອດຕະຫລອດໄປ. ສາມປະເທດມີຊາຍແດນຕິດຈອດກັນ ແລະ ເປັນປະເທດທີ່ເຄີຍຕົກຢູ່ໃນຊະຕາກໍາອັນດຽວກັນທີ່ມີມູນເຊື້ອສາມັກຄີຊ່ວຍເຫລືອກັນມາ ແຕ່ດຶກດໍາບັນແບບສະຫາຍອ້າຍນ້ອງ, ຮ່ວມທຸກຮ່ວມສຸກນໍາກັນຕະຫລອດມາ, ປະຊາຊົນສາມຊາດໃນອິນດູຈີນ ໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່ຕ້ານກັບຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ. ສະນັ້ນ, ບໍ່ວ່າຈະຢູ່ໃນສະພາບເງື່ອນໄຂໃດ ແລະ ໄລຍະໃດກໍບໍ່ສາມາດຕັດແຍກອອກຈາກກັນໄດ້. ພັກ-ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜ່ົາພ້ອມທີ່ຈະຮ່ວມມືກັບສອງກອງທັບຫວຽດນາມ ແລະ ກໍາປູເຈຍ ເພ່ືອຮັດແໜ້ນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອໃຫ້ຍືນຍົງຊົ່ວກາລະນາ.

ໂອກາດດ່ັງກ່າວ, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ເຫັນດີເປັນເອກະພາບຢ່າງສູງຕໍ່ຄໍາຄິດເຫັນຂອງສະຫາຍ ພົນເອກ ຟານ ວັນ ຢາງ ແລະ ສະຫາຍ ພົນເອກ ເຕຍ ໄຊຫາ ຕໍ່ບັນຫາຕ່າງໆທີ່ໄດ້ຍົກມານັ້ນ ແລະ ສະເໜີທິດທາງແຜນການຮ່ວມມືໃນປີ 2027 ຂອງສາມກອງທັບ ເພື່ອສືບຕໍ່ຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໃຫ້ເປັນປົກກະຕິໂດຍຜັດປ່ຽນກັນເປັນເຈ້ົາພາບ, ຖືເອົາເວທີນີ້ແລກປ່ຽນທັດສະນະຕໍ່ບັນຫາສະພາບການທີ່ພົ້ນເດັ່ນຂອງໂລກ ແລະ ພາກພື້ນທີ່ຈະມີຜົນກະທົບຕໍ່ສາມຊາດ, ສາມກອງທັບ ແລະ ສືບຕໍ່ຈັດການຝຶກຊ້ອມຮ່ວມກອບກູ້ໄພພິບັດໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບເພື່ອຍົກສູງຄຸນນະພາບໃນການຝຶກຊ້ອມຄັ້ງຕໍ່ໄປ, ສືບຕໍ່ແລກປ່ຽນນາຍທະຫານໜຸ່ມຢ່າງເປັນປົກກະຕິ ເພື່ອເປີດໂອກາດໃຫ້ໄດ້ແລກປ່ຽນບົດຮຽນ, ປະສົບການ, ຮັດແໜ້ນ ຄວາມສາມັກຄີ ເພື່ອຮັກສາສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສາມຊາດ, ສາມກອງທັບ, ຊຸກຍູ້ໃຫ້ມີການລາດຕະເວນຮ່ວມ 3 ກອ ທັບຢູ່ເຂດທີ່ມີຊາຍແດນຕິດຈອດກັນ 3 ປະເທດ ແລະ 2 ປະເທດ ທີ່ມີຊາຍແດນຕິດຈອດກັນ ເພື່ອເປັນການສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖ່ືອນ, ການຂົນສ່ົງຢາເສບຕິດ, ການຄ້າອາວຸດ ແລະ ກໍລະນີອື່ນໆທີ່ຜິດກົດໝາຍ, ຊຸກຍູ້, ອໍານວຍຄວາມສະດວກໃຫ້ກົມກອງເຮັດໜ້າທີ່ຢູ່ຕາມຊາຍແດນຂອງ 3 ປະເທດ ໄດ້ແລກປ່ຽນຂ້ໍມູນຂ່າວສານ, ປະສານສົມທົບເພື່ອສະກັດກັ້ນ, ແກ້ໄຂບັນຫາຫຍໍ້ທໍ້ຕາມບໍເວນຊາຍແດນໃຫ້ທັນເວລາ, ສືບຕ່ໍປົກປັກຮັກສາບູລະນະຫລັກໝາຍຊາຍແດນ ແລະ ຊຸກຍູ້ການຮ່ວມມືສໍາຫລວດປັກຫລັກໝາຍຊາຍແດນຢູ່ບໍລິເວນທີ່ຍັງຄົງຄ້າງໃຫ້ສໍາເລັດ ເພື່ອສ້າງເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ, ການຮ່ວມມືເພື່ອພັດທະນາຢ່າງແທ້ຈິງ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄືບັນດາກອງປະຊຸມ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນບວກ ແລະ ເວທີປຶກສາຫາລືຄວາມໝັ້ນຄົງສາກົນຕ່າງໆ. ພ້ອມນັ້ນ, ສາມຝ່າຍກໍໄດ້ເຊັນບົດບັນທຶກການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນຕື່ມອີກ. 

   ໃນວັນດຽວກັນ, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະກໍໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານ ປະເທດແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ 3 ລັດຖະມົນຕີກະຊວງປ້ອງປະເທດ ລາວ-ຫວຽດນາມ- ກຳປູເຈຍ.

            ຂ່າວ: ສີປະພັນ

KPL

ຂ່າວອື່ນໆ

ads
ads

Top