ເກືອບ 40 ປະເທດ ຈົດທະບຽນເຂົ້າຮ່ວມ ງານວາງສະແດງ ການປ້ອງກັນຊາດ ສາກົນ ຫວຽດນາມ 2026

21/10/2026 15:15
ຂປລ ທ່ານ​ ພົນ​ຈັດ​ຕະ​ວາ ຫງວຽນ​ຊວັນ​ຖຸນ, ຮອງ​ຫົວ​ໜ້າ​ກົມ​ ໂຄ​ສະ​ນາ​ອົບ​ຮົບ, ກົມ​ໃຫຍ່​ການ​ເມືອງ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຢັ້ງ​ຢືນ​ວ່າ: ໂດຍ​ສືບ​ຕໍ່ ​ບັນ​ດາ​ຜົ​ນ​ສຳ​ເລັດ ​ຂອງ​ງານ​ວາງ​ສະ​ແດງ ​ເມື່ອ​ປີ 2022 ແລະ 2024, ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ສືບ​ຕໍ່​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ, ແນ​ວ​ທາງ​ການ​ທູດ ​ປ້ອງ​ກັນ​ຊາດ ທີ່​ຖື​ກ​ຕ້ອງ​ຂອງ​ພັກ, ລັດ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ດ້ວຍ​ຈິດ​ໃຈ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ ພ້ອມ​ກັນ​ພັດ​ທະ​ນາ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ຕາມ​ຂໍ້​ມູນ​ທີ່ ກອງ​ປະ​ຊຸມຖະ​ແຫລງ​ຂ່າວ ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 20 ຕຸ​ລານີ້, ຢູ່ນະຄອນຫລວງ ​ຮ່າ​ໂນ້ຍ, ທ່ານ​ ພົນ​ຈັດ​ຕະ​ວາ ຫງວຽນ​ຊວັນ​ຖຸນ, ຮອງ​ຫົວ​ໜ້າ​ກົມ​ ໂຄ​ສະ​ນາ​ອົບ​ຮົບ, ກົມ​ໃຫຍ່​ການ​ເມືອງ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຢັ້ງ​ຢືນ​ວ່າ: ໂດຍ​ສືບ​ຕໍ່ ​ບັນ​ດາ​ຜົ​ນ​ສຳ​ເລັດ ​ຂອງ​ງານ​ວາງ​ສະ​ແດງ ​ເມື່ອ​ປີ 2022 ແລະ 2024, ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ສືບ​ຕໍ່​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ, ແນ​ວ​ທາງ​ການ​ທູດ ​ປ້ອງ​ກັນ​ຊາດ ທີ່​ຖື​ກ​ຕ້ອງ​ຂອງ​ພັກ, ລັດ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ດ້ວຍ​ຈິດ​ໃຈ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ ພ້ອມ​ກັນ​ພັດ​ທະ​ນາ. ພ້ອມ​ກັ​ນ​ນັ້ນ, ງານ​ວາງ​ສະ​ແດງ​​ເປັນ​ພະ​ຍານ ຫລັກ​ຖານ​ພິ​ສູດ​ໃຫ້​ເຫັນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຫັນ​ອຸດ​ສາ​ຫະ​ກຳ ​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ​ ເປັນ​ທັນ​ສະ​ໄໝ; ປະ​ກອບ​ສ່ວນ​ຢັ້ງ​ຢຶນ​ ຖານ​ະ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ ຂອງ ຫວຽດ​ນາມ ​ບົນ​ເວ​ທີ​ສາ​ກົນ, ປຸກ​ລຸກ ແລະ ແຜ່​ກະ​ຈາ​ຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ສືບ​ຕໍ່​ຮັບ​ຜິດ​ຊອບ ​ຂອງ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ ແຕ່​ລະ​ຄົນ​ ຕໍ່​ພາ​ລະ​ກິດ ​ແຫ່ງ​ການ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ ​ປະ​ເທດ​ຊາດ.ສະເພາະ ໃນ​ຂອບ​ເຂດ ​ງານ​ວາງ​ສະ​ແດງ​ ກໍ່​ໄດ້​ດຳ​ເນີນກອງ​ປະ​ຊຸມສຳ​ມະ​ນາ: “ກ​ານ​ຮ່ວມ​ມື​ສາ​ກົນ ພັດ​ທະ​ນາ​ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ເພື່ອ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ” ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ ອຸດ​ສາ​ຫະ​ກຳ ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ; ພ້ອມ​ກັນ​ນັ້ນ ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ ​ດ້ານ​ວັດ​ທະ​ນະ​ທຳ, ການ​ສະ​ແດງ​ສິ​ລະ​ປະ ທີ່​ໄດ້​ດຳ​ເນີນ ​ຢ່າງ​ຕໍ່​ເນື່ອງ​ ໃນ​ໄລຍະຈັດ​ງານ​ວາງ​ສະ​ແດງ​ ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ ແລະ ປະ​ຊາ​ຊົນ, ຄື​ລາຍ​ການ​ສະ​ແດງ​ດົນ​ຕີ, ການ​ຟ້ອມ​ຕຸ​ກ​ກາ​ຕາ​ນ້ຳ, ການ​ແກ້​ຄວັດ​ສະຫລັກ​​ດ້ວຍແສງ. ຕາມ​ລາຍ​ການ ທີ່​ຄາດ​ຄະ​ເນແລ້ວ, ງານ​ວາງ​ສະ​ແດງ​ຈະ​ເປີດ​ປະ​ຕູ​ ໃຫ້​ປະ​ຊາ​ຊົນ ​ເຂົ້າ​ຊົມ​ແຕ່​ວັນ​ທີ 12–13 ທັນ​ວາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top