ຈີນ-ສປປ ເກົາຫລີ ເປີດຂົວຂ້າມແມ່ນ້ຳຢາລູ ຊຸກຍູ້ການຄ້າສອງປະເທດ

16/10/2026 22:54
Email Print 114
ຂປລ ທ່ານ ເໝົາໜິງ (Mao Ning) ໂຄສົກ ກະຊວງການຕ່າງປະເທດຈີນ ເປີດເຜີຍວ່າ: ຂົວທີ່ຂ້າມແມ່ນໍ້າຢາລູ ເຊິ່ງເປັນ ແມ່ນໍ້າຊາຍແດນ ລະຫວ່າງ ຈີນ ກັບ ສປປ ເກົາຫລີ (DPRK) ມີກຳນົດ ເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 15 ຕຸລານີ້

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເໝົາໜິງ (Mao Ning) ໂຄສົກ ກະຊວງການຕ່າງປະເທດຈີນ ເປີດເຜີຍວ່າ: ຂົວທີ່ຂ້າມແມ່ນໍ້າຢາລູ ເຊິ່ງເປັນ ແມ່ນໍ້າຊາຍແດນ ລະຫວ່າງ ຈີນ ກັບ ສປປ ເກົາຫລີ (DPRK) ມີກຳນົດ ເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 15 ຕຸລານີ້, ເພື່ອຈະຊ່ວຍ ຊຸກຍູ້ ການຄ້າ ແລະ ການແລກປ່ຽນ ລະຫວ່າງ ປະຊາຊົນ ຂອງ ສອງປະເທດ ໃຫ້ໄດ້ຮັບປະສິດທິພາບດີຂຶ້ນ.

 ຈີນ ແລະ ສປປ ເກົາຫລີ ເປັນເພື່ອນບ້ານ ໃກ້ຊິດ ທີ່ ເຊື່ອມໂຍງກັນ ດ້ວຍພູຜາ ແລະ ແມ່ນ້ຳ, ຂົວແຫ່ງໃໝ່ນີ້ຈຶ່ງຖືເປັນ ພື້ນຖານ ໂຄງລ່າງ ສຳຄັນ ໃນການຊຸກຍູ້ ສົ່ງເສີມ ການເຊື່ອມໂຍງ ລະຫວ່າງ ສອງປະເທດ ເຊິ່ງຄາດວ່າ ຈະຊ່ວຍ ສົ່ງເສີມການຄ້າສອງສົ້ນ (ທະວິພາຄີ) ແລະ ການແລກປ່ຽນ ລະຫວ່າງ ປະຊາຊົນ ພ້ອມທັງ ຊ່ວຍຍົກລະດັບຄວາມເປັນຢູ່ ຂອງ ປະຊາຊົນ ທັງສອງຝ່າຍ ໃຫ້ດີຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top