ຂປລ
ໃນໂອກາດລົງເຄື່ອນໄຫວ ວຽກງານຢູ່ແຂວງອຸດົມໄຊ, ວັນທີ 14 ຕຸລາ 2026 ຜ່ານມາ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການຍົກລະດັບສີມືແຮງງານຢູ່ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ແລະ ເພື່ອຮັບຟັງລາຍງານສະພາບການດຳເນີນງານ, ຜົນການຝຶກອົບຮົມ ແລະ ການຮ່ວມມືດ້ານການພັດທະນາສີມືແຮງງານກັບ ສປ ຈີນ, ພ້ອມທັງຊີ້ນໍາວຽກງານ ເພື່ອຍົກສູງຄຸນນະພາບການຝຶກວິຊາຊີບໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ.
ຂປລ. ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ສ້າງຕັ້ງຂຶ້ນໃນ ປີ 2000 ແລະ ດຳເນີນການຝຶກອົບຮົມໃນ 7 ສາຂາອາຊີບມາຮອດ ປີ 2022. ຕໍ່ມາ ໃນປີ 2023 ສູນໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ ໃນການກໍ່ສ້າງສູນແຫ່ງໃໝ່ ມູນຄ່າ 147,26 ລ້ານຢວນ ຫລື ປະມານ 21 ລ້ານໂດລາສະຫະລັດ, ປະກອບມີອາຄານຮຽນ, ຫ້ອງຝຶກປະຕິບັດ ແລະ ອຸປະກອນການຝຶກທີ່ທັນສະໄໝ ເພື່ອຮອງຮັບການພັດທະນາສີມືແຮງງານໃຫ້ມີປະສິດທິພາບຍິ່ງຂຶ້ນ. ສູນດັ່ງກ່າວແມ່ນໜ່ວຍງານທີ່ຢູ່ພາຍໃຕ້ການຊີ້ນຳຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຂ້ຶນກັບສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ປັດຈຸບັນພາຍໃນສູນມີ 4 ໜ່ວຍງານ ແລະ ມີສາຂາອາຊີບທັງໝົດ 13 ສາຂາ. ໃນນີ້, ເປີດຝຶກອົບຮົມແລ້ວ 9 ສາຂາ ແລະ ມີແຜນສູ້ຊົນເປີດຝຶກໃຫ້ຄົບທັງ 13 ສາຂາ ພາຍໃນປີ 2030, ຫລັກສູດການຝຶກອົບຮົມແບ່ງເປັນ 4 ລະດັບຄື: ລະດັບພ້ືນຖານ 6 ເດືອນ, ລະດັບເຄິ່ງຊຳນານງານ 12 ເດືອນ, ລະດັບຊຳນານງານ 18 ເດືອນ ແລະ ລະດັບນາຍຊ່າງ 24 ເດືອນ ເພື່ອສ້າງແຮງງານທ່ີມີຄວາມຮູ້ ແລະ ທັກສະວິຊາຊີບຕາມມາດຕະຖານ. ສຳລັບການຮ່ວມມືກັບຝ່າຍຈີນ ແມ່ນໂຄງການຊ່ວຍເຫລືອໄລຍະຍາວ 7 ປີ, ເລີ່ມແຕ່ເດືອນພຶດສະພາ 2024 ຫາ ກຸມພາ 2031, ແບ່ງເປັນ 3 ໄລຍະ. ປັດຈຸບັນກຳລັງດຳເນີນໄລຍະທີ 2 ໂດຍຝ່າຍຈີນ ຈັດສົ່ງຄູລາວໄປຝຶກອົບຮົມຢູ່ ສປ ຈີນ ເປັນຊຸດທີ 3, ພ້ອມທັງສົ່ງຊ່ຽວຊານ ແລະ ຄູ-ອາຈານ 16 ທ່ານຕໍ່ຊຸດມາຊ່ວຍຖ່າຍທອດຄວາມຮູ້, ປະສົບການ ແລະ ເຕັກນິກການສິດສອນໃຫ້ແກ່ຄູລາວ.
ໃນໂອກາດລົງຢ້ຽມຢາມຄັ້ງນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທ່ີສູນດ່ັງກ່າວສາມາດຈັດຕ້ັງປະຕິບັດໄດ້ໃນໄລຍະ 9 ເດືອນ ປີ 2026, ພ້ອມທັງເນ້ັນໃຫ້ຕໍ່ເອົາໃຈໃສ່ຍົກລະດັບຄຸນນະພາບການຝຶກອົບຮົມໃຫ້ໄດ້ມາດຕະຖານ, ປັບປຸງຫລັກສູດໃຫ້ທັນສະໄໝ, ເຊື່ອມໂຍງການຝຶກວິຊາຊີບເຂົ້າກັບຄວາມຕ້ອງການຕົວຈິງຂອງຕະຫລາດແຮງງານ, ສົ່ງເສີມໃຫ້ຜູ້ຮຽນມີທັງຄວາມຮູ້, ທິດສະດີ ແລະ ທັກສະທາງປະຕິບັດສາມາດນຳໄປໃຊ້ໃນການປະກອບອາຊີບໄດ້ຢ່າງມີປະ ສິດທິຜົນ.
ການລົງຢ້ຽມຢາມຄັ້ງນ້ີ, ເປັນການຊຸກຍູ້ການພັດທະນາສີມືແຮງງານ ແລະ ການຮ່ວມມືດ້ານວິຊາຊີບລະຫວ່າງ ສປປ ລາວ ກັບ ສປ ຈີນ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນຊຶ່ງຈະປະກອບສ່ວນສ້າງແຮງງານທີ່ມີຄຸນນະພາບ, ເພີ່ມໂອກາດການມີວຽກເຮັດງານທຳໃຫ້ແກ່ໄວໜຸ່ມ ແລະ ສະໜອງກຳລັງແຮງງານທ່ີມີສີມືໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງອຸດົມໄຊ ແລະ ຂອງປະເທດ.
ຂ່າວ: ຄຳພັນ ແກ້ວມະນີ
KPL