ຂປລ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ລັດຖະບານໄດ້ສະເໜີຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ໃນວັນທີ 19 ຕຸລາ 2026,
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຮ່າງກົດໝາຍສະບັບດັ່ງກ່າວ. ໃນນັ້ນ, ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ສະເໜີຫຼາຍບັນຫາສຳຄັນ ເປັນຕົ້ນ ຕໍ່ກັບບັນຫາການສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະນັ້ນ, ຕ້ອງໄດ້ຮັບການຕົກລົງເຫັນດີຈາກຄະນະປະຈຳສະພາແຫ່ງຊາດ ຫຼື ກອງປະຊຸມສະພາແຫ່ງຊາດ ກ່ອນທີ່ລັດຖະບານຈະອະນຸມັດສ້າງຕັ້ງ; ສະເໜີໃຫ້ກຳນົດລະບົບການປະສານສົມທົບ ແລະ ປະສານງານລະຫວ່າງລັດຖະບານ ກັບ ສະພາແຫ່ງຊາດ ໃຫ້ຊັດເຈນ ໂດຍສະເພາະແມ່ນການປະສານສົມທົບໃນການຄົ້ນຄວ້າພິຈາລະນາຕົກລົງບັນຫາສຳຄັນ ຫຼື ບັນດາແຜນງານ, ແຜນການ, ບັນດາໂຄງການໃຫຍ່ລະດັບຊາດ ຕ້ອງໄດ້ຜ່ານການຮັບຮອງ ແລະ ເຫັນດີຈາກສະພາແຫ່ງຊາດ.
ພ້ອມນີ້, ຄວນເພີ່ມຂໍ້ກຳນົດກ່ຽວກັບກົນໄກ ແລະ ມາດຕະການໃນການຕິດຕາມກວດກາການລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ຫຼື ການແກ້ໄຂຄຳສະເໜີ, ຄຳຊັກຖາມ ແລະ ຄຳແນະນຳຂອງກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງໃຫ້ລະອຽດຊັດເຈນຕື່ມ; ສະເໜີໃຫ້ກຳນົດພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງລັດຖະບານໃນການເປັນເຈົ້າການແກ້ໄຂຜົນຂອງການກວດສອບ ແລະ ຜົນຂອງການກວດກາ ເຂົ້າໃນກົດໝາຍວ່າດ້ວຍລັດຖະບານຕື່ມ.
KPL