ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

16/10/2026 08:47
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

ການຈັດຝຶກອົບຮົມໃນຄັ້ງນີ້, ກໍ ເພື່ອເຮັດໃຫ້ພະນັກງານວິຊາການ  ທີ່ຮັບຜິດຊອບວຽກງານດັ່ງກ່າວ ທັງຂັ້ນແຂວງ ແລະ ເມືອງ ໄດ້ຮັບຮູ້, ເຂົ້າໃຈ ຄວາມໝາຍ, ຄວາມສຳຄັນ  ຂອງວຽກງານກວດສອບສານພິດ ຕົກຄ້າງໃນພືດຜັກ ແລະ ໝາກໄມ້ ແນໃສ່ໃນການສ້າງຄວາມເຂັ້ມແຂງ  ທາງດ້ານວິຊາການ ພ້ອມທັງ ສາ ມາດເຄ່ືອນໄຫວຈັດຕ້ັງປະຕິບັດຕົວຈິງ ຢູ່ຂົງເຂດຄວາມຮັບຜິດຊອບ ຂອງຕົນໄດ້ຢ່າງມີປະສິດທິພາບ, ຖືກຕ້ອງຕາມຫລັກການ. ນອກນັ້ນ,  ຍັງເປັນການສ້າງຄວາມເຊື່ອໝັ້ນ  ໃຫ້ແກ່ຜູ້ບໍລິໂພກ ແລະ ຫລຸດຜ່ອນ ສານພິດຈາກພືດຜັກ, ໝາກໄມ້ ເຂົ້າ ສູ່ຮ່າງກາຍ ອັນຈະສົ່ງຜົນກະທົບຕ່ ສຸຂະພາບຂອງຄົນເຮົາ. ການຝຶກ ອົບຮົມໃນຄັ້ງນີ້, ບັນດາສຳມະນາ ກອນ ໄດ້ຮຽນຮູ້ທັງພາກທິດສະດີ  ໂດຍສະເພາະ ຮູບແບບ, ວິທີການ, ຂະບວນການ, ຂັ້ນຕອນ ແລະ ຫລັກ ການວິໄຈຕ່າງໆ ພ້ອມທັງລົງເຄື່ອນ ໄຫວຈັດຕ້ັງປະຕິບັດຢູ່ພ້ືນທີ່ຕົວຈິງ  ດ້ວຍການສຸ່ມຕົວຢ່າງວິໄຈ ຢູ່ກຸ່ມ ປູກພືດຜັກເຮືອນຮົມ ບ້ານວຽງສາ, ຕະຫລາດບ້ານຖິ່ນ ແລະ ຕະຫລາດ ໜອງແມງດາ.

ພາຍຫລັງສຳເລັດການຝຶກ ອົບຮົມດັ່ງກ່າວແລ້ວ ຈະໄດ້ມີການ ລົງເຄື່ອນໄຫວ ຈັດຕັ້ງປະຕິບັດການ ກວດສອບສານພິດຕົກຄ້າງ ໃນພືດ ຜັກ ແລະ ໝາກໄມ້ ຢ່າງເປັນທາງ ການ ຢູ່ຕະຫລາດໜອງແມງດາ  ຕື່ມອີກ.   ຂ່າວ-ພາບ: ຄານມະນີ ຮຽນດໍຈັນ

KPL

ຂ່າວອື່ນໆ

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

    • ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍວັດທະນະທຳ-ສັງຄົມ

      ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

      10/15/2026 11:28:16 AM

      ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    • ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າວັດທະນະທຳ-ສັງຄົມ

      ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າ

      10/13/2026 1:04:14 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ວາງແຜນການຜະລິດເຂົ້ານາແຊງ ປີ 2027 ໃຫ້ໄດ້ 16.199 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ ້ 80.130 ໂຕນ ໃນນີ້, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງ ອາຫານ 5.497 ເຮັກຕາ, ຄາດຄະ ເນຜົນຜະລິດ 26.184 ໂຕນ, ແຜນການປູກເຂົ້າເປັນສິນຄ້າ 10.702 ເຮັກຕາ, ຄາດຄະເນຜົນ ຜະລິດ 53.946 ໂຕນ.

    • ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາວັດທະນະທຳ-ສັງຄົມ

      ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາ

      10/13/2026 1:00:08 AM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຄະ ນະກຳມະການປົກຄອງ ແຂວງ ໄຊຍະບູລີ ປະຈຳ ເດືອນ ກັນຍາ 2026 ຈັດຂຶ້ນໃນມໍ່ໆມານີ້ ທີ່ຫ້ອງ ວ່າການແຂວງ ໂດຍການເປັນ ປະຂອງ ທ່ານ ດວງຕາ ໄຊວຸດ ປະ ທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ ພ້ອມດ້ວຍພະແນກ ການ, ອົງການ, ກົມກອງອ້ອມຂ້າງ ແຂວງ, 11 ເມືອງ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top