ຂປລ
ສປ ຈີນ ໄດ້ຍິງຈະຫລວດ ສົ່ງຍານ GSX-1SY8 ຂຶ້ນສູ່ອະວະກາດ ຢູ່ເຂດທະເລ ໃກ້ກັບ ນະຄອນ ຢື້ຈ້າວແຂວງຊ່ານຕຸ່ງ ໂດຍໄດ້ບັນທຸກ ດາວທຽມ ຊີ່ກວ່າງ 4-01 ຂຶ້ນສູ່ວົງໂຄຈອນ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເວລາ 11 ໂມງ 39 ນາທີຂອງ ວັນທີ 21 ຕຸລານີ້, ຢູ່ສູນສົ່ງດາວທຽມ ທ້າຍຢວນຂອງ ສປ ຈີນ ເປີດເຜີຍວ່າ: ສປ ຈີນ ໄດ້ຍິງຈະຫລວດ ສົ່ງຍານ GSX-1SY8 ຂຶ້ນສູ່ອະວະກາດ ຢູ່ເຂດທະເລ ໃກ້ກັບ ນະຄອນ ຢື້ຈ້າວແຂວງຊ່ານຕຸ່ງ ໂດຍໄດ້ບັນທຸກ ດາວທຽມ ຊີ່ກວ່າງ 4-01 ຂຶ້ນສູ່ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ ເຮັດໃຫ້ພາລະກິດ ຍິງສົ່ງຄັ້ງນີ້ ໄດ້ປະສົບ ຜົນສຳເລັດ ຢ່າງຈົບງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL