ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.
ພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ໄດ້ກ່າວຈຸດປະສົງ ຂອງການມາຢ້ຽມຢາມແຂວງ ຊຽງຂວາງ ໃນຄັ້ງນີ້ ກໍເພື່ອຈັດ ຝຶກອົບຮົມວຽກງານບໍລິຫານ ຫ້ອງການ, ຄຸ້ມຄອງເອກະສານ ທາງການ, ການປະສານວຽກງານນຳພາກສ່ວນຕ່າງໆ ໃຫ້ ອພສ 3 ແຂວງຄື: ແຂວງຊຽງຂວາງ, ແຂວງຫົວພັນ ແລະ ແຂວງຫລວງ ພະບາງ ຊຶ່ງຈະຈັດຂຶ້ນທີ່ເມືອງແປກ ແຂວງຊຽງຂວາງ ເປັນເວລາ 5 ວັນ (13-17 ຕຸລາ 2026).
ໂອກາດນີ້, ທ່ານ ຫົງຄຳ ພິມມະສານ ກໍໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບ ແລະ ເຊື້ອ ເຊີນຢ້ຽມຢາມ ຊີມອາຫານທີ່ເປັນ ເອກະລັກ ຂອງແຂວງຊຽງຂວາງ ແລະ ເພື່ອຊີ້ທິດເຍືອງທາງ ໃນການ ປະຕິສັງຂອນວັດວາອາຮາມທີ່ເກົ່າ ແກ່ ຢູ່ພາຍໃນແຂວງ. ພ້ອມນີ້, ທ່ານຍັງໄດ້ລາຍງານການພັດທະ ນາເສດຖະກິດ-ສັງຄົມ ຂອງແຂວງ ຊຽງຂວາງ ໂດຍສະເພາະການ ພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າຢູ່ພາຍໃນແຂວງຕື່ມອີກ.
ຂ່າວ: ບຸນມີ ແສງທຸມມ
KPL