ສປ ຈີນ ມີການຂົນສົ່ງສິນຄ້າຜ່ານທາງລົດໄຟ ບັນລຸ 3 ຕື້ກວ່າໂຕນ

21/10/2026 15:53
ຂປລ ບໍ​ລິ​ສັດ​ທາງ ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ​ ຈຳ​ກັດ​ ແຈ້ງ​ໃຫ້​ຮູ້​ວ່າ: ໃນ 3 ໄຕ​ມາດ​ທຳ​ອິດ ​ຂອງ​ປີ​ນີ້, ການ​ຂົນ​ສົ່​ງ​ສິນ​ຄ້າ ​ຜ່ານ​ທາງ​ລົດ​ໄຟ​ຂອງ​ ສປ ຈີນ​ ທັງ​ໝົດ​​ບັນ​ລຸ​ເຖິງ 3 ຕື້ກວ່າໂຕນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 20 ຕຸ​ລາ​ນີ້, ບໍ​ລິ​ສັດ​ທາງ ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ​ ຈຳ​ກັດ​ ແຈ້ງ​ໃຫ້​ຮູ້​ວ່າ: ໃນ 3 ໄຕ​ມາດ​ທຳ​ອິດ ​ຂອງ​ປີ​ນີ້, ການ​ຂົນ​ສົ່​ງ​ສິນ​ຄ້າ ​ຜ່ານ​ທາງ​ລົດ​ໄຟ​ຂອງ​ ສປ ຈີນ​ ທັງ​ໝົດ​​ບັນ​ລຸ​ເຖິງ 3 ຕື້ກວ່າໂຕນ, ກວມເອົາ​ ຕູ້​ລົດ​ໄຟ 188.000​ຕູ້ຕໍ່​ມື້, ເພີ່ມ​ຂຶ້ນ​ ຕາມ​ລຳ​ດັບ ເມື່ອ​ທຽບ​ໃສ່​ປີ​ກາຍ, ຮັກ​ສາ​ຢູ່​ໃນ​ລະ​ດັບ​ສູງ​ ຢ່າງ​ຕໍ່​ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top