ທ່ານ ໂຕເລິມ ພົບປະກັບ ການນຳວິສາຫະກິດ ດີເດັ່ນຂອງແດນມາກ

21/10/2026 15:40
ຂປລ ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ກະ​ສັດ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ Frederik X ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ ​ບັນ​ດາ​ວິ​ສາ​ຫະ​ກິດ​ດີ​ເດັ່ນ ​ຂອງ​ແດນ​ມາກ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ໃນ​ຂອບ​ເຂດ ​ການ​ຢ້ຽມ​ຢາມ​ ທາງ​ລັດ​ຖະ​ກິດ ຢູ່​ລາ​ຊະ​ອາ​ນາຈັກ ດານມາກ, ໃນ​ວັນ​ທີ 20 ຕຸ​ລາ, ຢູ່​ນະ​ຄອນຫລວງ ໂກເປັນຮັກ(Copenhagen), ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ ກອມ​ມູ​ນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ກະ​ສັດ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ Frederik X ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ ​ບັນ​ດາ​ວິ​ສາ​ຫະ​ກິດ​ດີ​ເດັ່ນ ​ຂອງ​ແດນ​ມາກ​ຄື: A.P. Moller – Maersk ໃນ​ຂົງ​ເຂດ​ການ​ຄ້າ ແລະ logistics; LEGO Group, Carlsberg, Pandora ໃນ​ຂົງ​ເຂດ​ການ​ລົງ​ທຶນ ​ອຸດ​ສາ​ຫະ​ກຳ; Copenhagen Infrastructure Partners (CIP) ສະ​ເພາະ ​​ຫົວ​ເລື່ອງ​ ກ່ຽວ​ກັບ ​ການ​ລົງ​ທຶນ​ ພະ​ລັງ​ງານ ແລະ Vestas ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ ຫັນ​ປ່ຽນ​ພະ​ລັງ​ງານ. ນະ​ທີ່​ນີ້, ທ່ານ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ ​ສຳ​ລັບ​ຂົງ​ເຂດ logistics ແລະ ທ່າ​ກຳ​ປັ່ນ​ທະ​ເລ, ບັນ​ດາ​ວິ​ສາ​ຫະ​ກິດ​ແດນ​ມາກຈົ່ງ​ຄົ້ນ​ຄ້​ວາ ​ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ​ລະ​ບົບ​ທ່າ​ກຳ​ປັ່ນ​ທະ​ເລ, ທ່າ​ກຳ​ປັ່ນ​ສົ່ງ​ຕໍ່ ສາ​ກົນ, ສູນ logistics, logistics ອັດ​ສະ​ລິ​ຍະ, logistics ການ​ບິນ, logistics ທາງ​ລົດ​ໄຟ ແລະ ບັນ​ດາ​ມາດ​ຕະ​ການ​ຄຸ້ມ​ຄອງ​ລະ​ບົບຕ​ອ່ງ​ໂສ້​ ການ​ສະ​ໜອງ​ ທີ່​ທັນ​ສະ​ໄໝ, ສ້າງ​ບັນ​ດາ​ສູນ​ແຈກ​ຢາຍ, ສົ່ງ​ຕໍ່ ແລະ ຄຸ້ມ​ຄອງ​ ລະ​ບົບ​ສະ​ໜອງ​ໃຫ້​ແກ່​ພາກ​ພື້ນ ຢູ່ ຫວຽດ​ນາມ. ສຳ​ລັບ​ຂົງ​ເຂດ​ພະ​ລັງ​ງານ ຫວຽດາມ ປາດ​ຖະ​ໜາ​ວ່າ ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ທົດ​ແທນ, ໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນ, ບັນ​ດາ​ແຫຼ່ງ​ສະ​ໜອງ​ໄຟ​ຟ້າ​ເປັນ​ປົກ​ກະ​ຕິ ແລະ ມີ​ໄຫວ​ພິບ, ລະ​ບົບ​ສຳ​ຮອງ​ພະ​ລັງ​ງານ ແລະ ບັນ​ດາ​ມາດ​ຕະ​ການ​ຍົກ​ສູງ ​ປະ​ສິດ​ທິ​ຜົນ​ ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ; ສ້າງ​ລະ​ບົບ​ນິ​ເວດ​ ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ, ພັດ​ທະ​ນາ​ ຕ່ອງ​ໂສ້​ການ​ສະ​ໜອງ, ການ​ຜະ​ລິດ​ວັດ​ຖຸ​ອຸ​ປະ​ກອນ, ການ​ບໍ​ລິ​ການ​ເຕັກ​ນິກ, ກາ​ນ​ຄົ້​ນ​ຄ້​ວາ ພັດ​ທະ​ນາ, ບຳ​ລຸງ​ກໍ່​ສ້າງ​ ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຍົກ​ສູງ​ອັດ​ຕາ​ເຂົ້າ​ຮ່ວມ ​ຂອງວິ​ສາ​ຫະ​ກິດ​ ຫວຽດ​ນາມ ເທື່ອ​ລະ​ກ້າວ. ສຳ​ລັບ​ຂົງ​ເຂດ​ ການ​ຜະ​ລິດ​ກ້າວ​ໜ້າ, ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຕ້ອງ​ມຸ່ງ​ໄປ​ເຖິງ ເປົ້າ​ໝາຍ ​ເພື່ອ​ໃຫ້​ບັນ​ດາ ​ຜະ​ລິດ​ຕະ​ພັນ​ ໄດ້​ຮັບ​ການ​ຄົ້ນ​ຄ້​ວາ, ອອກ​ແບບ ແລະ ຜະ​ລິດ​ຢູ່​ ຫວຽດ​ນາມ ອາດ​ສາ​ມາດ​ເຂົ້າ​ເຖິງ​ ຜູ້​ບໍ​ລິ​ໂພກ ​ນັບຮ້ອຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top