ຂປລ
ອົງການກວດກາແຫ່ງລັດ ຮ່ວມກັບ ອົງການອ໋ອກຟາມ ປະຈຳ ສປປ ລາວ ຈັດຝຶກອົບຮົມການເປັນຄູຝຶກດ້ານວຽກງານກວດກາ ໃນວັນທີ 19 ຕຸລາ 2026 ຢູ່ແຂວງຫຼວງພະບາງ. ທັງນີ້, ກໍເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ກ່າວວ່າ: ຊຸດຝຶກອົບຮົມການເປັນຄູຝຶກດ້ານວຽກງານກວດກາໃນຄັ້ງນີ້ ແມ່ນເພື່ອຮຽນຮູ້, ທົບທວນກ່ຽວກັບວຽກງານສ້າງຄວາມອາດສາມາດການເປັນຄູຝຶກທີ່ດີໃນການເປັນຄູຝຶກ, ຮູ້ຈັກເກັບກຳ, ປະເມີນຜົນ, ບົດບາດຂອງວິທະຍາກອນ, ຫຼັກການໃນການເວົ້າ, ບັນລະຍາຍຂອງວິທະຍາກອນ, ການສ້າງຄວາມເຊື່ອໝັ້ນ, ການສົນທະນາ, ການຕຳນິຕິຊົມທີ່ມີຄຸນນະພາບ, ການວາງແຜນ, ນຳສະເໜີບົດຮຽນຂອງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ພ້ອມທັງລົງເລິກປະຕິບັດຕົວຈິງ ໃຫ້ມີຄວາມເຂັ້ມແຂງ ແລະ ກວ້າງຂວາງໃນທຸກຂົງເຂດວຽກງານ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ສຳມະນາກອນເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາ, ມີສ່ວນຮ່ວມຄົ້ນຄວ້າ, ຮ່ຳຮຽນ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ, ເຄົາລົບຄູອາຈານ ເພື່ອສາມາດນຳເອົາບົດຮຽນດັ່ງກ່າວນັ້ນໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ເຂົ້າໃນວຽກງານຢ່າງແທ້ຈິງ.
ຊຸດຝຶກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 5 ວັນ ໂດຍມີວິທະຍາກອນຈາກສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ ຄະນະຈັດຕັ້ງສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການອ໋ອກຟາມ ໂດຍມີຫຼາຍຫົວຂໍ້ທີ່ສຳຄັນ ຄື: ການຮ່າງແຜນ ແລະ ຫົວຂໍ້ການຝຶກອົບຮົມສ້າງຄວາມອາດສາມາດວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ; ຂັ້ນຕອນ, ວິທີການ, ສອບຖາມປະເມີນຜົນ ແລະ ເກັບກຳຂໍ້ມູນ; ບົດບາດຂອງວິທະຍາກອນ; ຫຼັກການເວົ້າຂອງວິທະຍາກອນ; ການສ້າງຄວາມເຊື່ອໝັ້ນສຳລັບວິທະຍາກອນ; ການຕຳນິຕິຊົມຢ່າງມີປະສິດທິພາບ; ການວາງແຜນການສອນ ແລະ ການຝຶກອົບຮົມ.
KPL