ຂປລ
ງານ"ມຸມຈີນ" ຫລື ງານວາງສະແດງຈີນ (China Corner) ພາຍໃນກອງປະຊຸມພາຄີຄັ້ງທີ 17 ຂອງສົນທິສັນຍາ ຊີວະ ນາໆພັນ (COP17) ໄດ້ຈັດຂຶ້ນ ຢູ່ນະຄອນ ຫລວງ ເຢເຣວານ ປະເທດ ອາກເມນີ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ງານ"ມຸມຈີນ" ຫລື ງານວາງສະແດງຈີນ (China Corner) ພາຍໃນກອງປະຊຸມພາຄີຄັ້ງທີ 17 ຂອງສົນທິສັນຍາ ຊີວະນາໆພັນ (COP17) ໄດ້ຈັດຂຶ້ນ ຢູ່ນະຄອນ ຫລວງ ເຢເຣວານ ປະເທດ ອາກເມນີ. ຈາກນັ້ນ ທ່ານ ຮວງຢວູ້ນຊິ່ວ ລັດຖະມົນຕີ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຈີນ ໄດ້ກ່າວຄຳປາໄສວ່າ: ການເຄື່ອນໄຫວ ຮັກສາຊີວະນາໆພັນ ທົ່ວໂລກ ມີຄວາມຄືບໜ້າ ເປັນຢ່າງດີ, ແຕ່ຄວາມຄືບໜ້າ ໃນການຈັດຕັ້ງ ປະຕິບັດຕົວຈິງ ໃນພາບລວມ ຍັງບໍ່ທັນບັນລຸ ເຖິງຄາດໝາຍໄດ້, ທຸກຝ່າຍຄວນເພີ່ມ ຄວາມພະຍາຍາມ ເຂົ້າໃນການຈັດ ຕັ້ງປະຕິບັດ ນະໂຍ ບາຍ, ມາດຕະການ ແລະ ການດຳເນີນ ງານອະນຸລັກ. ກອງປະຊຸມ COP17 ຈະຈັດຂຶ້ນ ລະຫວ່າງ ວັນທີ 19-30 ຕຸລານີ້ ພາຍໃຕ້ຫົວຂໍ້ "ລົງມືປະຕິບັດ ເພື່ອທຳມະຊາດ". ງານ"ມຸມຈີນ" ຈະຈັດກິດ ຈະກຳຕ່າງໆ ໂດຍປິ່ນອ້ອມ ຫົວຂໍ້ຕ່າງໆ ເຊັ່ນ: ການຈັດຕັ້ງປະຕິບັດ "ຂອບຄຸນມິງ-ມົງຕຣີອານ", ການອະນຸລັກ ແລະ ຟື້ນຟູຊີວະນາໆພັນ, ການສ້າງຄວາມສາມາດ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL