ຂປລ
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສ່ືສານ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາໄຊເບີ (ສະບັບປັບປຸງ).
ຂປລ. ຈາກນັັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍດັ່ງກ່າວເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ກະທັດຮັດສາມາດກາຍເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໂດຍການສ້າງສະພາບແວດລ້ອມທາງດີຈິຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດີຈິຕອນ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ. ໂອກາດນ້ີ, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນເປ້ົາໝາຍ, ເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດໝາຍດັ່ງກ່າວ ເພ່ືອສ້າງເຄ່ືອງມືທາງກົດໝາຍທີ່ເຂັ້ມແຂງ, ຮັດກຸມ ແລະ ທັນສະໄໝ ເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ, ປົກປ້ອງເສດຖະກິດ-ສັງຄົມ ແລະ ປົກປ້ອງລະບົບພື້ນຖານໂຄງລ່າງທີ່ສຳຄັນຂອງປະເທດຈາກການໂຈມຕີທາງໄຊເບີ, ພ້ອມທັງສາມາດເຊື່ອມໂຍງກັບມາດຕະຖານ ແລະ ກົນໄກການຮ່ວມມືສາກົນ. ການປັບປຸງກົດໝາຍສະບັບນີ້, ມີຄວາມຈຳເປັນທາງດ້ານເສດຖະກິດ-ສັງຄົມເພາະອາຊະຍາກຳໄຊເບີ ໄດ້ສ້າງຄວາມເສຍຫາຍຢ່າງມະຫາສານ. ດ່ັງນັ້ນ, ຈ່ຶງຈຳເປັນຕ້ອງມີກົດໝາຍທີ່ເຂັ້ມແຂງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ. ພ້ອມກັນນັ້ນ, ພວກເຮົາຈຳເປັນຕ້ອງມີຂອບກົດໝາຍທ່ີຮອງຮັບການເກັບຮັກສາ ແລະ ນຳໃຊ້ຫລັກຖານທາງດີຈິຕອນໃນຂ້ັນ ສານ ແລະ ຮອງຮັບການເຊ່ືອມໂຍງກັບສາກົນ.
ຮ່າງກົດໝາຍສະບັບນີ້, ໄດ້ປ່ຽນຊ່ືຈາກກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີມາເປັນ “ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີ (ສະບັບປັບປຸງ)”. ໂຄງສ້າງໃໝ່ປະກອບມີ 10 ພາກ, 4 ໝວດ, 62 ມາດຕາ. ໃນນີ້, ໄດ້ຮັກສາໄວ້ເດີມ 1 ມາດຕາ, ປັບປຸງເນື້ອໃນ 49 ມາດຕາ, ເພີ່ມໃໝ່ 12 ມາດຕາ. ຄາດວ່າຫາກຖືກຮັບຮອງ ແລະ ປະກາດໃຊ້ຈະຊ່ວຍໃຫ້ເຈົ້າໜ້າທ່ີມີບ່ອນອີງທາງກົດໝາຍທີ່ຊັດເຈນ ໃນການດຳເນີນຄະດີກັບຮູບແບບອາຊະຍາກຳໃໝ່ໆ. ຜົນກະທົບທາງບວກທີ່ຈະຕາມມາຄືປະຊາຊົນ ແລະ ທຸລະກິດຈະໄດ້ຮັບການປົກປ້ອງຊັບສິນ ແລະ ຂໍ້ມູນສ່ວນຕົວ, ລະບົບພື້ນຖານໂຄງລ່າງທີ່ສຳຄັນເຊັ່ນ: ລະບົບທະນາຄານ, ໂທລະຄົມ, ພະລັງງານ, ການຄ້າ, ສາທາລະນະສຸກ ຈະປອດໄພຂຶ້ນຊຶ່ງຈະເປັນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດດີຈິຕອນ. ຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍທີ່ຕ້ອງລະມັດລະວັງເຊັ່ນ: ຜູ້ໃຫ້ບໍລິການອິນເຕີເນັດ ແລະ ໂທລະຄົມອາດຈະຕ້ອງຮັບພາລະຕົ້ນທຶນທີ່ເພີ່ມຂຶ້ນໃນການຈັດຫາລະບົບເກັບຮັກສາຂໍ້ມູນ. ນອກຈາກນີ້, ພວກເຮົາຕ້ອງລະມັດລະວັງໃນການກຳນົດຖານຄວາມຜິດໃຫ້ຊັດເຈນ ເພື່ອບໍ່ໃຫ້ເກີດຄວາມສ່ຽງທີ່ຈະຖືກເບິ່ງວ່າເປັນການຈຳກັດສິດເສລີພາບໃນການສະແດງອອກຂອງປະຊາຊົນ.
ສະຫລຸບແລ້ວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີ ສະບັບປັບປຸງນ້ີ, ຈະເປັນເສົາຄ້ຳອັນສຳຄັນໃນການຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນຍຸກດີຈິຕອນ; ຈະເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໂດຍການສ້າງສະພາບແວດລ້ອມທາງດີຈິຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດີຈິຕອນ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ຖ້າພວກເຮົາຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນມັນຈະຊ່ວຍໃຫ້ ສປປ ລາວ ກ້າວໄປສູ່ການເປັນປະເທດທີ່ມີຄວາມພ້ອມໃນການຮັບມືກັບຄວາມສ່ຽງ ແລະ ໂອກາດໃນໂລກດີຈິຕອນທີ່ກຳລັງຂະຫຍາຍຕົວຢ່າງບໍ່ຢຸດຢັ້ງນີ້.
ຂ່າວ: ກິດຕາ; ພາບ: ເກດສະໜາ
KPL