ສະຫວັນນະເຂດ ເລັ່ງໂຄສະນາ ສັກວັກຊິນ ໂຄວິດ-19 ໃຫ້ບັນບັນລຸ 80% ຂຶ້ນໄປໃນທ້າຍປີນີ້

14/09/2022 12:22
Email Print 2148
ຂປລ ຂປລ. ປັດຈຸບັນ ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ກຳລັງເລັ່ງຈັດຕັ້ງປະຕິບັດ ສ້າງຂະບວນການ ສັກວັກຊິນປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນໃນທົ່ວແຂວງ ເພື່ອເຮັດໃຫ້ອັດຕາ ການສັກວັກຊິນ ບັນລຸຕາມເປົ້າໝາຍ 80% ຂຶ້ນໄປ ໃນທ້າຍປີ 2022

ຂປລ. ປັດຈຸບັນ ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ກຳລັງເລັ່ງຈັດຕັ້ງປະຕິບັດ ສ້າງຂະບວນການ ສັກວັກຊິນປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນໃນທົ່ວແຂວງ ເພື່ອເຮັດໃຫ້ອັດຕາ ການສັກວັກຊິນ ບັນລຸຕາມເປົ້າໝາຍ 80% ຂຶ້ນໄປ ໃນທ້າຍປີ 2022 ​ໃນຈຳນວນປະຊາກອນ ທັງໝົດ 1 ລ້ານກວ່າຄົນ ໂດຍການປະສານສົມທົບກັບ ພາກສ່ວນຕ່າງໆຂັ້ນແຂວງ, ນະຄອນ, ເມືອງ, ບ້ານ ເພື່ອປຸກລະດົມ ປະຊາຊົນ ໃນທົ່ວແຂວງໃຫ້ມາຮັບ ວັກຊິນກັນໂຄວິດ-19 ໃຫ້ຄົບຕາມກຳນົດ ລວມທັງເຂັມກະຕຸ້ນ ໂດຍຜ່ານການລົງພື້ນທີ່ຕົວຈິງ ແລະ ໂຄສະນາ, ປະຊາສຳພັນ ຜ່ານຊ່ອງທາງຕ່າງໆ ໂດຍສະເພາະ ຜ່ານທາງໂທລະໂຄ່ງພາຍໃນເມືອງ, ບ້ານ, ພາຍໃນໂຮງໝໍນ້ອຍ ແລະ ອື່ນໆ.

    

ທ່ານນາງ ເກດສະພອນ ຍາດຕິວົງ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງສະຫວັນນະເຂດ ​ໄດ້ໃຫ້ຮູ້ ໃນວັນທີ 13 ກັນຍາ 2022 ນີ້ວ່າ: ແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ໄດ້ຮັບ ການສະໜັບສະໜູນ, ຊ່ວຍເຫລືອໃນດ້ານຕ່າງໆ ຈາກອົງການຈັດຕັ້ງສາກົນ ເປັນຕົ້ນ ໄດ້ຮັບອຸປະກອນກະຈາຍສຽງ ເຊັ່ນ: ໂທລະໂຄ່ງ, ລຳໂພງ, ແອວຊີດີ ແລະ ອື່ນໆ ຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາ ທາລະນະສຸກ ໂດຍການສະໜັບສະໜູນ ຈາກອົງການອຸຍນີເຊບ ເຊິ່ງພະແນກ ສາທາລະນະສຸກ ແຂວງສະຫວັນນະເຂດ ກໍໄດ້ນຳເອົາອຸປະກອນດັ່ງກ່າວ ໄປມອບໃຫ້ບັນດາເມືອງເປົ້າໝາຍເພື່ອນຳໃຊ້ເຂົ້າໃນການ ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບພະຍາດ ໂຄວິດ-19 ແລະ ພະຍາດລະບາດຕ່າງໆ ລວມເຖິງເຫດການອື່ນໆ ທີ່ເກີດຂຶ້ນ ຢູ່ພາຍໃນແຂວງ, ເມືອງ, ບ້ານ ໃຫ້ປະຊາຊົນໄດ້ຮັບຮູ້ ຢ່າງທົ່ວເຖິງ, ອັນສຳຄັນ ການນຳໃຊ້ ອຸປະກອນດັ່ງກ່າວ, ໃນ​ໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19 ຈົນມາຮອດປັດຈຸບັນ ເຮັດໃຫ້ປະຊາຊົນໄດ້ຮັບຮູ້ ແລະ ຕື່ນຕົວ ເຂົ້າມາຮັບວັກຊີນ ກັນໂຄວິດ-19 ຫລາຍຂຶ້ນເລື້ອຍໆ. ມາຮອດປັດຈຸບັນ ທົ່ວແຂວງສັກວັກຊິນເຂັມທີ 1 ໄດ້ 67,94%, ເຂັມ 2 ໄດ້ 59,05%, ເຂັມ 3 ໄດ້ 21.21%, ໃນນັ້ນ, ກຸ່ມອາຍຸ 6-11ປີ ສັກເຂັມ 1 ໄດ້ 72.4%, ເຂັມ 2 ໄດ້ 53.8%, ກຸ່ມອາຍຸ 12-17 ປີ ສັກເຂັມ 1 ໄດ້ 76.8%,ເຂັມ 2 ໄດ້ 56.1%, ກຸ່ມຜູ້ອາຍຸສູງກວ່າ 12 ປີຂຶ້ນໄປ ສັກເຂັມ 1 ໄດ້77.7%, ເຂັມ 2 ໄດ້ 69.1%%.

ທ່ານນາງ ເກດສະພອນ ຍາດຕິວົງ ​ໄດ້​ກ່າວ​ອີກ​ວ່າ: ເພື່ອເຮັດໃຫ້ອັດຕາ ການສັກວັກຊິນ ບັນລຸຕາມເປົ້າໝາຍ 80% ຂຶ້ນໄປໃນທ້າຍປີນີ້, ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ຈະຊຸກຍູ້ ໃຫ້ທີມງານແພດໃນ 15 ເມືອງ ແລະ ໂຮງໝໍນ້ອຍແຕ່ລະແຫ່ງ ລົງບໍລິການສັກວັກຊິນ ກັນພະຍາດໂຄວິດ-19 ໃນແຕ່ລະໂຮງຮຽນ, ຂອງແຕ່ລະເຂດ ປົກຄຸມ ໃຫ້ສຳເລັດໂດຍໄວ, ພ້ອມທັງສືບຕໍ່ລົງເຄື່ອນທີ່ ໄປຕາມຈຸດບໍລິການຕາມບ້ານ, ໂຮງຮຽນ, ຄິວລົດ, ສວນມັນ, ໄຮ່, ນາ, ແຕ່ລະຄອບຄົວ ແລະ ອື່ນໆ.

ພ້ອມ​ນີ້, ທ່ານຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນພາຍໃນ ແຂວງສະຫວັນນະເຂດ ຮ່ວມແຮງຮ່ວມໃຈກັນ, ຕື່ນຕົວ ເຂົ້າມາຮັບວັກຊິນ ໃຫ້ໄດ້ຄົບຕາມຈຳນວນ ທີ່ໄດ້ກຳນົດໄວ ແນໃສ່ເຮັດໃຫ້ອັດຕາ ການສັກວັກຊິນ ບັນລຸຕາມເປົ້າໝາຍທີ່ວາງໄວ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄື ຂະແໜງສາທາລະນະສຸກ ທີ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເຮັດໃຫ້ວຽກງານຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢູ່ພາຍໃນແຂວງ ມີຜົນສຳເລັດ ໃນຫລາຍດ້ານ ລວມເຖິງວຽກງານສັກວັກຊິນ, ພ້ອມທັງ ສະແດງຄວາມຂອບໃຈຕໍ່ ອົງການອຸຍນີເຊບ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອໃນຄັ້ງນີ້.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top