ຂປລ
ຂປລ. ກະຊວງສາທາລະນະສຸກ ຈັັດເຜີຍແຜ່ສື່ແບບໃໝ່ ກ່ຽວກັບວັກຊີນກັນພະຍາດ ທີ່ດັດປັບມາຈາກ “ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ” ຫລື “ປຶ້ມຫົວສີບົວ” ໃນວັນທີ 19 ພຶດສະພາ 2025 ເພື່ອຊຸກຍູ້ໃຫ້ປະຊາຊົນ ພາລູກຫລານ ມາຮັບບໍລິການວັກຊີນ ກັນພະຍາດຮອບປົກກະຕິ
ຂປລ. ກະຊວງສາທາລະນະສຸກ ຈັັດເຜີຍແຜ່ສື່ແບບໃໝ່ ກ່ຽວກັບວັກຊີນກັນພະຍາດ ທີ່ດັດປັບມາຈາກ “ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ” ຫລື “ປຶ້ມຫົວສີບົວ” ໃນວັນທີ 19 ພຶດສະພາ 2025 ເພື່ອຊຸກຍູ້ໃຫ້ປະຊາຊົນ ພາລູກຫລານ ມາຮັບບໍລິການວັກຊີນ ກັນພະຍາດຮອບປົກກະຕິ ເຊິ່ງການຜະລິດສື່ດັ່ງກ່າວ ໄດ້ຮັບການສະໜັບສະໜູນ ຈາກ ອົງການອະນາໄມໂລກ (WHO), ອົງການອຸຍນີເຊບ (UNICEF), ລັດຖະບານອົດສະຕຣາລີ ແລະ ອົງການກາວີ ພັນທະມິດວັກຊີນ.
ສື່ທີ່ໄດ້ຜະລິດຂຶ້ນໃໝ່ ປະກອບມີ: ຊຸດວິດີໂອພາບກາຕູນເຄື່ອນໄຫວ ເຊິ່ງມີຫລາຍພາສາ, ອອກແບບມາໂດຍສະເພາະ ສໍາລັບການເປີດໃນໂທລະສັບມືຖື ໂດຍພະນັກງານແພດ ໃນຂະນະລົງ ເຄື່ອນໄຫວໃນຊຸມຊົນ ແລະ ແຜ່ນພັບທີ່ມີຂໍ້ມູນກ່ຽວກັບວັກຊີນ ທັງແບບພິມ ແລະ ດີຈິຕອນ. ການເລີ່ມນຳໃຊ້ສື່ທີ່ປະດິດສ້າງແບບນີ້ ຈະຊ່ວຍຊຸກຍູ້ວຽກງານ ໃນການປົກປ້ອງເດັກນ້ອຍໃນ ສປປ ລາວ ຈາກພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ. ການສະໜອງຂໍ້ມູນທີ່ຈະແຈ້ງ ແລະ ເຂົ້າໃຈງ່າຍ ໃຫ້ແກ່ປະຊາຊົນຫລາຍຊົນເຜົ່າ ຈະຊ່ວຍໃຫ້ເຮົາສາມາດ ຮັບປະກັນໃຫ້ ທຸກຊຸມຊົນໃນ ສປປ ລາວ ມີຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ກັບຄຸນຄ່າ ແລະ ຄວາມປອດໄພຂອງວັກຊີນ.
ສື່ດັ່ງກ່າວ, ອອກແບບສະເພາະເພື່ອນໍາໃຊ້ໃນຊຸມຊົນ, ແຕ່ຈະມີການເຜີຍແຜ່ຢູ່ໃນໜ້າເຟສບຸກ (Facebook) ຂອງສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ຂອງກະຊວງສາທາລະນະສຸກ (https://shorturl.at/SSR9t) ແລະ ຊ່ອງຢູທູບ (YouTube) ຂອງໂຄງການໃຫ້ວັກຊີນ ກັນພະຍາດແຫ່ງຊາດ (https://shorturl.at/SqWea) ເພື່ອອຳນວຍຄວາມສະດວກ ແກ່ພະນັກງານແພດ ແລະ ຜູ້ອື່ນໃນການຊອກຫາ.
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ
KPL