ຂປລ
ຂປລ. ກະຊວງສາທາລະນະສຸກ ຮ່ວມກັບສະມາຄົມຜະດຸງຄັນລາວ, ຄູ່ຮ່ວມພັດທະນາ, ພ້ອມດ້ວຍພະນັກງານແພດ-ໜໍ ທີ່ປະຕິບັດໜ້າຢູ່ພາກສະໜາມ ຈັດໂຮມຊຸມນຸມສະເຫລີມສະຫລອງ ວັນຜະດຸງຄັນສາກົນ ໃນວັນທີ 18 ມິຖຸນາ 2025 ເພື່ອສັນລະເສີນຜະດຸງຄັນ ໃນຖານະເປັນເສົາຄໍ້າທີ່ສຳຄັນ ຂອງສຸຂະພາບແມ່ ແລະ ເດັກເກີດໃໝ່ ໃນ ສປປ ລາວ.

ຂປລ. ກະຊວງສາທາລະນະສຸກ ຮ່ວມກັບສະມາຄົມຜະດຸງຄັນລາວ, ຄູ່ຮ່ວມພັດທະນາ, ພ້ອມດ້ວຍພະນັກງານແພດ-ໜໍ ທີ່ປະຕິບັດໜ້າຢູ່ພາກສະໜາມ ຈັດໂຮມຊຸມນຸມສະເຫລີມສະຫລອງ ວັນຜະດຸງຄັນສາກົນ ໃນວັນທີ 18 ມິຖຸນາ 2025 ເພື່ອສັນລະເສີນຜະດຸງຄັນ ໃນຖານະເປັນເສົາຄໍ້າທີ່ສຳຄັນ ຂອງສຸຂະພາບແມ່ ແລະ ເດັກເກີດໃໝ່ ໃນ ສປປ ລາວ.
ການສະເຫລີມສະຫລອງຄັ້ງນີ້, ສ່ອງແສງໃຫ້ເຫັນຄວາມກ້າຫານ, ຄວາມອົດທົນ ແລະ ບົດ ບາດສຳຄັນຂອງຜະດຸງຄັນ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ການບໍລິການສາທາລະນະສຸກ ຍັງມີຈຳກັດ. ໃນໄລຍະສອງທົດສະວັດທີ່ຜ່ານມາ, ສປປ ລາວ ປະສົບຜົນສໍາເລັດ ໃນການຫລຸດຜ່ອນ ອັດຕາການຕາຍຂອງແມ່ ໄດ້ຢ່າງຫລວງຫລາຍ ຈາກ 579 ຕໍ່ການເກີດມີຊີວິດ 100.000 ຄົນ ໃນປີ 2000 (ຕາມການຄາດຄະເນ ຂອງອົງການສະຫະປະຊາຊາດ) ມາເປັນ 112 ຄົນ ໃນປີ 2023. ການຫລຸດລົງຄັ້ງນີ້ຫລາຍກວ່າ 80% ເຊິ່ງຫລາຍກວ່າຄ່າສະເລ່ຍຂອງການຫລຸດລົງທົ່ວໂລກ. ໃນນີ້, ຜະດຸງຄັນ ມີບົດ ບາດສໍາຄັນ ໃນການຂັບເຄື່ອນຄວາມຄືບໜ້ານີ້.
ທ່ານ ໂທມາສ ລຳມາຮ ອຸປະທູດ ສະຖານທູດລຸກຊຳບວກ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງ ການຊ່ວຍເຫລືອອັນຍາວນານຂອງລຸກຊຳບວກ ຕໍ່ສຸຂະພາບແມ່ ແລະ ເດັກເກີດ ໃໝ່ ໃນ ສປປ ລາວ, ພ້ອມທັງຈະຢືນຄຽງຂ້າງ ສປປ ລາວ ໃນການເສີມສ້າງການສຶກສາ ດ້ານການຜະດຸງຄັນ, ໃຫ້ການຊ່ວຍເຫລືອພະນັກງານ ແພດໝໍທີ່ປະຈຳການຢູ່ແນວໜ້າ, ປັບປຸງການເຂົ້າເຖິງການບໍລິການທີ່ມີຄຸນນະພາບ. ຜະດຸງຄັນມີບົດບາດ ເປັນໃຈກາງໃນການເສີມສ້າງລະບົບສຸຂະພາບທີ່ເຂັ້ມ ແຂງ, ສາມາດປັບຕົວໄດ້ໂດຍທີ່ບໍ່ປະຖິ້ມໃຜໄວ້ຂ້າງຫລັງ.
ທ່ານ ນາງ ແສງມະນີ ຄຳບຸນເຮືອງ ປະທານສະມາຄົມຜະດຸງຄັນລາວ ໄດ້ກ່າວວ່າ: ຜະດຸງຄັນໃນ ສປປ ລາວ ຍັງສືບຕໍ່ຜະເຊີນໜ້າກັບສິ່ງທ້າທາຍນາໆປະການ ນັບຕັ້ງແຕ່ການເດີນທາງ ແລະ ຖະໜົນຫົນທາງທີ່ບໍ່ດີ, ຂໍ້ຈຳກັດ ທາງດ້ານວັດທະນະທຳ ແລະ ຊັບພະຍາກອນທີ່ມີຈຳກັດ. ພວກເຂົາປະຕິບັດໜ້າທີ່ດ້ວຍຄວາມເມດຕາ ແລະ ຄວາມກ້າຫານ ໃນຖານະທີ່ເປັນບຸກຄົນໜຶ່ງ ທີ່ປະກອບວິຊາຊີບນີ້, ພວກເຮົາມຸ່ງໝັ້ນທີ່ຈະສ້າງອະນາຄົດສຳລັບ ຜະດຸງຄັນ ເຮັດໃຫ້ເຂົາເຈົ້າໄດ້ຮັບການຝຶກອົບຮົມທີ່ດີ, ໄດ້ຮັບການຊ່ວຍເຫລືອ ແລະ ມີຄວາມພາກພູມໃຈໃນການປະຕິບັດ ບົດບາດອັນຄັນ ຂອງພວກເຂົາໃນການຊ່ວຍຊີວິດຄົນ.
ໂອກາດດຽວກັນ, ຍັງໄດ້ມີການເປີດຄູ່ມື ແນະນຳການຈັດຕັ້ງປະຕິບັດລະດັບສາກົນ ກ່ຽວກັບ ການຫັນປ່ຽນໄປສູ່ຮູບແບບການດູແລຂອງຜະດຸງຄັນ ເຊິ່ງຄູ່ມືນີ້ຖືກພັດທະນາພາຍໃຕ້ການຮ່ວມມືກັບ ອົງການອະນາໄມໂລກ(WHO), ອຸຍນີເຊບ (UNICEF), ອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ (UNFPA) ແລະ ສະຫະພັນຜະດຸງຄັນສາກົນ ເຊິ່ງໃຫ້ການສະໜັບສະໜູນຜະດຸງຄັນ ໃນຖານະເປັນຜູ້ປະສານງານ ຮັບປະກັນຄຸນນະພາບ ທີ່ເນັ້ນໃສ່ຄົນເປັນຈຸດໃຈກາງ ແລະ ຊ່ວຍໃຫ້ລະບົບສາທາລະນະສຸກ ສາມາດະໜອງການບໍລິການທີ່ດີ ແລະ ນຳໃຊ້ຊັບພະຍາກອນ ໃຫ້ສອດຄ່ອງກັບ ຄວາມຕ້ອງການຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນີ້, ພາຍໃນງານຍັງມີຫລາກຫລາຍກິດຈະກຳ ເປັນຕົ້ນ ການສະແດງລະຄອນ ໂດຍນັກຮຽນຜະດຸງຄັນ ແລະ ການເລົ່າເລື່ອງຈາກປະສົບການຕົວຈິງ. ນອກນີ້, ຄູ່ຮ່ວມງານທີ່ສຳຄັນ ຍັງໄດ້ລາຍງານຄວາມຄືບໜ້າຂອງ ລັດຖະບານ ໃນການຈັດຕັ້ງປະຕິບັດຄຳໝາຍໝັ້ນ ກ່ຽວກັບວຽກງານ FP 2030 ເຊິ່ງໄດ້ຍົກໃຫ້ເຫັນເຖິງບົດບາດ ທີ່ເພີ່ມຂຶ້ນຂອງຜະດຸງຄັນ ໃນວຽກງານວາງແຜນຄອບຄົວ, ສຸຂະພາບຂອງໄວໜຸ່ມ ແລະ ການຮັບມື ກັບວິກິດການຕ່າງໆ.
ຂ່າວ: ກິດຕາ
KPL